ສະບາຍດີທ່ານຜູ່ຟັງທີ່ໂຄລົບ, ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການນິທານສຸພາສິດ. ໃນລາຍການພາກນີ້, ຂ້າພະເຈົ້າຈະເຫຼົ່າສຸພາສິດເລື່ອງ "ກ່າວອູ່ຈ້ຽນຫຼິງ" ສູ່ຟັງ. ສຸພາສິດນີ້ມີຄວາມໝາຍວ່າ "ຖອກນ້ຳຈາກຫຼັງຄາເຮືອນ", ອຸປະມາວ່າຢືນຢູ່ບ່ອນສູງບຸກລົງບ່ອນຕ່ຳ, ທ່ວງທ່ານີ້ຈະສະກັດກັ້ນບໍ່ໄດ້. ກໍ່ໝາຍຄວາມວ່າ ຢືນຢູ່ບ່ອນສູງຈະເບິ່ງໄດ້ໄກ, ມີຄວາມເຫັນອັນເລິກເຊິ່ງແລະສອດສ່ອງຮອບດ້ານ.
ໃນສະໄໝລາຊະວົງຮັ້ນຕາເວັນຕົກຕອນຕົ້ນຂອງຈີນທີ່ຫ່າງຈາກປັດຈຸບັນ 2000 ກວ່າປີ, ມີມື້ໜຶ່ງ ເລົ້າປັງ ຈັກກະພັດລາຊາວົງຮັ້ນຕາເວັນຕົກໄດ້ຂ່າວວ່າ ຫານຊິ້ນ ລາຊາລັດສູຈະນຳພາກອງທັບກໍ່ການກະບົດ, ທໍລະຍົດລາຊະສຳນັກ. ເລົ້າປັງຕື່ນຕົກໃຈຫຼາຍ, ຈຶ່ງຟ້າວຮຽກໂຮມເສນາບໍດີທັງຫຼາຍມາປຶກສາຫາລືກັນ. ນາຍພົນທັງຫຼາຍພາກັນກ່າວວ່າຍິນດີນຳພາກອງທະຫານໄປປາບຫານຊິ້ນ. ມີແຕ່ທີ່ປຶກສາຜູ່ໜຶ່ງຊື່ວ່າເສິນຜິງມີຄວາມເຫັນຕ່າງກັນ. ເພິ່ນກ່າວວ່າ: "ຂໍອະນຸຍາດໃຫ້ຂ້າພະເຈົ້ມເວົ້າກົງໄປກົງມາ, ກຳລັງທະຫານຂອງລາຊະສຳນັກທຽບກັບກຳລັງຂອງແມ່ທັບຫານຊິ້ນບໍ່ໄດ້, ທະຫານຂອງແມ່ທັບຫານຊິ້ນໄດ້ຜ່ານການສູ້ລົບມານັບເປັນຮ້ອຍຄັ້ງ, ແມ່ນກອງທະຫານທີ່ອົງອາດກ້າຫານທີ່ມີຊື່ສຽງດົ່ງດັງ; ນາຍພົນທີ່ພະບາດສົມເດັດແຕ່ງໄປນັ້ນກໍ່ເອົາຊະນະແມ່ທັບຫານຊິ້ນບໍ່ໄດ້ຢ່າງແນ່ນອນ. ເມື່ອເປັນແນວນີ້ ນາຍພົນດ້ອຍກວ່າ ທະຫານກໍ່ດ້ອຍກວ່າ, ຈະເອົາຊະນະໄດ້ແນວໃດ? ໃນດ້ານໜຶ່ງອີກ ຖ້າຂ່າວນີ້ບໍ່ແມ່ນຢຳ ແລະແຕ່ງກອງທະຫານໄປໂຈມຕີຢ່າງຟ້າວຝັ່ງ ເຮັດໃຫ້ແມ່ທັບຫານຊິ້ນໂມໂຫແລ້ວ, ກໍ່ບໍ່ດີຕໍ່ທັງສອງຝ່າຍ".
