ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-15 18:51:48    
ລັດ​ຖະ​ບານ​ຈີນ​ສືບ​ສວນ​ລົງ​ໂທດ​ການ​ລ່ວງ​ລະ​ເມີດ​ສິດ​ແລະ​ລັກ​ລອກ​ແບບ​ເທິງ​ອິນ​ເຕີ​ເນັດ​ຢ່າງ​ເຂັ້ມ​ງວດ

cri
ຕາມ​ຂ່າວCRI,​ໃນ​ງານຊຸມ​ນຸມ​ນັກຂ່າວ​ທີ່​ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ລັດຖະບານ​ຈີນ​ຈັດ​ຂຶ້ນ​ໃນ​ວັນ​ທີ15ກຸມພາ,​ທ່ານອຽນ​ສຽວ​ຮົງ ຮອງ​ຫົວ​ໜ້າ​ກົມ​ລິຂະ​ສິດ​ແຫ່ງ​ຊາດ​ຈີນ​ເວົ້າ​ວ່າ,​ລັດຖະ​ບານ​ຈີນ​ໄດ້ໂຈມ​ຕີ​ການ​ລ່ວງ​ລະ​ເມີດ​ສິດ​ແລະ​ລັກ​ລອກ​ແບບ​ເທິງ​ອີນ​ເຕີ​ເນັດ​ຢ່າງ​ແຂງ​ແຮງ​ກວ່າ​ເກົ່າ,​ໄດ້​ສືບ​ສວນ​ລົງ​ໂທດ​ຄະດີ​ໃຫຍ່​ແລະ​ສຳຄັນ​ງວດ​ໜຶ່ງສະ​ໜອງ​ການ​ດາວ​ໂຣດ​ຮູບ​ເງົາ,​ດົນຕີ​ແລະ​ຊອຟ​ແວ​ເທິງ​ອິນ​ເຕີ​ເນັດ​ທີ່​ມີ​ຈຸດປະ​ສົງ​ຫາ​ຜົນກຳ​ໄລ​ໂດນ​ຈຳ​ເພາະ.

ຕາມການ​ແນະນຳ,​ປັດຈຸ​ບັນ,​ປະຊາ​ກອນ​ເນັດ​ຂອງ​ຈີນ​ໄດ້​ລື່ນ​ກາຍ 110ລ້ານ​ຄົນ,​ມີ​ເວັບ​ໄຊ​ລື່ນ​ກາຍ6​ແສນ​9ໝື່ນ​ເວັບ​ໄຊ,​ອິນເຕີ​ເນັດ​ໄດ້​ເຂົ້າ​ໃນ​ດ້ານ​ຕ່າງໆ​ຂອງ​ຊີ​ວິດ​ສັງ​ຄົມ​ຢ່າງ​ເລິກ​ເຊິ່ງ.​ໃນ​ຂະ​ນະ​ດຽວ​ກັນ,​ການ​ລ່ວງລະ​ເມີດ​ສິດ​ແລະ​ລັກ​ລອກ​ແບບ​ເທິງ​ອິນ​ເຕີ​ເນັດ​ກໍ່​ນັບ​ມື້​ນັບ​ຂຶວຂັງ​ມັງ​ມໍ,​ອັນ​ໄດ້​ລ່ວງ​ລະ​ເມີດ​ສິດທິ​ຜົນ​ປະໂຫຍດ​ທີ່​ຊອບ​ກົດ​ໝາຍ​ຂອງ​ຜູ່​ມີ​ລິ​ຄະ​ສິດ​ໃນ​ຂະ​ແໜງ​ການ​ສຽງ​ແລະ​ພາບ,​ແລະຂະ​ແໜງ​ການ​ຊອຟ​ແວເປັນ​ຕົ້ນ,​ກາຍ​ເປັນ​ສິ່ງ​ທີ່​ກົດ​ໜ່ວງ​ການ​ຂະ​ຫຍາຍ​ຕົວ​ຢ່າງ​ປ​ແດ​ໃສ​ຂອງຂະ​ແໜງ​ການ​ອິນ​ເຕີ​ເນັດ​ຂອງ​ຈີນ​.

ໃນ​ງານຊູມ​ນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ນີ້,​ກົມລີ​ຄະ​ສິດ​ແຫ່ງ​ຊາດ​ຈີນ​ໄດ້​ແຈ້ງ​ຄະ​ດີ​ລ່ວງ​ລະ​ເມີດ​ສິດ​ແລະ​ລັກ​ລອກ​ແບບ​ເທິງ​ອິນ​ເຕີ​ເນັດທີ່​ລົງ​ບົດ​ປະພັນ​ວັນນະ​ຄະດີ​ແລະ​ດົນ​ດີ​ເປັນຕົ້ນ​10ກວ່າ​ລາຍ​ທີ່​ໄດ້​ຖືກ​ສືບສວນ​ລົງ​ໂທດ​ໃນ​ຫວ່າງ​ມໍ່ໆ​ນີ້​.