ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-16 04:35:24    
ທ່ານສາດສະດາຈານ​ທາວ​ລີ້​ຟານ ນັກ​ວິ​ທະຍາ​ຮີດຄອງ​ປະ​ເພນີ​ຊົນ​ເຜົ່າຂອງ​ຈີນ(ສຽງ)

cri

ທ່ານ​ຜູ້​ຟັງ​ທີ່​ໂຄລົບ,ຊົມ​ເຊີຍ​ທ່ານຮັບຟັງ​ລາຍການ​ວັດທະນະທຳ​ຈີນ.​​ເມື່ອ​ຮອດວັນ​ບຸນປະ​ເພນີ​ຂອງ​ຈີນ​ເທື່ອ​ໃດ,ທ່ານສາດສະດາຈານ​ທາວ​ລີ້​ຟານກໍ່​ຂຸ້ນນຳ​ວຽກຫຼາຍທີ່​ສຸດ.​​ໃນ​ຖານ​ເປັນຮອງ​ຫົວໜ້າສະມາຄົມວິທະຍາ​ຮີດຄອງ​ປະ​ເພນີຊົນ​ເຜົ່າຂອງ​ຈີນ,ມີນັກ​ຂ່າວ​ສື່​ມວນ​ຊົນຢ່າງ​ຫຼວງ​ຫຼາຍ​ຫວັງ​ຢ່າ​ກສຳພາດທ່ານ,​ຂໍ​ໃຫ້​ທ່ານ​ລົມ​ເລື່ອງ​ກ່ຽວ​ກັບ​ວັດທະນະທຳ​ນັກສັດ,ວັດທະນະທຳ​ຮີດຄອງ​ປະ​ເພນີ​ບຸນ​ກຸດ​ຈີນ​ເປັນ​ຕົ້ນ.​ໃນ​ລາຍການ​ພາກ​ນີ້,ຂ້າ​ພະ​ເຈົ້າ​ຈະ​ແນະນຳ​ນັກປາດ​ທີ່​ມີ​ຊື່ສຽງຜູ້​ນີ້ສູ່​ທ່ານ​ຟັງ.

ຮີດຄອງ​ປະ​ເພນີຊົນ​ເຜົ່າ​ແມ່ນຄວາມ​ຊົງ​ຈໍາດ້ານວັດທະນະທຳ​ຂອງ​ຊົນ​ເຜົ່າ​ໃດ​ໜຶ່ງ.ຄ່ຽງຄູ່​ກັບ​ການ​ພັດທະນາ​ຂອງ​​ເສດຖະກິດ​ຈີນ,ຄົນ​ທັງຫຼາຍ​ນັບ​ມື້​ນັບ​ເອົາ​ໃຈ​​ໃສ່ນຳ​ວັດທະນະທຳ​ຮີດຄອງ​ປະ​ເພນີຊົນ​ເຜົ່າ,ຕໍ່​ເລື່ອງ​ນີ້,ທ່ານ​ທາວ​ລີ້​ຟານ​ຮູ້ສຶກ​ດີ​ໃຈ​ຫຼາຍ.ທ່ານ​ທາວລີ້​ຟານ​ເກີດຢູ່​ນະຄອນລານ​​ໂຈ່​ວ​ ​ແຂວງ​ການ​ຊູ້​ໃນ​ປີ1938,ພາຍຫຼັງ​ທ່ານ​ຮຽນ​ຈົບຈາກ​ມະຫາ​ວິ​ທະຍາ​ໄລ​ສ້າງ​ຄູ​ປັກ​ກິ່ງແລ້ວ​,​ໄດ້ເປັນ​ອາຈານ​ໃນມະຫາວິທະຍາ​ໄລ​ຊົນ​ເຜົ່າ​ສູນ​ກາງຈີນ,ມີ​ຊື່ສຽງ​ດົ່ງ​ດັງ​ດ້ວຍ​ການ​ຄົ້ນຄວ້າ​ທິດ​ສະ​ດີ​ພື້ນຖານ​ຂອງ​ວິທະຍາ​ຮີດຄອງ​ປະ​ເພນີ​ຊົນ​ເຜົ່າແລະ​ວັນ​ນະ​ຄະດີ​ພື້ນ​ເມືອງ​ຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ.ປະຈຸ​ບັນ,ທ່ານ​ທາວ​ລີ້​ຟານເປັນປະທານສະມາຄົມ​ວິທະຍາຮີ​ດຄອງ​ປະ​ເພນີຊົນ​ເຜົ່າອາຊີສາກົນ,ຮອງປະທານຂອງ​ສະມາຄົມ​ວິທະຍາ​ຮີດຄອງ​ປະ​ເພນີ​ຊົນ​ເຜົ່າຈີນ​ເປັນ​ຕົ້ນ.

