ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-15 15:32:44    
ຂ່າວ​ກິລາ​ປະມວນ​ໜຶ່ງ(ສຽງ)

cri Author: lm

ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າສູ່​ລາຍການ​ໂລກ​ກິລາ. ​ໃນ​ລາຍ​ການ​ພາກ​ນີ້, ຂ້າພະ​ເຈົ້າຈະລາ​ຍງານ​ຂ່າວ​ກິລາ​ປະມວນ​ໜຶ່ງ​ສູ່​ທ່ານ​ຟັງ.

ວັນ​ທີ 27 ມັງກອນ, ​ໃນ​ການ​ແຂ່ງຂັນ​ຮອບ​ຊີງ​ຊະນະ​ເລີດ​ຕີ​ຄູ່​ເພດ​ຍິງ​ຂອງງານ​ແຂ່ງຂັນ​ເທັນ​ນິສ​ອົສຕຼາລີ​ໂອ​ເພັນ​ປີ 2006 ທີ່​ຈັດ​ຂຶ້ນຢູ່​ເມືອງ​ແມວ​ເບີ​ນ, ນາງ​ເຈິ້ງ​ເຈ​ກັບ​ນາງ​ອ້ຽນຈຶ ນັກ​ກິລາ​ຈີນ​ໄດ້​ເອົາ​ຊະນະ​ຄູ່​ແຂ່ງຂັນ​ທີ່​ປະກອບ​ດ້ວຍ​ນາງ​ລີ​ຊາ ​​ເຣມອນ​ ນັກ​ກິລາ​ອາ​ເມ​ລິ​ກາ​ ​ເຊິ່ງ​ແມ່ນ​ນັກ​ກິລາ​ຕົວ​ເກັ່ງ​ນ້ຳ​ເບີ​ໜຶ່ງ ​ແລະ​ນາງສະ​ໂທ​ເຊີ ນັກ​ກິລາ​ອົສຕຼາລີ ​ດ້ວຍ​ຜົນງານ 2:1, ​ແລ້ວ​ຊີງ​ໄດ້​ແຊມ​ປຽນ. ນີ້​ແມ່ນ​ນັກ​ກິລາ​ຈີນ​ຊີງ​ໄດ້​ແຊມ​ປຽນ​ຄັ້ງທຳ​ອິດ​ໃນ​ງານ​ແຂ່ງຂັນ​ເທັນ​ນິສ​ແກຼນດ໌ສະ​ລາມ, ​ແລະກໍ່​ແມ່ນການ​ບຸກທະລຸ​ສຳຄັນ​ອີກ​ເທື່ອ​ໜຶ່ງຂອງ​ເທັນ​ນິສຈີນ​ພາຍຫຼັງນັກ​ກິລາ​ຈີນ​ຊີງ​ໄດ້​ແຊມ​ປຽນຕີ​ຄູ່​ເພດ​ຍິງ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ​ປີ 2004 ​ແລ້ວ.

ພາຍຫຼັງກັບ​ຄືນ​ເມືອ​ບ້ານ​ເກີດ​ແລ້ວ ນາງ​ເຈິ້ງ​ເຈ​ແລະ​ນາງ​ອ້ຽນຈືທີ່​ຊີງ​ໄດ້​ແຊມ​ປຽນ​ນັ້ນ​ໄດ້​ຮັບ​​ເງິນລາງວັນ​ງວດໃຫຍ່, ສອງ​ຄົນ​ຈະ​ແບ່ງ​ເງິນລາງວັນ 8 ​ແສນ​​ຢວນສະ​ເໝີ​ກັນ ​ເຊິ່ງ​ແມ່ນ​ອົງ​ການ​ປົກຄອງ​ແຂວງ​ເຊ​ສວນ​ແລະ​ອົງການ​ປົກຄອງ​ນະຄອນ​ເສິງ​ຕູ່​ມອບ​ໃຫ້​ເປັນ​ການ​ຍ້ອງຍໍ.

