ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-16 18:39:14    
ໃນ​5​ປີ​ຂ້າງ​ໜ້າ​ຈີນ​ຈະ​ສ້າງ​ສິ່ງ​ກໍ່​ສ້າງ​ປະ​ຢັດ​ພະ​ລັງ​ງານ

cri
ຕາມ​ຂ່າວ CRI,​ວັນ​ທີ16ກຸມ​ພາຢູ່​ທີ່​ປັກ​ກິ່ງ,​ທ່ານ​ຊີວ​ປາວ​ຊີ່​ງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກໍ່​ສ້າງ​ຂອງ​ຈີນ​ກ່າວ​ວ່າ,​ໃນ5​ປີຂ້າງ​ໜ້າ​ຈີນ​ຈະ​ສ້າງ​ສິ່ງ​ກໍ່ສ້າງ​ປະຢັດ​ພະລັງ​ງານ​ຢ່າງ​ແຂງ​ແຮງ​ເພື່ອ​ຜ່ອນ​ຄາຍ​ສະພາບ​ຝືດ​ເຄືອງ​ດ້ານ​ພະລັງ​ງານ.

ທ່ານ​ຊີວ​ປາວ​ຊີ່ງ​ແມ່ນ​ໃຫ້​ທັດ​ສະ​ນະ​ດັ່ງກ່າວ​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຂອງ​ຄະນະ​ລັດ​ຖະບານ​ຈີນ​ຈັດ​ຂຶ້ນ​ໃນ​ວັນ​ທີ​16ກຸມພາ.

ທ່ານ​ເຜີຍ​ໃຫ້​ຮູ້​ວ່າ,​ໃນ​5ປີ​ຂ້າງ​ໜ້າ​ນີ້,ຈີນ​ຈະ​ສ້າງ​ສິ່ງ​ກໍ່ສ້າງ​ປະຢັດ​ພະລັງ​ງານ​ທີ່​ມີ​ເນື້ອ​ທີ່​ລື່ນ​ກາຍ​2ຕື້​100​ລ້ານ​ແມັດ​ຕາ,​ສິ່ງ​ກໍ່​ສ້າງ​ທີ່​ສ້າງ​ໃໝ່​ຈະ​ປະຕິບັດ​ຕາມ​ມາດ​ຖານ​ອອກ​ແບບ​ທີ່​ປະຢັດ​ພະລັງ​ງານ​50%​ເມື່ອ​ທຽບ​ໃສ່​ສິ່ງ​ກໍ່ສ້າງ​ໃນ​ປັດ​ຈຸ​ບັນ.​ນອກ​ນີ້,​ຍັງ​ຈະ​ດັດ​ສ້າງ​ສິ່ງ​ກໍ່​ສ້າງ​ທີ່​ມີ​ຢູ່​ແລ້ວ​ໂດຍ​ສະ​ເພາະ​ແມ່ນ​ສິ່ງ​ກໍ່​ສ້າງ​ສາ​ທາ​ລະນະ​ໃຫ້​ປະຢັດ​ພະລັງ​ງານ,​ຊຸກ​ຍູ້​ການ​ນຳ​ໃຊ້​ພະ​ລັງ​ງານ​ທີ່​ເກີດ​ໃໝ່​ໄດ້​ໃນ​ການ​ກໍ່ສ້າງ​ຢ່າງ​ຂະໜາດ​ໃຫຍ່.​ເພື່ອ​ເລື່ອງ​ນີ້​ຈີນ​ຍັງ​ຈະ​ສືບ​ຕໍ່​ດຳ​ເນີນ​ການ​ແລກປ່ຽນ​ທີ່​ກ່ຽວ​ຂ້ອງກັບ​ຕ່າງປະ​ເທດ.