ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-15 21:21:32    
ເຈົ້າ​ຊີ​ວິດ​ກຳ​ປູ​ເຈຍ​ຊົງ​ຕ້ອນ​ຮັບ​ການ​ເຂົ້າ​ເຝົ້າ​ຂອງ​ທ່ານ​ນາງ​ເຜິງ​ເພ້​ຢຸນ

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ14​ກຸມພາ,ຢູ່​ພະ​ລາຊະ​ນິເວດ​ທີ່​ຊຽມລຽບ,ສົມ​ເດັດ​ນະ​ໂລ​ດົມ​ສີຫະ​ໂມ​ນີ ​ເຈົ້າ​ຊີວິດ​ກຳປູ​​ເຈຍ​ຊົງ​​ໄດ້​ຕ້ອນຮັບການເຂົ້າເຝົ້າຂອງທ່ານ​ນາງ​ເຜິ​ງ​ເພ້ຢຸນ ປະທານ​ສະພາກາ​ແດງ​ຈີນ​ພ້ອມ​ຄະນະທີ່​ໄປ​ຢ້ຽມຢາມ.

ໃນ​ການ​ພົບ​ປະ,ສົມ​ເດັດ​ສີຫະ​ໂມ​ນີຊົງ​ຕັດ​ວ່າ,ການ​ພົວພັນ​ມິດຕະພາບແລະຮ່ວມ​ມືກັນອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ​ກຳປູ​ເຈຍ​ກັບ​ຈີນ​ບໍ່​ພຽງ​ແຕ່​ໄດ້ສ້າງ​ຄວາມ​ສຸກ​ໃຫ້​ປະ​ຊາ​ຊົນ​ສອງ​ຊາດ​ເທົ່າ​ນັ້ນ,​ຫາກ​ຍັງ​ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ສັນ​ຕິ​ພາບ,​ສະ​ຖຽນ​ລະ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ​ແຫ່ງ​ນີ້.​ໃນ​ຫຼາຍ​ປີ​ມາ​ນີ້,​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ຂະ​ຫຍາຍ​ຕົວ​ຢ່າງ​ຮອບ​ດ້ານ,ລົງ​ສູ່​ລວງ​ເລິກ​ແລະ​ໝັ້ນ​ທ່ຽງ​,​ເຮັດ​ໃຫ້​ຄົນ​ເພິ່ງ​ພໍ​ໃຈ.

ສົມ​ເດັດ​ນະ​ໂລ​ດົມ​ສີຫະ​ໂມ​ນີ​ຊົງ​ໄດ້​ຂອບ​ພະ​ໄທຕໍ່​ຈີນ​ທີ່​ໃຫ້​ການ​ສະ​ໜັບ​ສະ​ໜູນ​ອັນ​ລ້ຳ​ຄ່າ​ແລະ​ຄວາມ​ຊ່ອຍ​ເຫຼືອ​ຢ່າງ​ບໍ່​ເຫັນ​ແກ່​ຕົວ​ແກ່​ກຳປູ​ເຈຍ​ໃນ​ໄລ​ຍະ​ດົນ​ນານ​ມາ​ນີ້.​ສົມ​ເດັດ​ຊົງ​ຕັດ​ວ່າ,ຜູ່​ນຳ​ຮຸ່ນ​ໃໝ່​ຂອງ​ກຳປູ​ເຈຍ​ຈະ​ສືບ​ທອດ​ແລະ​ສົ່ງ​ເສີມ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ​ກຳປູ​ເຈຍ​ກັບ​ຈີນ,ສຸມ​ກຳລັງ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ດ້ວຍ​ໄມຕີ​ຈິດ​ລະຫວ່າງ​ສອງ​ປະ​ເທດ​ໃນ​ທຸກ​ຂົງ​ເຂດ​ເຊັ່ນ​ການ​ເມືອງ,​ເສດ​ຖະ​ກິດ​ແລະ​ວັດ​ທະ​ນະ​ທຳ​ເປັນ​ຕົ້ນ.​ກຳ​ປູ​ເຈຍ​ຈະ​ ປະ​ຕິ​ບັດ​ນະ​ໂຍ​ບາຍ​ຈີນ​ດຽວ​ຢ່າງ​ບໍ່​ຫວັ່ນ​ໄຫວ​ຄອນ​ແຄນ​ຈັກ​ເມັດ,​ສະ​ໜັບ​ສະ​ໜູນ​ຄວາມ​ພະ​ຍາ​ຍາມ​ຂອງ​ຈີນ​ເພື່ອ​ບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ຂອງ​ຊາດ.