ໃນ​ຖານ​ເປັນ​ນັກປາດ​ວິ​ທະ​ຍາສາດ​ຮີດຄອງ​ປະ​ເພນີຊົນ​ເຜົ່າ,ທ່ານ​ທາວ​ລີ້​ຟານ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ແພງ​ອັນ​ເລິກ​ເຊິ່ງຕໍ່​ວັດທະນະທຳ​ດັ້ງ​ເດີມຂອງ​ຈີນ.​ໃນ​ຊີວິດ​ຄົ້ນຄວ້າ​ແລະ​ສິດສອນ​ເປັນ​ເວລາ40ກວ່າປີ,ທ່ານ​ໄປສຳ​ຫຼວດ​ແລະ​ຊອກຮູ້​ສະພາບ​ສື​ບທອດ​ແລະ​ຜັນ​ປ່ຽນ​ຂອງ​ຮີດຄອງ​ປະ​ເພນີຊົນ​ເຜົ່າ​ຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຕັ້ງຫຼາຍ​ເທື່ອ.ທ່ານ​ທາວ​ລີ້​ຟານ​​ເວົ້າ​ວ່າ:

"​ໃນ​ຖານ​ເປັນ​ນັກປາດ,ການ​ຊອກ​ຮູ້​ປະ​ເພນີ​ຂອງ​ພວກ​ເຮົາ​ນັ້ນແມ່ນ​ສຳຄັນ​ທີ່​ສຸດ.ຂ້າພະ​ເຈົ້າ​ໄດ້​ສຳຜັດ​ຊົນ​ເຜົ່າ​ສ່ວນ​ໜ້ອຍຢ່າງ​ຫຼວງ​ຫຼາຍ,​ໄປສຳຫຼວດຢູ່ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຫຼາຍ​ແຫ່ງ.​ໃນ​ດ້ານ​ສຳ​ຫຼວດພາກ​ສະໜາມແລະ​ອະນຸລັກນັ້ນ​ມີ​ວຽກ​ເຮັດ​ຢ່າງ​ຫຼວງ​ຫຼາຍ,ຍ້ອນ​ວ່າ​ວັດ​ທະນະ​ທຳ​ຢ່າງ​ຫຼວງຫຼາຍສາມາດ​ຮັກສາ​ມາຮອດ​ປະຈຸ​ບັນນີ້​ແມ່ນ​ຍ້ອນ​ມະ​ມວນ​ຊົນ​ອະນຸລັກ​ໄວ້.​ຕົວຢ່າງ​ຄືວັດທະນະທຳ​ຂອງ​ໝູ່ບ້ານແຫ່ງ​ໜຶ່ງຕ້ອງອາ​ໄສ​ໝູ່​ບ້ານ​ມາອະນຸລັກ​​ໄວ້,ຄວາມຊົງ​ຈຳ​ຊະນິດ​ໜຶ່ງຕ້ອງການຂອງຜູ້​ສື​ບທອດເອງ​ມາ​ອະນຸລັກ​ໄວ້."

