ຕາມຂ່າວCRI,ວັນທີ15ກຸມພາ,ຢູ່ທີ່ປັກກິ່ງ,ທ່ານຫູຈິນທາວ ປະທານປະເທດຈີນກ່າວວ່າ,ໃຕ້ສະຖານະການໃໝ່ໃນສະຕະວັດໃໝ່,ຝ່າຍຈີນຍິນດີຍຶດໝັ້ນແນວທາງການຕ່າງປະເທດຕໍ່ປະເທດອ້ອມຂ້າງທີ່"ມີໄມຕີຈິດຕໍ່ປະເທດໃກ້ຄຽງ,ຖືປະເທດໃກ້ຄຽງເປັນເພື່ອນ"ແລະນະໂຍບາຍການຕ່າງປະເທດຕໍ່ປະເທດອ້ອມຂ້າງທີ່"ເປັນບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນ,ຢູ່ຮ່ວມກັນກັບປະເທດໃກ້ຄຽງຢ່າງສະຫງົບ,ຮັ່ງມີນຳກັນກັບປະເທດໃກ້ຄຽງ".

ທ່ານຫູຈິນທາວ(ຂວາ)ພົບປະທ່ານໂຊວິນ
ທ່ານຫູຈິນທາວແມ່ນໃຫ້ທັດສະນະດັ່ງກ່າວໃນເວລາພົບປະທ່ານໂຊວິນ ນາຍົກລັດຖະມົນຕີມຽນມາ.ທ່ານກ່າວວ່າ,ເມື່ອເຂົ້າສູ່ສະຕະວັດໃໝ່,ການພົວພັນຈີນມຽນມາໄດ້ມີການຄືບໜ້າໃໝ່.ຈີນຈະເພີ່ມທະວີແລະລົງເລິກການຮ່ວມມືທີ່ຕິດແທດຕົວຈິງລະຫວ່າງສອງຝ່າຍໃນທຸກຂົງເຂດຢ່າງບໍ່ຢຸດຢັ້ງ,ຊຸກຍູ້ການພົວພັນມິດຕະພາບແລະຮ່ວມມືກັນຖານບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນລະຫວ່າງຈີນກັບມຽນມາໃຫ້ຂຶ້ນສູ່ລະດັບສູງກວ່າເກົ່າ,ສ້າງຄວາມ ສຸກໃຫ້ສອງປະເທດແລະປະຊາຊົນສອງຊາດ.
ທ່ານໂຊວິນກ່າວວ່າ,ລັດຖະບານແລະປະຊາຊົນມຽນມາຂອບໃຈດ້ວຍຄວາມຈິງໃຈຕໍ່ຈີນທີ່ໃຫ້ການສະໜັບສະໜູນແລະຄວາມຊ່ອຍເຫຼືອແກ່ການພັດທະນາຂອງມຽນມາ,ຍິນດີເປັນເພື່ອນຈິງໃຈຂອງຈີນຈົນເທົ່າໃດໆ.ຝ່າຍມຽນມາຫວັງຢາກຖອດຖອນເອົາບົດຮຽນສຳເລັດຜົນຂອງຈີນໃນການພັດທະນາ,ເພີ່ມທະວີການຮ່ວມມືລະຫວ່າງສອງປະເທດ,ຍິນດີພ້ອມກັນກັບຝ່າຍຈີນປົກປັກຮັກສາສັນຕິພາບແລະຄວາມປອດໄພຂອງພາກພື້ນ.
|