ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-15 22:00:50    
ປີ2005,​ແຜ່ນ​ດິນ​ໃຫຍ່​ໄດ້​ຕ້ອນ​ຮັບ​ພີ່​ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ​ລື່ນ​ກາຍ​4​ລ້ານ​ເທື່ອ​ຄົນ

cri
ຕາມຂ່າວສານຊິນຮວາ,ວັນ​ທີ15​ກຸມ​ພາ,ກົມທ່ອງທ່ຽວແຫ່ງຊາດຈີນ​ໄດ້ປະກາດສະຖິຕິ​ຫຼ້າ​ສຸດ​ເຊິ່ງສະ​ແດງ​ໃຫ້​ເຫັນ​ວ່າ,ປີ2005,​ແຜ່​ນດິນ​ໃຫຍ່​ປະ​ເທດ​ຊາດໄດ້​ຕ້ອນຮັບພີ່ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ4​ລ້ານ1​ແສນ1​ໝື່ນ​​ເທື່ອ​ຄົນ,ຖານະ​ຂອງ​ໄຕ້ຫວັນ​ທີ່​ເປັນ​ແຫຼ່ງນັກ​ທ່ອງ​ທ່ຽວ​ທີ່​ສຳຄັນ​ຂອງແຜ່ນດິນ​ໃຫຍ່​ໄດ້​ເພີ່ມ​ທະວີ​ຂຶ້ນ​ເລື້ອຍໆ.ພ້ອມ​ກັນ​ນັ້ນ,​ພີ່​ນ້ອງ​ຮ່ວມ​ຊາດ​ແຜ່ນ​ດິນ​ໃຫຍ່​ທີ່​ໄປ​ໄຕ້​ຫວັນ​ໄດ້​ບັນ​ລຸ​1​ແສນ6​ໝື່ນ​​ເທື່ອ​ຄົນ.

ຜູ່​ຮັບຜິດຊອບ​ທີ່​ກ່ຽວຂ້ອງ​ຂອງ​ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​ແນະນຳ​ວ່າ,​ປີ​2005,​ພົນ​ລະ​ເມືອງ​ແຜ່ນ​ດິນ​ໃຫຍ່​ທີ່​​ໄປ​ຕ່າງປະ​ເທດມີ​ເຖິງ31​ລ້ານ3​ໝື່ນ​ເທື່ອ​ຄົນ,​ກຳ​ລັງ​ບົ່ມ​ຊ້ອນ​ອັນ​ມະ​ຫາ​ສານ​ຂອງ​ຕະຫຼາດ​ທ່ອງ​ທ່ຽວ​ຂອງໄທ​ເມືອງ​ແຜ່ນ​ດິນ​ໃຫຍ່​ທີ່ໄປ​ທ່ຽວ​ນອກ​ແດນ​ໄດ້​ອຳ​ນວຍ​ແມ່​ແຮງ​ທີ່​ພຽງ​ພໍ​ກວ່າ​ເກົ່າ​ໃຫ້​ແກ່​ການ​ພັດ​ທະ​ນາ​ແລະ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ສອງ​ຝັ່ງ.ຝ່າຍ​ແຜ່ນດິນ​ໃຫຍ່​ຍິນ​ດີ​ພ້ອມ​ກັນ​ກັບ​ວົງ​ການ​ທ່ອງ​ທ່ຽວ​ໄຕ້​ຫວັນ,​ຮ່ວມ​ມື​ຢ່າງ​ຈິງ​​ໃຈ​,ພ້ອມ​ກັນ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ໂອ​ກາດ​ພັດ​ທະ​ນາ​ແລະ​ອະ​ນາ​ຄົດ​ອັນ​ດີງາມ​ຂອງ​ການ​ທ່ອງ​ທ່ຽວ​ຂອງ​ແຜ່ນ​ດິນ​ໃຫຍ່.