ພາຍຫຼັງ​ໄດ້​ສິ້ນ​ສຸດ​ການ​ແຂ່ງຂັນ​ຮອບ​ຊີງ​ຊະນະ​ເລີດ​ຕີ​ດ່ຽວ​ເພດ​ຊາຍ​ແລ້ວ, ​ວັນ​ທີ 29 ມັງ​ກອນ ງານ​ແຂ່ງຂັນ​ເທັນ​ນິສອົສຕຼາລີ​ໂອ​ເພັນປີ 2006 ​ໄດ້​ສິ້ນ​ສຸດ​ລົງ​. ທ້າວ​ໂຣ​ເກີ ​ເຟ​ເດ​ເຣີ ດາ​ລາ​​ເທັນ​ນິສຂອງ​ສະ​ວິສທີ່​ລຽງ​ລຳດັບ​ເປັນທີ​ໜຶ່ງ​ຂອງ​ໂລກ​ໄດ້​ເອົາ​ຊະນະ​ທ້າວ​ມາ​​ໂຄສ ບາກ​ດາ​ຕິ​ສ ນັກ​ກິລາ​ໄຊ​ປັຼດ, ​ແລ້ວ​ຊີງ​ໄດ້​ແຊມ​ປຽນ, ນີ້​ແມ່ນ​ທ້າວ​ເຟ​ເດ​ເຣີຊີງ​ໄດ້​ແຊມ​ປຽນ​ການ​ແຂ່ງຂັນ​ເທັນ​ນິສ​ແກຼນດ໌ສະ​ລາມ​ຄັ້ງທີ 7; ​ໃນ​ການ​ແຂ່ງຂັນ​ຮອບ​ຊີງ​ຊະນະ​ເລີດ​ຕີ​ດ່ຽວ​ເພດ​ຍິງ ​ເນື່ອງ​ຈາກ​ນາງ​ເຮ​ນິນ ຮາ​​ແດນ ຖອນ​ຕົວ​ອອກ​ຈາກ​ການ​ແຂ່ງຂັນ​ຍ້ອນ​ບາດ​ເຈັບ, ນາງ​​ໂມ​ເຣັສ​ໂມ ນັກ​ກິລາ​ຝຼັ່ງ​ເລີ​ຍ​ເປັນ​ແຊມ​ປຽນຕີ​ດ່ຽວ​ເພດ​ຍິງ​, ນີ້​​ແມ່ນນາງ​ຊີງ​ໄດ້​ແຊມ​ປຽນ​ແກຼນດ໌ສະ​ລາມ​ເປັນຄັ້ງທຳ​ອິດ​; ນາງ​ຮິນກິ​ສ ທີ່​ເຄີຍ​ຄອງ​ຖານະ​ທີ​ໜຶ່ງ​ຂອງ​ໂລກ ​ໄດ້​ລົງ​ສະໜາມ​ແຂ່ງຂັນອີກ​ພຽງ 1 ​ເດືອນ, ນາງ​ກັບທ້າວ​ບູພາ​ທີ ນັກ​ກິລາ​ອິນ​ເດຍ​ປະກອບເປັນ​ໜ່ວຍ​ຕີ​ຄູ່​ຍິງຊາຍ​ປະສົມ​ກໍ​ຊີງ​ໄດ້​ແຊມ​ປຽນ; ​​ໄມ​ແລະ​ບ໊ອບ​ໄບຼ​ອັນ ອ້າຍນ້ອງ​ຝາ​ແຝດ​ອາ​ເມ​ລິ​ກາ​ຊີງ​ໄດ້ແຊມ​ປຽນ​ຕີ​ຄູ່​ເພດ​ຊາຍ.

