ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-15 20:45:42    
ຈີນ​ຫວັງ​ໃຫ້​ໄຕ້​ຫວັນ​ເປີດ​ປະ​ຕູ​ໃຫ້​ພົນ​ລະ​ເມືອງ​ແຜ່ນ​ດິນ​ໃຫຍ່​ໄປ​ທ່ຽວ​ໄຕ້​ຫວັນ

cri
ຕາມ​ຂ່າວCRI,​ວັນ​ທີ15ກຸມພາ,​ທ່ານ​ໄຕ້​ສ່ຽວ​ເຟີ່ງ ຫົວ​ໜ້າ​ກົມ​ແລກ​ປ່ຽນ​ຂອງ​ຫ້ອງການ​ວຽກ​ງານ​ໄຕ້​ຫວັນ​ຄະ​ນະ​ລັດຖະ​ບານ​ຈີນ​ກ່າວ​ວ່າ,​ຝ່າຍ​ແຜ່ນດິນ​ໃຫຍ່​ປະ​ເທດ​ຊາດ​ໄດ້​ກຽມ​ພ້ອມຢ່າງ​ເຕັມທີ່​ໃຫ້​ພົນລະ​ເມືອງ​ແຜ່ນດິນ​ໃຫຍ່​ໄປ​ທ່ຽວ​ໄຕ້​ຫວັນ.ຫວັງ​ໃຫ້​ຝ່າຍ​ທີ່​ກ່ຽວຂ້ອງ​ຂອງ​ໄຕ້​ຫວັນ​ໄປ​ຕາມ​ປະຊາ​ມະຕິ,​ໃຊ້​ທ່າ​ທີ​ອັນ​ຕັ້ງ​ໜ້າ​ແລະ​ຕິດ​ແທດ​ຕົວ​ຈິງ,​ເຮັດ​ໃຫ້​ພົນລະ​ເມືອງ​ແຜ່ນ​ດິນ​ໃຫຍ່​ສາ​ມາດ​ໄປ​ທ່ຽວ​ໄຕ້​ຫວັນ​ບັນລຸ​ຜົນ​ເປັນ​ຈິງ​ໂດຍ​ໄວ.

ໃນ​ພິທີ​ໄຂ​ງານ​ມິດ​ຕະພາບ​ຂອງ​ຂະ​ແໜງ​ການທ່ອງ​ທ່ຽວ​ສອງ​ຝັ່ງ​ຊ່ອງ​ແຄບ​ຄັ້ງ​ທີ9ທີ່​ຈັດ​ຂຶ້ນຢູ່​ຮາ​ບິນ,​ທ່ານ​ໄຕ້​ສ່ຽວ​ເຟິ່ງ​ເວົ້າ​ວ່າ,​ເພື່ອ​ຊຸກຍູ້​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ກັນ​ລະຫວ່າງ​ວົງ​ການ​ທ່ອງ​ທ່ຽວ​ຂອງ​ສອງ​ຝັ່ງ​ຊ່ອງ​ແຄບ,​ແຜ່ນດິນ​ໃຫຍ່​ໄດ້​ຈັດ​ງານ​ເອັກສ໌​ໂປ​ການ​ທ່ອງທ່ຽວ​ສອງ​ຝັ່ງ​ຊ່ອງ​ແຄບ​ຄັ້ງ​ປະຖົມມະ​ເລີກ,​ງານ​ສຳ​ມະ​ນາ​ກ່ຽວ​ກັບ​ພົນ​ລະ​ເມືອງ​ແຜ່ນດິນ​ໃຫຍ່​ໄປ​ທ່ຽວ​ໄຕ້​ຫວັນ​ເປັນ​ຕົ້ນ.​ທັງ​ນີ້​ໄດ້​ສະ​ແດງຢ່າງ​ເຕັມທີ່​ໃຫ້​ເຫັນ​ຄວາມ​ຈິງ​ໃຈ​ແລະ​ເຈຕະນາ​ດີ​ຫຼາຍ​ທີ່​ສຸດ​ຂອງ​ຝ່າຍ​ແຜ່ນ​ດິນ​ໃຫຍ່​ໃນ​ການ​ຂະຫຍາຍ​ການ​ພົວພັນ​ສອງ​ຝັ່ງ​ຊ່ອງ​ແຄບ​ຢ່າງ​ໝັ້ນ​ທ່ຽງ​ແລະ​ຮັບ​ໃຊ້​ຄວາມ​ສຸກ​ຂອງ​ປະຊາ​ຊົນ​ສອງ​ຝັ່ງ​ຊ່ອງ​ແຄບ.ຍິນ​ດີ​ຕ້ອນຮັບ​ບັນ​ດາ​ອົງ​ການ​ການ​ທ່ອງ​ທ່ຽວ​ຝ່າຍ​ລາດ​ຂອງ​ໄຕ້​ຫວັນ​ແລະ ແຜ່ນດິນ​ໃຫຍ່​ຫາລື​ບັນຫາ​ເຕັກນິກ​ບາງ​ຢ່າງ​ກ່ອນ,​ເພື່ອ​ຈັດການ​ເຈ​ລະຈາ​ຢ່າງ​ເປັນ​ທາງ​ການ​ໂດຍ​ໄວ.