ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-16 17:27:18    
ຕົງ​ກາ---ປະ​ເທດ​ທີ່​ຕ້ອນ​ຮັບ​ຕາ​ເວັນ​ກ່ອນ​ເພິ່ນ

cri

ຕາມຂ່າວCRI : ຕົງ​ກາ​ຕັ້ງ​ຢູ່​ໃຈກາງ​ຂອງ​ມະຫາ​ສະໝຸດ​ປາຊີ​ຟິກ​ໃຕ້,​ເມື່ອ​ວິ​ເຄາະ​ຈາກ​ທີ່​ຕັ້ງ​ພູມ​ສັນ​ຖານ​ແລ້ວ​ເຫັນ​ວ່າ,​ຕົງ​ກາ​ຕັ້ງ​ຢູ່​ລະ​ຫວ່າງ​ເສັ້ນ​ແວງ​ຕາ​ເວັນ​ຕົກ​173°40′ຫາ175°20′,​ມໍ່​ກັບ​ເສັ້ນ​ແບ່ງ​ວັນ​ສາ​ກົນ​ໄປ​ທາງ​ທິດ​ຕາ​ເວັນ​ຕົກ.​ສະ​ນັ້ນ,​ຕົງ​ກາ​ແມ່ນ​ປະ​ເທດ​ທີ່​​ໄດ້​ຕ້ອນ​ຮັບ​ຕາ​ເວັນ​ກ່ອນ​ເພິ່ນ​ໃນ​ໂລກ.

ຕົງ​ກາ​ປະກອບ​ດ້ວຍ176​ເກາະ​ດອນ,​ເຊິ່ງ​ແຈກ​ຢາຍ​ຢູ່​ເຂດ​ທະ​ເລ​ທີ່​ກວ້າງ7​ແສນ​ກວ່າ​ກິ​ໂລ​ແມັດ​ມົນທົນ,​​ເນື້ອ​ທີ່​ແຜ່ນດິນ​ມີ​ພຽງ750​ກິ​ໂລ​ແມັດ​ມົນທົນ​ທໍ່​ນັ້ນ.​ປະ​ຊາ​ກອນ​ທົ່ວ​ປະ​ເທດ​ຕົງ​ກາ​ມີ​2/3​ດຳ​ລົງ​ຊີ​ວິດ​ຢູ່​ເກາະ​ຫຼັກ​ຄື​ເກາະ​ຕົງ​ກາ​ຕາ​ປູ,​ນະ​ຄອນ​ຫຼວງ​ນູ​ກູ​ອາ​ໂລ​ຟາ​ກໍ​ຕັ້ງ​ຢູ່​ເທິງ​ເກາະ​ດັ່ງກ່າວ.ຕົງ​ກາ​ມີ​ປະຊາ​ກອນ​ປະມານ1​ແສນ1​ໝື່ນ​ຄົນ,​ເປັນ​ຄົນ​ເຊື້ອ​ສາຍ​ໂບ​ລີ​ເນ​ເຊຍ,​ຊາວ​ຍົກ​ຍ້າຍ​ຈາກ​ພາຍ​ນອກ​ບໍ່​ຮອດ​1%.​ເມື່ອ​ຜ່ານ​ຈາກ​ການ​ທົດ​ສອບ​ຂອງ​ທຳ​ມະ​ຊາດ​ແລະ​ປະຫວັດສາດ,ຄົນ​ຕົງ​ກາ​ໄດ້​ມີ​ວັດທະນະທຳ​ຊົນ​​ເຜົ່າ​ແລະ​ຮີດຄອງ​ປະ​ເພນີ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ຂອງ​ຕົນ,​​ແລະ​ໄດ້​ສືບ​ທອດ​ກັນ​ມາ​​ທຸກ​ເຊັ່ນ​ຄົນ.

ຕົງ​ກາ​ມີ​ອາກາດ​ແຖບ​ຮ້ອນ​ປ່າໄມ້ຝົນ,ອຸນຫະພູມ​ສະ​ເລ່ຍຕໍ່​ປີ​ແມ່ນ23°,ຍ້ອນ​ວ່າ​ຕົງ​ກາ​ຕັ້ງ​ຢູ່​ກາງ​ມະ​ຫາ​ສະ​ໝຸດ,​ອາ​ກາດ​ຈິ່ງ​ສົດ​ຊື່ນ​ຕະ​ຫຼອດ​ປີ,ຖືກ​ຊາວ​ໂລກ​ຮັບ​ຮອງ​ວ່າ​ເປັນ​ໜຶ່ງ​ໃນ​ບັນ​ດາ​ເຂດ​ທີ່​​ປອດ​ມົນ​ລະ​ພິດ,​ຊາວ​ໂລກ​​ໄດ້​ຮ້ອງ​ຕົງ​ກາ​ເປັນ​"ບາ​ອອກ​ຊີ​ແຊນ​ທຳ​ມະ​ຊາດ"

 


1  2