​ໃນ​ງານ​ແຂ່ງຂັນ​ປິ່ງ​ປ່ອງ​ກະ​ໂລ​ອາຊີໂອ​ເພັນ​ທີ່​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 29 ມັງ​ກອນ, ທີມ​ປິ່ງ​ປ່ອງ​ຈີນ​ຊີງ​ໄດ້​ແຊມ​ປຽນ​ສາມປະ​ເພດ. ​ໃນ​ການ​ແຂ່ງຂັນ​ຕີ​ດ່ຽວ​ເພດ​ຍິງ​ຮອບ​ຊີງ​ຊະ​ນະ​ເລີດ, ນາງ​ໂກ​ເຢ້ ນັກ​ກິລາ​ຈີນ​ມີ​ການ​ປະພຶດ​ດີ​ເດັ່ນ, ​ໄດ້​ເອົາ​ຊະນະ​ນາງ​ຈ່າງ​ອີ​ໜິງ ນັກ​ກິລາ​ຈີນ​ອີກ​ຜູ່​ໜຶ່ງ​ທີ່​ລຽງ​ລຳ​ເປັນ​ທີ​ໜຶ່ງ​ຂອງ​ໂລກ​ໃນ​ປັດຈຸບັນ​ດ້ວຍ​ຄະ​ແນນ 4:1, ​ແລ້ວ​ຊີງ​ໄດ້​ແຊມ​ປຽນ. ການ​ແຂ່ງຂັນ​ຕີ​ຄູ່​​ເພດ​ຍິງ​ແລະ​ເພດ​ຊາຍ​ຮອບ​ຊີງ​ຊະນະ​ເລີດ​ລ້ວນ​ແຕ່​ດຳ​ເນີນ​ຢູ່ລະຫວ່າງ​ນັກ​ກິລາ​ຈີນດ້ວຍ​ກັນ. ​ໃນ​ທີ່​ສຸດ ທ້າວ​ເສິນ​ສິກັບ​ທ້າວ​ຫວັງ​ຮ້າວ​ໄດ້​ເອົາ​ຊະນະ​ທ້າວ​ເລີຍ​ເຈິ້ນ​ຮວາ​ກັບ​ທ້າວ​ລິ​ຜິ​ງດ້ວຍ​ຄະ​ແນນ 4:2, ຊີງ​ໄດ້​ແຊມ​ປຽນ​ຕີ​ຄູ່​ເພດ​ຊາຍ; ນາງ​ຈ່າງ​ອີ​ໜິງກັບ​ນາງ​ລິ​ໜານ​ເອົາ​ຊະນະ​ນາງ​ລິ​ສຽວ​ເສຍ​ກັບ​ນາງ​ໂກ​ເຢ້ດ້ວຍ​ຄະ​ແນນ 4:0, ຊີງ​ໄດ້​ແຊມ​ປຽນ​ຕີ​ຄູ່​ເພດ​ຍິງ. ທ້າວຊຳ​ໂຊ​ນົຟ ນັກ​ກິລາ​ເບ​ໂລ​ລຸ​ດຊີ​ເອົາ​ຊະ​ນະ​ທ້າວ​ເສິນ​ສິ ນັກ​ກິລາ​ຈີນ​ດ້ວຍ​ຄະ​ແນນ 4:3, ຊີງ​ໄດ້​ແຊມ​ປຽນ​ຕີ​ດ່ຽວ​ເພດ​ຊາຍ.

ວັນ​ທີ 29 ມັງກອນ ທ່ານ​ຊຸນ​ຄາງ​ລິນ ຫົວໜ້າ​ພະ​ແນ​ກກິລາ​ນະຄອນ​ປັກ​ກິ່ງ​ເຜີຍ​ໃຫ້​ຮູ້​ວ່າ, ​ໃນ​ປີ 2006 ນະ​ຄອນປັກ​ກິ່ງ​ຈະ​ຈັດ​ງານ​ແຂ່ງຂັນ​ກິລາ​ສາກົນ​​ລະດັບ​ສູງ 5 ປະ​ເພດ, ​ເພື່ອ​​ເປັນ​ການຖອດ​ຖອນ​ບົດຮຽນ​ໃຫ້​ແກ່​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008. ງານ​ແຂ່ງ​ຂັນກິລາ 5 ປະ​ເພດ​ດັ່ງກ່າວ​ຕ່າງ​ແມ່ນ​ ງານ​ແຂ່ງຂັນ​ເທ​ຄວນ​ໂດ​ຈີນ​ໂອ​ເພັນ ງານ​ແຂ່ງ​ຂັນ​ແລ່ນ​ແລະ​ລານ​ຊາວ​ໜຸ່ມ​ຊີງ​ຊະນະ​ເລີດ​ລະດັບ​ໂລກ ງານ​ແຂ່ງຂັນ​ຊອຟບອນ​ເພດ​ຍິງ​ຊີງ​ຊະ​ນະ​ເລີດ​ລະດັບ​ໂລກ ງານ​ແຂ່ງຂັນ​ເທັນ​ນິສຈີນ​ໂອ​ເພັນ​ແລະ​ງານ​ແຂ່ງຂັນ 3 ລາຍການ​ມະ​ນຸດ​ເຫຼັກ, ງານ​ແຂ່ງຂັນ​ເຫຼົ່ານີ້​ສ່ວນຫຼາຍຈະ​ຈັດ​ຂຶ້ນຢູ່​ລະຫວ່າງ​ເດືອນ​ສິງຫາ​ກັບ​ເດືອນ​ກັນຍາ, ຈະ​ເປັນ​ໂອ​ກາດ​ສຳ​ລັບ​ນັກ​ກິລາ​ຂອງບັນດາ​ປະ​ເທດ​ທີ່​ຈະ​ເຂົ້າຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008 ​ເພື່ອ​ໃຫ້​ລື້ງ​ກັບ​ດິນ​ຟ້າ​ອາກາດ​ແລະ​ສະໜາມ​ແຂ່ງຂັນ. ນອກ​ນີ້, ງານ​ແຂ່ງຂັນ​ເຫຼົ່ານີ້​ຍັງ​ຈະ​ເປັນ​ການ​ກວດ​ກາ​ມາດ​ຕະ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ ວຽກ​ງານ​ບໍ​ລິການ​ສື່​ມວນ​ຊົນ​ແລະ​ອື່ນໆ​ຂອງ​ປັກ​ກິ່ງ, ຖອດ​ຖອນ​ບົດ​ຮຽນ​ໃຫ້​ແກ່​ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ.