ໃນເວລາເລົ້າປັງຍາດອຳນາດເໜືອແຜ່ນດິນກັບຊ້ຽງອີນັ້ນ, ຫານຊິ້ນເປັນແມ່ທັບທີ່ອົງອາດກ້າຫານຜູ່ໜຶ່ງຂອງເລົ້າປັງ, ຊຳນານໃນການນຳພາກອງທະຫານສູ້ລົບ, ໄດ້ສ້າງຄຸນງາມຄວາມດີອັນໃຫຍ່ຫຼວງໃນການຊ່ອຍເລົ້າປັງທ້ອນໂຮມແຜ່ນດິນຈີນເຂົ້າເປັນເອກະພາບ, ໃນໝູ່ນາຍພົນຂອງເລົ້າປັງບໍ່ມີໃຜສູ້ຫານຊິ້ນໄດ້. ພາຍຫຼັງເລົ້າປັງຍາດໄດ້ອຳນາດເໜືອແຜ່ນດິນແລ້ວກໍ່ຊົງພະລາຊະທານໃຫ້ຫານຊິ້ນເປັນລາຊາລັດສູ. ກໍ່ຍ້ອນເປັນຈັ່ງຊັ້ນ, ເລົ້າປັງຈຶ່ງເຫັນວ່າຄວາມເຫັນຂອງເສິນຜິງແມ່ນຖືກຕ້ອງ, ແລະຊົງຖາມເສິນຜິງວ່າຈະເຮັດແນວໃດດີ. ເສິນຜິງເວົ້າວ່າ: "ພະເຈົ້າຢູ່ຫົວສາມາດເຮັດຕິສະເດັດໄປລ່າສັດຢູ່ຢຸນເມິ້ງເຈີ, ແລ້ວຮຽກບັນດາລາຊາເຂົ້າເຝົ້າ, ແມ່ທັບຫານຊິ້ນຍ່ອມຈະມາເຂົ້າເຝົ້າພະເຈົ້າຢູ່ຫົວ, ຮອດເວລານັ້ນ, ພະເຈົ້າຢູ່ຫົວຖືໂອກາດກັກຫານຊິ້ນໄວ້ຈະດີກວ່າ".
ເລົ້າປັງຊົງປະຕິບັດຕາມຄວາມເຫັນຂອງເສິນຜິງ, ແລະຈັບໄດ້ຫານຊິ້ນຢ່າງງ່າຍດາຍ. ເລົ້າປັງຄຸມສົ່ງຫານຊິ້ນກັບເມືອລາຊະທານີ, ປົດອຳນາດການທະຫານຂອງຫານຊິ້ນ, ແລະປ່ຽນພະລາຊະທານໃຫ້ຫານຊິ້ນເປັນພະຍາຫວຍອິ່ນ.
ໃນງານສະຫຼອງ, ເສນາບໍດີຖຽນເຂິນກ່າວວ່າ: "ພະເຈົ້າຢູ່ຫົວຈັບໄດ້ຫານຊິ້ນ ວິລາຊົນທີ່ລົບເລວຮ້ອຍຄັ້ງຊະນະຮ້ອຍຄັ້ງນັ້ນຢ່າງງ່າຍດາຍ, ດຽວນີ້ຍັງຍຶດໄດ້ເຂດກວນຈົ່ງ (ປັດຈຸບັນຢູ່ເຂດທົ່ງພຽງ ພາກກາງແຂວງສ້ານຊີ່)ອີກ, ນີ້ເໝືອນດັ່ງຕໍ່ປີກໃຫ້ເສືອບິນໄດ້! ໃນເມື່ອກ່ອນ, ລາຊະວົງສິນກໍ່ແມ່ນຍ້ອນຍຶດໄດ້ເຂດດິນດຳນ້ຳຊູ່ມແລະພູມປະເທດທຸລະກັນດານແຫ່ງນີ້ກ່ອນ ແລ້ວຈຶ່ງດັບສູນ 6 ລັດອື່ນໄດ້. ດຽວນີ້ພະເຈົ້າຢູ່ຫົວຕັ້ງລາຊະທານີຢູ່ແຫ່ງນີ້, ບຸກກໍ່ໄດ້ ຖອຍກໍ່ໄດ້. ລັດອື່ນໆຖ້າຢາກເຄື່ອນທັບຈາກທາງໄກມາໂຈມຕີແຫ່ງນີ້, ເຖິງວ່າມີພົນທະຫານນັບລ້ານຄົນມາບຸກໂຈມຕີກໍ່ບໍ່ທໍ່ພົນທະຫານສອງໝື່ນຄົນທີ່ເຝົ້າຮັກສາຢູ່ແຫ່ງນີ້, ແຕ່ຖ້າພະເຈົ້າຢູ່ຫົວຢາກໄປໂຈມຕີລັດໃດລັດໜຶ່ງແລ້ວ, ກໍ່ເໝືອນດັ່ງເທນ້ຳຈາກຫຼັງຄາເຮືອນ, ຈະສະກັດກັ້ນບໍ່ໄດ້ເດັດຂາດ."
ເລົ້າປັງໄດ້ຟັງແລ້ວ ຮູ້ສຶກພໍພະໄທທີ່ສຸດ, ເລີຍພະລາຊະທານຄຳ 500 ຕຳລຶງໃຫ້ຖຽນເຂິນ.
ສຸພາສິດ "ກ່າວອູ່ຈ້ຽນຫຼິງ" ກໍ່ແມ່ນຜັນແປມາຈາກນິທານດັ່ງກ່າວນີ້ແຫຼະ.
|