ປີ2006ຍອດມູນຄ່າແຜ່ນແພທີ່ຫວຽດນາມສົ່ງອອກຈະລື່ນກາຍ5ຕື້ໂດລາ
cri
ຕາມຂ່າວຈາກກະຊວງການຄ້າຈີນ,ສື່ມວນຊົນຫວຽດນາມລາຍງານວ່າ,ຫວ່າງມໍ່ໆນີ້,ກະຊວງການຄ້າຫວຽດນາມກ່າວວ່າ,ໃນເດືອນມັງກອນປີນີ້,ວິສາຫະກິດແຜ່ນແພຫຼາຍແຫ່ງໄດ້ເຊັນສັນຍາຂາອອກໃນໝົດປີ,ຄາດວ່າປີນີ້ຍອດມູນຄ່າຂາອອກແຜ່ນແພຫວຽດນາມຈະລື່ນກາຍ5ຕື້ໂດລາ.
ສະມາຄົມແຜ່ນແພຫວຽດນາມສະເໜີວ່າ,ຈະສ້າງສູນທຸລະກິດແລະອອກແບບຊຸດແຟຊັນຢູ່ເມືອງໂຮຈີມີນແລະຮ່າໂນ້ຍ,ວາງແຜນສ້າງສູນຄ້າຂາຍວັດຖຸດິບຢູ່ບັນດາຕົວເມືອງໃຫຍ່,ເປີດກວ້າງເຄືອຂ່າຍຂາຍຍ່ອຍແຜ່ນແພຢູ່ພາຍໃນປະເທດແລະຕ່າງປະເທດ,ແລະສ້າງຍີ່ຫໍ້ຊື່ດັງເປັນຕົ້ນ.
|
|