ງານ​ປະ​ກວດ​ 10 ຂ່າວ​ເດັ່ນງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ສົກ​ປີ 2005; ​ເຊິ່ງ​ແມ່ນ​ເວັບ​ໄຊ​ຝ່າຍ​ທາງ​ການ​ຂອງ​ຄະນະ​ກຳມະການ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຄື www.beijing2008.com ພ້ອມ​ກັບ​ບັນດາເວັບ​ໄຊຕົ້ນຕໍ​ຂອງ​ຈີນ​ຮ່ວມ​ກັນ​ຈັດ​ຂຶ້ນນັ້ນ ​ໄດ້​ສະ​ເຫຼີຍຂ່າວ​ເດັ່ນ​ໃນ​ຫວ່າງ​ມໍ່ໆ​ນີ້, ຂ່າວ​ກ່ຽວ​ກັບ​ການຕົກລົງ​ "​ໂລກ​ດຽວ​ກັນ ຄວາມ​ຝັນ​ດຽວ​ກັນ" ເປັນ​ຄຳ​ຂວັນຫຼັກຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງນັ້ນ​ເຂົ້າຮອບ​ຄັດ​ເລືອກ. ນີ້​ແມ່ນ​ຄະນະ​ກຳມະການ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຈັດ​ງານ​ປະ​ກວດ​ 10 ຂ່າວ​ເດັ່ນ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໂດຍ​ຜ່ານ​ອິນ​ເທີ​ເນັດ​ເປັນຄັ້ງທຳ​ອິດ, ​​ແລະໄດ້​ຮັບ​ຜົນ​ເປັນ​ຢ່າງ​ດີ. ຄະ​ນະ​ກຳມະການ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ເຜີຍ​ໃຫ້​ຮູ້​ວ່າ, ງານ​ປະ​ກວດ 10 ຂ່າວ​​ເດັ່ນ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ສົກ​ປີ 2006 ຈະ​ດຳ​ເນີນ​ຕໍ່​ໄປ​ອີກ, ພວກ​ທ່ານ​ເຊືອ​ວ່າ, ງານ​ປະ​ກວດ 10 ຂ່າວ​ເດັ່ນ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປະຈຳ​ປີ​ໄດ້​ກາຍ​ເປັນ​ແທ່ນ​ທີ່​ດີ​ໃນ​ການ​ແນະນຳ​ວຽກ​ງານ​ກະກຽມ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008, ​ໄດ້​ສະ​ໜອງ​​ໂອກາດ​ໃຫ້​ແກ່ມ​ວນຊົນ​ອັນ​ໄພສານເຂົ້າຮ່ວມ​ວຽກ​ງານ​ກະກຽມ​ງານ​ກິລາ​ໂອ​ລິ​ມປິກ.

