ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-16 11:43:57    
ທະ​ເລ​ເມ​ດີ​ແຕ​ຣາ​ເນ--​ທະ​ເລ​ເກົ່າ​ແກ່​ກວ່າ​ໝູ່​ໃນ​ໂລກ(ສຽງ)

cri

ເມື່ອ​ພວກ​ເຮົາ​ເປີດ​ແຜນ​ທີ່​ໂລກ​ແລ້ວ,ກໍ່​ຈະ​ໄດ້​ເຫັນ​ຢູ່ລະຫວ່າງ​ທະວີບ​ເອີ​ລົບ,ທະວີບອາຊີ​ແລະ​ທະວີບອາ​ຟຼິກາ​ມີ​ທະ​ເລ​​ແຫ່ງໜຶ່ງ,ນັ້ນ​ກໍ່​ແມ່ນທະ​ເລ​ເມ​ດີ​ແຕຣາ​ເນ.

ທະ​ເລ​ເມ​ດີ​ແຕຣາ​ເນ​ແມ່ນ​ທະ​ເລຢູ່​ລະ​ຫວ່າງ​​ແຜ່ນດິນ​ໃຫຍ່​ທີ່ໃຫຍ່​ກວ່າ​ໝູ່​ໃນ​ໂລກ.ຈາກ​ທິດ​ຕາ​ເວັນ​ອອກ​​ໄປ​ທິດຕາ​ເວັນ​ຕົກ​ຍາວ​ປະມານ4000​ກິ​ໂລ​ແມັດ,ຈາກ​ທິດໃຕ້​ຂຶ້ນ​ທິດ​ເໜືອກ​ວ້າງປະ​ມານ1800​ກິ​ໂລ​ແມັດ,​ເນື້ອ​ທີ່​ມີ​ປະມາ​ນ2ລ້ານ5​ແສນ​ກິ​ໂລ​​ແມັດ​ມົນ​ທົນ.ທິດຕາ​ເວັນ​ຕົກ​ຂອງ​ທະ​ເລ​ເມ​ດີ​ແຕຣາ​ເນ​ມີ​ຊ່ອງ​​ແຄບ​ຈີບຼານຕາ​ທີ່​ກວ້າງ21​ກິ​ໂລ​ແມັດ,ຜ່ານຊ່ອງ​​ແຄບ​ດັ່ງກ່າວ​ກໍ່​​ເຂົ້າມະຫາ​ສະໝຸດ​ອັດ​ລັງ​ຕິກ​ແລ້ວ,ທິດ​ຕາ​ເວັນ​ອອກ​ຜ່ານຄອງ​ນ້ຳ​ຊູ​​ເອຊ໌ກໍ​ໄດ້​ເຂົ້າ​​ສູ່​ມະຫາ​ສະໝຸດ​ອິນ​ເດຍ,ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຜ່ານຊ່ອງ​​ແຄບດາກ​ດາ​ເນ​ວສ໌​ແລະ​ຊ່ອງ​​ແຄບ​​​ບົ​ສ​ເພີ​ໂຣສ໌,ຕິດ​ກັບທະ​ເລ​ດຳ.ທະ​ເລ​ບໍລິວານ​ຂອງທະ​ເລ​ເມ​ດີ​ແຕຣາ​ເນ​ມີ​ທະ​ເລ​​ເອໂອລ​ຽນ​,ທະ​ເລ​​ເອ​ເດຼຍຕິກແລະ​ທະ​​ເອກີ​ເປັນ​ຕົ້ນ.​ແຫຼມ​ອີ​ຕາ​ລີ,​ເກາະ​ຊີ​ຊີ​​ເລ​ຍ,ຕຸຍ​ນີຊີ​ແລະ​ສາຍພູ​ພື້ນ​ທ​ະ​ເລ​ລະ​ຫວ່າງ​ພວກ​ມັນ, ​ແບ່ງ​ທະ​ເລ​ເມ​ດີ​ແຕຣາ​ເນ​ເປັນ​ສອງ​ພາກ​ສ່ວນ ຄືພາກ​ຕາ​ເວັນ​ອອກ​ແລະ​ພາກຕາ​ເວັນ​ຕົກ.ປະ​ເທດ​ທີ່ລຽບ​ຝັ່ງ​ທະ​ເລ​ເມ​ດີ​​ແຕຣາ​ເນ​ມີ:ອານ​ເຊ​ລີ,ຕຸ​ຍນີຊີ,ລີປີ,​ເອຢິບ,​ອິສຣາ​ແອນ,ລີ​ບັງ,ຊີ​ເລຍ,ຕວກກີ,​ເກຼັກ,ອານ​ບາ​ນີ,ຢູ​ໂກສະ​ລາ​ວີ,​ໂກຣອາຊີ,ອີ​ຕາ​ລີ,​ແອ​ສປາຍ,ຝຣັ່ງ,ປອກຕຸຍ​ການ​ແລະ​ມາ​ລົກ​.

