ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-15 20:40:35    
ຈີນ​ມຽນ​ມາ​ເພີ່ມ​ທະ​ວີ​ການ​ຖອດ​ຖອນ​ເອົາ​ບົດ​ຮຽນ​ຂອງ​ກັນ​ກ່ຽວ​ກັບ​ໜ້າ​ທີ່​ຮ່ວມ​ກັນ

cri Author: li
ຕາມ​ຂ່າວ CRI: ວັນ​ທີ 15 ກຸມພາ ຢູ່​ທີ່​ປັກ​ກິ່ງ ທ່ານ​ອູ​ປາງ​ໂກ ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ພົບ​ປະ​ທ່ານ​​ໂຊ​ວິນ ນາຍົກ​ລັດຖະ​ມົນຕີ​ມຽນມາ. ສອງ​ຝ່າຍ​ເປັນ​ເອກະສັນ​ກັນ​ກ່າວ​ວ່າ,ຍິນ​ດີ​ເພີ່ມ​ທະວີ​ການ​ແລກປ່ຽນ​ກັນ,ຮ່ຳຮຽນ​ແລະ​ຖອດ​ຖອນ​ເອົາ​ບົດຮຽນ​ຂອງ​ກັນ​ກ່ຽວ​ກັບ​ໜ້າ​ທີ່​ຮ່ວມ​ກັນ​ຂອງ​ສອງ​ປະ​ເທດ​ຄື​ເຮັດ​ໃຫ້​​ເສດຖະກິດ​ຈະ​ເລີນ​ແລະ​ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ສູງ​ຂຶ້ນ.

​ໃນ​ການ​ພົບ​ປະ,ທ່ານ​ອູ​ປາງ​ໂກ​ກ່າວ​ວ່າ,ຝ່າຍ​ຈີນ​ຖະໜຸ​ຖະໜອມ​ມິດຕະພາບ​ຖານ​ບ້ານ​ໃກ້​​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ​ລະຫວ່າງ​ຈີນ​ກັບ​ມຽນມາ,ຍິນ​ດີ​ກັບ​ຝ່າຍ​ມຽນມາ​ພ້ອມ​ກັນ​ທຳ​ຄວາມ​ພະຍາຍາມ,​ເປີດ​ກວ້າງ​ແລະ​ເຮັດ​ໃຫ້ການ​ພົວພັນ​ສອງ​ຕໍ່​ສອງ​ມີ​ເນື້ອ​ໃນ​ອຸດົມ​ສົມບູນ​ຂຶ້ນ,ພ້ອມ​ກັນ​ບັນລຸ​ການ​ພັດທະນາ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ.

ທ່ານ​​ໂຊ​ວິນ​ກ່າວ​ວ່າ,ຝ່າຍ​ມຽນມາ​ຍິນ​ດີ​ປັບປຸງ​ແລະ​ພັດທະນາ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ,​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັນ​ດ້ວຍ​ໄມຕີ​ຈິດ​ລະຫວ່າງ​ສອງ​ຝ່າຍ​ໃນ​ທຸກ​​ຂົງ​ເຂດ. ທ່ານ​ກ່າວ​ລື້ມ​ວ່າ,ຝ່າຍ​ຈີນ​ເດັດ​ດ່ຽວ​ຍຶດໝັ້ນ​ຫຼັກໝັ້ນ​ຈີນ​ດຽວ,​ແລະ​ຍ້ອງຍໍ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ທີ່​ໄດ້​ເສີມ​ຂະຫຍາຍ​ບົດບາດ​ອັນ​ສຳຄັນ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ຊາດ.