ຄະນະ​ກຳມະການ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ເຜີຍ​ໃຫ້​ຮູ້​ວ່າ ຈະ​ສົ່ງ​ພະນັກ​ງານ 10 ຄົນ​ໄປ​ຝຶກ​ງານ​​ໃນ​ງານ​ກິລາ​ເຄືອ​ຈັກກະ​ພົບ​ອັງກິດ. ງານ​ກິລາ​ເຄືອ​ຈັກກະ​ພົບ​ອັງກິດ​ຈະ​ຈັດ​ຂຶ້ນຢູ່​ທີ່​ແມວ​ເບິນ​ແຫ່ງ​ອົສຕຼາລີ​ໃນ​ວັນ​ທີ 15 ມີນາ​ປີ​ນີ້, ກະ​ວ່າ​ຈະ​ມີ​ນັກ​ກິລາ 4000 ກວ່າ​ຄົນ​ທີ່​ມາ​ຈາກ 70 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ເຂົ້າຮ່ວມ. ຜູ່​ຮັບຜິດຊອບ​ທີ່​ກ່ຽວ​ຂ້ອງ​ຂອງ​ຄະນະ​ກຳມະການ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ກ່າວ​ວ່າ, ນີ້​ແມ່ນ​ໂອກາດ​ຝຶກ​ງານ​ທີ່​ລ້ຳ​ຄ່າ​ເທື່ອ​ໜຶ່ງ, ກໍ່​ແມ່ນ​ຄະນະ​ກຳມະການ​ຈັດການ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ສົ່ງ​ພະ​ນັກ​ງານ​ໄປ​ຝຶກ​ງານ​​ໃນ​ງານ​ກິລາ​ຂະໜາດ​ໃຫຍ່​ລະດັບ​ໂລກ​ອີກ​ເທື່ອ​ໜຶ່ງ​ພາຍຫຼັງ​ໄດ້​ສົ່ງ​ພະ​ນັກ​ງານ​ໄປ​ຝຶກ​ງານ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ​ແລະ​ງານ​ກິລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ທີ່​ຕູ​ຣິງ.

ງານ​​ແຂ່ງຂັນ​ບານບ້ວງ​ເພດ​ຍິງ​ຊິ​ງຊະນະ​ເລີດ​ລະດັບ​ໂລກ​ປີ 2006 ຈະ​ຈັດ​ຂຶ້ນຢູ່​ທີ່​ຊາວ​ເປົາ​ໂລ​ແຫ່ງ​ເບຼຊິນ​ແຕ່​ວັນ​ທີ 12 ຮອດ​ວັນ​ທີ 23 ​ກັນຍາ, ທີ​ມບານບ້ວງ 16 ທີ​ມທີ່​ມາ​ຈາກ​ 5 ມະຫາ​ທະວີບຈະ​ເຂົ້າຮ່ວມ​ງານ​​ແຂ່ງຂັນ​ເທື່ອ​ນີ້. ວັນ​ທີ 1 ກຸມພາ ຢູ່​ທີ່​ຊາວ​ເປົາ​ໂລ​ໄດ້​ຈັດພິທີ​ຈົກ​ສະຫຼາກ​ແບ່ງ​ສາຍ, ຕາມຜົນການ​ຈົກ​ສະຫຼາກ, ທີ​ມຈີນ​ຖືກ​ແບ່ງ​ຢູ່​ໃນ​ສາຍ C, ​ໃນ​ສາຍ C ຍັງ​ມີ​ທີ​ມອາ​ເມ​ລິ​ກາ ທີ​ມຣັດ​ເຊຍ​ແລະ​ທີ​ມ​ນີ​ເຊ​ເລຍ. ຍ້ອນ​ທີ​ມອາ​ເມ​ລິ​ກາ​ແລະ​ທີ​ມຣັດ​ເຊຍ​ລ້ວນ​ແຕ່​ແມ່ນ​ທີ​ມ​ເຂັ້ມ​ແຂງ​ລະດັບ​ໂລກ, ​ແລະ​ສາມ​ທີ​ມນຳ​ໜ້າ​ໃນ​ແຕ່​ລະສາຍ​ຈຶ່ງ​ຈະ​ເຂົ້າຮອບ​ທີ​ສອງ​ໄດ້, ສະນັ້ນ ທີ​ມຈີນ​ຈະ​ປະສົບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ສົມ​ຄວນ​ໃນ​ການ​ແຂ່ງຂັນ​ໃນ​ສາຍ.