ເພື່ອ​ເຜີຍ​ແບກົດ​ເກນ​​ໃນການພັດທະນາ​ແລະ​ປ່ຽນ​ແປງຂອງຮີດຄອງ​ປະ​ເພນີ​ຊົນ​ເຜົ່າແລະ​ວັນ​ນະ​ຄະດີພື້ນ​ເມືອງ,ທ່ານ​ທາວ​ລີ້​ຟານ​​ໄດ້ເສຍ​ກຳລັງວັງຊາຢ່າງ​ຫຼວງ​ຫຼາຍ​​ໃນ​ການຄົ້ນຄວ້າ,ປະ​ຈຸ​ບັນ​ໄດ້​ພິມ​ຈຳ​ໜ່າຍ​ບົດ​ນິພົນ20ກວ່າ​ຊະນິດ​ແລ້ວ.ທ່ານ​ໄດ້​ໄປ​ບັນ​ລະ​ຍາຍ​ແລະ​ສຳ​ຫຼວດກັບ​ບ່ອນ​ຢູ່ປະ​ເທດ​ອາຊີ​ອາຄະ​​ເນຕັ້ງ​ຫຼາຍ​ເທື່ອ.ປີ1996,ທ່ານ​ທາວ​ລີ້​ຟານ​​ໄດ້ວາງ​ແຜນ​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ວິຊາ​ການ​ສາກົນ​ກ່ຽວ​ກັບ​ວັດທະນະທຳ​ຮີດຄອງ​ປະ​ເພນີຊົນ​ເຜົ່າ​ຂອງ​ອາຊີ​ຕາ​ເວັນ​ອອກ,​ໄດ້ລິ​ເລີ່ມຕັ້ງສະມາຄົມວິທະຍາຮີດຄອງ​ປະ​ເພນີ​ຊົນ​ເຜົ່າ​ອາຊີ​ສາກົນ​ແລະ​ຮັບ​ຕໍ່າ​ແໜ່​ງ​ເປັນ​ປະທານ.ທ່ານ​ເວົ້າ​ວ່າ:

"​ໂດຍ​ຜ່ານຈາກ​ສະມາຄົມວິທະຍາ​ຮີດຄອງ​ປະ​ເພນີ​ຊົນ​ເຜົ່າ​ອາຊີ​ສາກົນ​,​ພວກ​​ເຮົາ​ໄດ້​ກ່າຍ​ຂົວ​ແລກປ່ຽນ​ຂຶ້ນ,ມີ​ບົດບາດ​ດີຫຼາຍ​ຕໍ່​ການຊຸກ​ຍູ້​ການ​ຄົ້ນຄວ້າ​ວິທະຍາສາດ​ຮີດຄອງ​ປະ​ເພນີຊົນ​ເຜົາ​ອາຊີ​ແລະ​ຊອກຮູ້​ບັນດາ​ປະ​ເທດ​."

ທ່ານ​ທາວ​ລີ້​ຟານ​​ເວົ້າ​ວ່າ,ຊົນ​ເຜົ່າ​ອາຊີ​ມີ​ຮີດຄອງ​ປະ​ເພນີ​ຄ້າຍໆ​ກັນຫຼາຍ,ທ່ານ​ຫວັງວ່າ​ໂດຍ​ຜ່ານຈາກ​ຄວາມ​ພະຍາຍາມ​ຂອງ​​ນັກປາດ​ວິທະຍາ​ຮີດຄອງ​ປ​ະ​ເພນີຊົນ​ເຜົ່າ​ທັງຫຼາຍ,​ເສີມ​ຂະ​ຫຍາ​ຍບົດບາດ​ສາຍພານ​ແລະ​ລຸ​​ໂລ່ງກັນ​ຂອງ​ຮີດຄອງ​ປະ​ເພນີ​ເຫຼົ່າ​ນີ້,​ເພີ່ມ​ທະວີ​ຄວາມ​​ເຂົ້າ​ໃຈ​ແລະ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ຊົນ​ເຜົ່າ​ຕ່າງໆ.ນັບ​ຮອດ​ປະຈຸ​ບັນ,ສະມາ​ຄົມ​ ​ວິທະຍາ​ຮີດຄອງ​ປະ​ເພ​ນີຊົນ​ເຜົ່າ​ອາຊີ​ໄດ້​ຈັດ​ກອງປະຊຸມ​ວິຊາ​ການ8ຄັ້ງ​ແລ້ວ,ກອງ​ປ​ະຊຸມ​​ແຕ່​ລະ​ຄັ້ງ​ລ້ວນ​ແຕ່​​ໄດ້ພິມ​ຈຳໜ່າຍ​ຊຸມນຸມ​ບົດ​ປະພັນ​ວິຊາ​ການສະ​ເພາະ,​ໄດ້ຊຸກຍູ້​ການ​ແລກປ່ຽນ​ແລ​ະການ​ຄົ້ນຄວ້າວິ​ທະຍາຮີດຄອງ​ປະ​ເພນີ​ຊົນ​ເຜົ່າລະຫວ່າງ​ປະ​ເທດ​ອາຊີຢ່າງ​ຫຼວງຫຼາຍ.