ດິນ​ຟ້າ​ອາ​ກາດ​ຂອງ​ທະ​ເລ​​ເມດີ​ແຕຣາ​ເນ​ມີ​ພິ​ເສດ​ຫຼາຍ,ລະດູຮ້ອນ​ອາກາດ​ຮ້ອນແຫ້ງ​​ແລ້ງຝົນຕົກ​ໜ້ອຍ,​ແຕ່ລະດູ​ໜາວພັດ​ອາກາດ​ອົບ​ອຸ່ນ​ຊຸ່ມອຶນ.ດິນ​ຟ້າ​ອາກາດ​ແບບ​ນີ້​ເຮັດ​ໃຫ້​​ແມ່​ນ້ຳ​ຢູ່ອ້ອມ​ແອ້ມ​​ທະ​ເລ​ໃນ​ລະດູ​ໜາວເຕັມ​ໄປ​ດ້ວຍ​ນ້ຳ​ຝົນ,ເມື່ອ​ຮອດລະດູ​ຮ້ອນ​ກໍ່​ບົກ​ແຫ້ງ.​ໃນ​ໂລກ​ນີ້,​ ​ດິນ​ຟ້າ​ອາກາດ​ແບບ​ນີ້​ບໍ່ຫ​ຫຼາຍ​ປານ​ໃດ,ຕາມ​ສະຖິຕິ,ນັບ​ລວມ​ແລ້ວ​, ​ຍັງບໍ່​ຮອດ2%.ຍ້ອນ​ວ່າ​ດິນ​ຟ້າ​ອາກາດ​ຢູ່ທະ​ເລເມ​ດີ​ແຕຣາ​ເນພິ​ເສດຫຼາຍ,​ໃນ​ເວລາ ທ່ານ​ໂຄ​ເບັນ ນັກ​ອຸຕຸນິຍົມ​ວິ​ທະຍາ​ເຢຍລະ​ມັນຂີດແບ່ງດິນ​ຟ້າ​ອາກາດ​ທົ່ວ​ໂລກ,ດິນ​ຟ້າ​ອກາດ​ຢູ່​ແຫ່ງ​ນີ້​ເປັນດິນ​ຟ້າ​ອາກາ​ດທະ​ເລ​ເມ​ດີ​ແຕຣາ​ເນ​ເຊິ່ງ​ເປັນ​ດິນ​ຟ້າ​ອາກາດ​ປະ​ເພດ​ໜຶ່ງ.

