ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-15 21:14:40    
ຈີນ​ຈະ​ສະ​ໜັບ​ສະ​ໜູນ​ວຽກ​ງານ​ເກືອດ​ຫ້າມ​ຢາ​ເສບ​ຕິດ​ຂອງ​ລາວ​ຢ່າງ​ແຂງ​​ແຮງ​ກວ່າ​ເກົ່າ

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ14​ກຸມພາ,ຢູ່​ທີ່​ວຽງ​ຈັນ,ທ່ານ​ຈ່າງ​ຊິ່ນ​ເຟີ່ງ ຮອງ​ຫົວ​ໜ້າ​ ຄະ​ນະ​ກຳມະການ​​ເກືອ​ດຫ້າມ​ຢາ​ເສບ​ຕິດ​ແຫ່ງ​ຊາດ​ຈີນ ຮອງລັດຖະມົນຕີ​ກະ​ຊວງ​ປ້ອງ​ກັນ​ຄວາ​ມສະຫງົບ​ຈີນ​ກ່າວ​ວ່າ,ຈີນ​ຈະ​​ສະໜັບສະ​ໜູນ​ວຽກ​ງານ​ເກືອດ​ຫ້າມ​ຢາ​ເສບ​ຕິດ​ຂອງ​ລາວຢ່າງ​ແຂງ​ແຮງ​ກວ່າ​ເກົ່າ.

​ໃນ​ກອງ​ປະຊຸມ​ປະກາດ​ລົບ​ລ້າງ​ການ​ປູກ​ຝິ່ນທົ່ວ​ປະ​ເທດ​ຂອງ​ລາວ​ທີ່​ຈັດ​ຂຶ້ນຢູ່​ທີ່​ວຽງ​ຈັນ​ໃນ​ວັນ​ທີ14​ກຸມພາ,ລັດຖະບານ​ລາວ​ປະກາດ​ວ່າ​ໄດ້​ລົບ​ລ້າງ​ການປູກຝິ່ນ​ໃນ​ທົ່ວ​ປະ​ເທດ​ແລ້ວ,​ເຊິ່ງ​ໄດ້​ເຮັດ​ໃຫ້​ປະ​ຫວັດ​ການ​ປູກ​ຕົ້ນ​ຟິ່ນຝິ່ນ​ເປັນ​ເວລາ200​ປີນັ້ນສິ້ນ​ສຸດ​ລົງ.ທ່ານ​ຈ່າ​ງຊິ່ນ​ເຟີ່ງ​ເວົ້າວ່າ,ລັດ​ຖະບານ​ຈີນ​ຈະ​ເຮັດຄື​ແຕ່​ເກົ່າ​ເມືອຫຼັງ ສະ​ໜອງ​ການ​ຊ່ອຍ​ເຫຼືອ​ລັກ​ສະ​ນະ​ທາດ​ແທ້​ແກ່​ການ​ພັດທະນາ​ເຂົ້າ​ແທນ​ຂອງ​ລາວ,​ປັບ​ປຸງ​ໝາກຜົນຂອງ​ການຫ້າມ​ປູກ​ຝິ່ນ​ຂອງ​ລາວ​ໃຫ້​ໝັ້ນຄົງ.ທ່ານ​ຍັງ​ຮຽກຮ້ອງ​ໃຫ້​ປະ​ຊາ​ຄົມ​ໂລກ​ສືບ​ຕໍ່​ເພີ່ມ​ທະ​ວີການ​ສະ​ໜັບ​ສະ​ໜູນ​ດ້ານ​ເງິນ​ທຶນ​ແລະ​ເຕັກນິກຕໍ່​ວຽກ​ງານ​​ເກືອດ​ຫ້າມ​ຢາ​ເສບ​ຕິດ​ຂອງ​ລາວ.