ເສດຖ​ະກິດ​ຈີນ​ພວມ​ພັດທະນາ​ຢ່າງ​ວ່ອງ​ໄວ,ອົງ​ປະກອບ​ສັງຄົມດັ້ງ​ເດີມຖືກ​ກະທົບ​ຢ່າງ​​ໃຫຍ່ຫຼວງ.ທ່ານ​ທາວ​ລີ້​ຟານວິຕົກ​ກັງວົນ​ຫຼາຍ​ນຳຂະ​ບວນການ​ຫັນ​ເປັນ​ທັນ​ສະ​ໄໝ​ທີ່​ນັບ​ມື້​ນັບ​ມີ​ຄວາມຄືບ​ໜ້າ.ທ່ານ​ຍົກ​ຕົວຢ່າງ​ມາ​ເວົ້າວ່າ,ຄົນ​ທັງຫຼາຍ​ຢູ່ເຂດ​ພັດທະນາ​ມັກມີ​ຄວາມ​ເຂົ້າ​ໃຈ​ຜິດ​ຊະນິດ​ໜຶ່ງ​,​ເຫັນ​ວ່າຊີວິດ​ການ​​ເປັນ​ຢູ່ຂອງ​ຄົນທັງຫຼາຍ​ທີ່​ວັດຖຸ​ບໍ່​ພັດທະນານັ້ນ​ແມ່ນບໍ່​ມ່ວນ​ຊື່ນ.ທີ່​ຈິງ​ແລ້ວ,ຄົນ​ຢູ່ຕົວເມືອງ​ໃຫຍ່​ກໍບໍ່​ຮູ້ສຶກມີ​ຄວາມ​ສຸກ​ກວ່າຄົນ​ຢູ່​ໃນ​ບ້ານ​ອັດຕັນ.ທ່ານ​ເວົ້າ​ວ່າ:

"​ໃນ​ຖານ​ເປັນ​ນັກປາດ​ວິ​ທະຍາ​ຮີດຄອງ​ປະ​ເພນີຊົນ​ເຜົ່າ,ຈຸດທີ່​ສຳຄັນ​ທີ່​ສຸດ​ແມ່ນ​ຕ້ອງ​ມີ​ຄວາມ​ຮັກ​ແພງ.ຄວນ​ເຫັນ​ວ່າ,​ເຖິງ​ແມ່ນ​ວ່າບາງ​ບ່ອນ​ຂອງຊົນ​ເຜົ່າ​ສ່ວນ​ໜ້ອຍ​ແມ່ນ​ກວງ​ໄກ​ແລະອັດ​​ຕັນ​ທີ່​ສຸດກໍ່ຕາມ,​​ແຕ່​ເວົ້າ​ໃນ​ດ້ານ​ສິ່ງ​ແວດ​ລ້ອມ​ດຳລົງ​ຊີວິດ​ຂອງ​ພວກ​ເພິ່ນ​​ແລ້ວ,​ເຖິງ​ວ່າ​ລຳບາກ​ຫຼາຍ,​ແຕ່​ພວກ​​ເພິ່ນ​ມີ​ວັດທະນະທຳ​ທີ່​ພວກ​ເພິ່ນປະດິດສ້າງ​ເອງ,ຊີວິດ​ການ​ເປັນ​ຢູ່​ຂອງ​ພວກ​​ເພິ່ນ​ແມ່ນ​ມ່ວນ​ຊື່ນ​ທີ່​ສຸດ.ນີ້​ແມ່ນ​ພວກ​​ເຮົາ​ຄວນເອົາ​ໃຈ​ໃສ່.​​ໂດຍ​ຜ່ານ​ຈາກກຳລັງ​ຂອງ​ພວກ​ເຮົາ,​ແນະນຳ​ວັດທະນະທຳ​ຂອງ​ພວກ​ເພິ່ນ​ໃຫ້​ຊົນ​ເຜົ່າ​ອື່ນໆ,ນີ້​ກໍ່​ແມ່ນ​ໜ້າ​ທີ່​ອັນ​ສຳຄັນອັນ​ໜຶ່ງ."