ເຖິງ​ວ່າມີ​ແມ່ນ້ຳຫຼາຍສາຍ​,​ເຊັ່ນ,​ແມ່​ນ້ຳ​ນິນ,​ແມ່​ນ້ຳ​ໂຣນ​ແລະ​ແມ່​ນ້ຳ​ອາຍ​ປູ​ໂລ​ເປັນ​ຕົ້ນໄຫຼ​ເຂົ້າ​ປ່ອງທະ​ເລ​ເມ​ດີ​ແຕຣາ​ເນກໍ​ຕາມ,​ແຕ່​ຍ້ອນ​ວ່າທະ​ເລ​ເມ​ດີ​ແຕຣາ​ເນ​ຕັ້ງ​ຢູ່​ແຖບ​ຮ້ອນ​ສຳຮອງ,ນ້ຳລະ​ເຫີ​ຍຫຼາຍ​,​ໄດ້​ລື່ນ​ກາຍ​ນ້ຳ​ທີ່​​ໄຫຼ​ເຂົ້າແມ່​ນ້ຳ​ແລະ​ນ້ຳ​ຝົນ​ຕັ້ງຫຼວງ​ຫຼາຍ,​​ພາ​ໃຫ້​ນ້ຳ​ໄຫຼ​ລົງ​ສູ່​ທະ​ເລ​ເມ​ດີ​ແຕຣາ​ເນໜ້ອຍ​ກວ່າ​ນ້ຳ​ລະ​ເຫີ​ຍ,ຄວາມ​ເຄັມ​ຂອງ​ນ້ຳ​ທະ​ເລກໍ່​ສູງ​ກວ່າ​ມະຫາ​ສະໝຸດ​ອັດ​ລັງ​ຕິກ.ນ້ຳຂອງ​ມະຫາ​ສະໝຸດ​ອັດ​ລັງ​ຕິກ,​ໂດຍ​ໄຫຼ​ເຂົ້າ​ສູ່​ທະ​ເລ​ເມ​ດີ​ແຕຣາ​ເນຜ່ານ​ຊັ້ນ​ເທິງ​ຂອງ​ຊ່ອງ​ແຄບຈີບ​ບຼານຕາ,ນ້ຳ​ເຄັມ​ຂຸ້ນ​ຂອງ​ທ​ະ​ເລ​ເມ​ດີ​ແຕຣາ​ເນໄຫຼ​ເຂົ້າ​ສູ່​ມະຫາ​ສະ​ໝຸດອັດ​ລັງຕິກ,​ໂດຍຜ່ານ​ຊັ້ນ​ລຸ່ມ​ຂອງ​ຊ່ອງ​ແຄບ​ຈີບຼານຕາ​​.ມະຫາ​ສະໝຸດ​ອັດ​ລັງ​ຕິກ​ກວ້າງໃຫຍ່​,ມີ​ນ້ຳພຽງພໍ,ນ້ຳ​ທີ່​​ໄຫຼ​ເຂົ້າ​ສູ່​ທະ​ເລ​​​ເມ​ດີ​ແຕຣາ​ເນຫຼາຍ,ມີ​7000​ແມັດ​ກ້ອນຕໍ່​ວິນາທີ​ຖ້າບໍ່​ມີນ້ຳຂ​ອງມະ​ຫາສະ​ໝຸດ​ອັດ​ລັງຕິກ​ໄຫຼ​ເຂົ້າ​ສູ່ທະ​ເລເມ​ດີແຕ​ຣາເນ​ຢ່າງບໍ່​ຂາດສາຍ,​ໃນ​ປະມານ​1000​ປີ​ຂ້າງ​ໜ້າ​ນີ້,​ທະ​ເລ​ເມ​ດີ​ແຕຣາ​ເນ​ກໍ່​ອາດຈະ​ບົກ​ແຫ້ງ,ກາຍ​ເປັນ​ຂຸມ​ເຄັມ​ໃຫຍ່ຂຸມ​ໜຶ່ງ.

ປະຈຸ​ບັນ,ທະ​ເລ​ເມ​ດີ​ແຕຣາ​ເນ​ແມ່​ນທະ​ເລ​ບໍລິວານ​ຂອງ​ມະຫາ​ສະ​ໝຸດອັດ​ລັງ​ຕິກ.​ແຕ່ວ່າ,ໃນ​ປະຫວັດ​ທໍລະນີ,ທະ​ເລເມ​ດີ​ແຕຣາ​ເນ​ພັດ​ມີ​ປະ​ຫວັດເກົ່າ​ກວ່າ​ມະຫາ​ສະໝຸດ​ອັດ​ລັງ​ຕິກ.​ຢູ່​ລະຫວ່າງ65​ລ້ານ​ປີ​ກ່ອນ,ທະ​ເລ​ເມ​ດີ​ແຕຣາ​ເນ​ແມ່ນ​ທະ​ເລ​ທີ​ທິ​ສ໌ອັນ​ກວ້າງຂວາງ.​ທະ​ເລ​ທີ​ທິ​ສ໌ມີ​ຂອບ​ເຂດ​ກວ້າງ,ທິດຕາ​ເວັນ​ອອກ​ຜ່ານ​ພູ​ຫິມມະ​ໄລ,ຈົນ​ໄປ​ຮອດ​ມະຫາ​ສະໝຸດ​ປາຊີ​ຟິກທໍ່​ນັ້ນ.​ໃນ​ຄາວ​ນັ້ນ,ມັນ​ພຽງ​ແຕ່​ໜ້ອຍ​ກວ່າ​ມະຫາ​ສະໝຸດ​ປາຊີ​ຟິກ,ມະຫາ​ສະ​ໝຸດອັດ​ລັງ​ຕິກ​ຍັງ​ບໍ່​ທັນໄດ້​ຈໍ່​ຕົວ​ຂຶ້ນ.ຫຼັງ​ຈາກ​ນັ້ນ,​ແຜ່ນ​ເອີ​ລົບ​ອາຊີ​ຢູ່​ທິດ​ເໜືອ​​ກັບແຜ່ນ​ອິນ​ເດຍ​ຢູ່​ທິດ​​ໃຕ້​ໄດ້​ເລື່ອນຍ້າຍ​, ​ຫຍັບ​ເຂົ້າ​​ໃກ້​ກັນ​ແລະ​ຕ່ຳກັນ, ຈົນ​ກະທັ້ງສ້າງພູ​ຫິມມະ​ໄລ, ນັບ​ແຕ່​ເວລາ​ນັ້ນ,​ທະ​ເລທີ​ທິ​ສ໌ກໍ່​ໄດ້​ຫຍໍ້​ຕົວ​ເຂົ້າ​ເປັນ​ທະ​ເລ​ເມ​ດີ​ແຕຣາ​ເນ​ໃນ​ປະຈຸ​ບັນ.

ເຂດ​ລຽບ​ຝັ່ງ​ທະ​ເລ​ເມ​ດີ​ແຕຣາ​ເນ ​ແມ່ນ​ແຫ່ຼງ​ກຳ​ເນີ​ດອະ​ລະຍະ​ທຳ​ການ​ເດີນ​ ​ທະ​ເລ​ແຫ່ງ​ໜຶ່ງ.ຊາວ​ຟີ​ນີ​ເຊຍ,ຊາວ​ຄຼີ​ເທີນ​,ຊາວ​ເກຼັກພ້ອມ​ດ້ວຍ​ຊາວ​ປອກຕຸຍ​ການ​ແລະ​ຊາວ​​ແອ​ສປາຍ​ຫຼັງ​ຈາກ​ນັ້ນ,ລ້ວນ​ແຕ່​ແມ່ນ​ຊົນ​ຊາດ​ພັດທະນາ​ໃນ​ການ​ເດີນ​​ທະ​ເລ,ນັກ​ເດີນທ​ະ​ເລຜູ່ຍິ່ງ​ໃຫຍ່​ຫຼາຍ​ຄົນ​ກໍ​ເກີດ​ຢູ່​​ເຂດ​ນີ້.ທ່ານ​​ຄິຼສ​ໂທ​ເຟີ ເຄີລຳ​ເປີ​ສ໌ທີ່​​ໄດ້​ຄົ້ນ​ພົບທະວີບອາ​ເມ​ລິ​ກາ,ທ່ານວາສ​ໂກ ​ເດີ·ກາມາ​ທີ່ສ້າງທາງ​ເດີນ​ເຮືອລະຫວ່າງ​ມະຫາ​ສະໝຸດ​ອັດ​ລັງ​ຕິກ​ກັບມະຫາ​ສະໝຸດອິນ​ເດຍ,ທ່ານ​ມາເຈ​ເລີ​ນ

ຜູ້​ເດີນ​ເຮືອ​ອ້ອມ​ໂລກ​​ຜຸ້ທຳ​ອິດ,ກໍ່​​ແມ່ນຜູ້​​ແທນ​ອັນ​ປະ​ເສີດ​.​ໃນ​ເວລາ​ດຽວ​ກັນ,ຂະ​ບວນຟື້ນ​ຟູສີລະ​ປະ​ວັນນະຄະດີ​ຈະ​ເລີ​ນຮຸ່ງ​ເຮືອງ,ກໍ່​ໄດ້​​​ເລີ່​ມຈັດ​ຂຶ້ນຢູ່​ເຂດ​ນີ້.ທ່ານ​ໂຄ​​ ເພີ​ນີ​ເຄີ​ສ໌ ຜູ້​​ປະດິດ​ສ້າງ​ທິດສະ​ດີຕາ​ເວັນ​ເປັນ​ໃຈກາງ,​ທ່ານກາ​ລີ​ເລ ນັກ​ຟີ​ຊິກ​ສາດ​ທີ່​ຍິ່ງ​ໃຫຍ່​ກໍ່​ເກີດ​ຢູ່​ເຂດ​ນີ້​ເຊັ່ນ​ດຽວ​ກັນ.​​ປະຊາຊົນ​ຢູ່ເຂດທະ​ເລ​ເມ​ດີ​ແຕຣາ​ເນ​ໄດ້​ປະກອບ​ສ່ວນ​ອັນ​ໃຫຍ່​ຫຼວງ​ເຂົ້າ​ໃນຄວາມ​ກ້າວໜ້າ​ດ້ານ​ອະ​ລະຍະ​ທຳ​ວິທະຍາ​ສາດຂອງ​ມວນ​ມະນຸດ​ໃນ​​ໄລຍະ​ມໍ່