ປີ1999,ທ່ານ​ທາວ​ລີ້​ຟານ​ພ້ອມ​ກັບ​ທ່ານ​ເຊີນ​​ໄພ້​ຊື່ ສີ​ລະປິນດ້ານການສະ​ແດງ​ທີ່ມີ​ຊື່ສ​ຽງ​ໄດ້​ຮ່ວມ​ກັນລິ​ເລີ່​ມ​ແລະ​ສ້າງ​ເວ​ບ​ໄຊ້ທີ່​ມີ​ຊື່ວ່າ​"ຮີດຄອງ​ປະ​ເພນີ​ຊົນ​ເຜົ່າຂອງ​ຈີນ"​ແລະເປັນພິທີກອນຜູ້​ທຳ​ອິດ​ຂອງ​ເວ​ບ​ໄຊ້ດັ່ງກ່າວ.ປະຈຸ​ບັນ,​ເວ​ບ​ໄຊ້ນີ້​ໄດ້​ກາຍ​ເປັນ​ປ່ອງຢ້ຽມ​ອັນ​ສຳຄັນ​ຂອງ​ວິທະຍາ​ຮີດຄອງ​ປະ​ເພນີຊົນ​ເຜົ່າຈີນ​ແລ້ວ.

ທ່ານ​ທາວ​ລີ້​ຟານ​ແມ່ນ​ບຸກຄົນ​ວັດທະນະທຳ​ຈີນທີ່​ມີມູນ​ເຊື້ອ​,ຮັກ​​ແພງ​ວັດທະນະທຳ​ດັ້ງ​ເດີມຂອງ​ຈີນ,ທ່ານ​ໄດ້​ທຸ່ມ​ເທ​ຄວາມ​ຈູບ​ຈ້າວ​ອັນ​ໃຫຍ່​ຫຼວງ​ໃນ​ຂົງ​ເຂດ​ປະ​ຫວັດ​ສາດ,ວັນ​ນະ​ຄະດີ,ຮີດຄອງ​ປະ​ເພນີຊົນ​ເຜົ່າ,ການ​ຂຽນ​ງາມ​ແລະ​ຮູບ​ແຕ້ມ​ຂອງ​ຈີນ​ເປັນ​ຕົ້ນ.ທ່ານ​ທາວ​ລີ້​ຟານ​ເວົ້າ​ວ່າ,ການ​ຮໍ່າຮຽນ​ແລະ​ສືບ​ທອດ​​ສິ່ງ​ໃດ​ລ້ວນ​ແຕ່​ຄວນ​ແມ່ນ​ສັດຈະ​ວິພາກ​ແລະ​ພາວະ​ວິ​ໄສ,ຍ້ອນ​ວ່າ​​ໃນວັດທະນະທຳ​ດັ້ງ​ເດີມຂອງ​ຈີນ​ກໍ່​ມີ​ສິ່ງ​ຫຼ້າ​ຫຼັງ​ຈົນ​ກະ​ທັ້ງ​ບໍ່​ດີຈຳນວນ​ໜຶ່ງ,ການຮໍ່າຮຽນ​ແລະ​ສືບ​ທອດ​ວັດທະນະທຳ​ດັ້ງ​ເດີມ​ຂອງ​ຈີນ,ມີແຕ່​​ເດັດເອົາ​​ແຕ່ສິ່ງທີ່​ດີ,ປະ​ຖິ້ມ​ສິ່ງ​ທີ່​ບໍ່​ດີ​ຂອງ​ມັນ​ເທົ່າ​ນັ້ນຈຶ່ງສາມາດ​ເຮັດ​ໃຫ້​ມັນ​ໄດ້​ຮັບ​ການ​ເສີມ​ຂະ​ຫຍາ​ຍຢ່າງ​ບໍ່​ຢຸດ​ຢັ້ງ.