ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-16 21:19:03    
ຈີນ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ແກ້​ໄຂ​ບັນ​ຫາ​ນີວ​ເຄຼຍ​ຂອງ​ອີ​ຣານ​ດ້ວຍ​ສັນ​ຕິ​ວິ​ທີ

cri
ຕາມ​ຂ່າວCRI, ​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ ​ໃນວັນ​ທີ16​ກຸມ​ພາ,​ທ່ານ​ຊິນ​ກ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ຈີນ​ຮຽກຮ້ອງ​​ໃຫ້​ບັນດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ແກ້​ໄຂ​ບັນຫາ​ນີວ​ເຄຼຍຂອງ​ອີຣານ​ດ້ວຍ​ສັນຕິ​ວິທີ.

ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ,ທ່ານ​ຊິນ​ກ່າງ​ເວົ້າ​ວ່າ,ຝ່າຍ​ຈີນ​ເຫັນ​ວ່າ,ອີງ​ຕາມ​"ສົນ​ທິ​ສັນຍາ​ບໍ່​ແຜ່ຜາຍ​ອາວຸດ​ນີວ​ເຄຼຍ",ປະ​ເທດ​ເຊັນ​ສັນຍາ​ມີ​ສິດ​ ​ນຳ​ໃຊ້​ພະ​ລັງ​ງານ​ນີວ​ເຄຼຍ​ເຂົ້າ​ໃນ​ທາງ​ສັນຕິພາບ,ພ້ອມ​ກັນ​ນັ້ນ​ກໍ​ຄວນ​ປະ​ຕິ​ບັດ​ຕາມ​ພັນ​ທະ​ທີ່​ກ່ຽວ​ຂ້ອງ.​ໃຕ້​ສະ​ຖາ​ນະ​ການ​ໃນ​ສະ​ເພາະ​ໜ້າ​ນີ້,ບັນດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຄວນ​ຮັກ​ສາ​ຄວາມ​​ໃຈ​ເຢັນ,​ຄວາມ​ອົດ​ກັ້ນ​ແລະ​ຄວາມ​ອົດທົນ,​ເພື່ອ​ສ້າງ​ເງື່ອນ​ໄຂ​ແລະ​ບັນ​ຍາ​ກາດ​ທີ່​ຈຳ​ເປັນ,​ສືບ​ຕໍ່​ຜ່ານ​ຈາກ​ການ​ເຈ​ລະ​ຈາ​ສັນຕິພາບ​ແກ້​​ໄຂ​ບັນ​ຫາ​ນີວ​ເຄຼຍ​ຂອງ​ອີຣານ.​ຝ່າຍ​ຈີນ​ຈະ​ສືບ​ຕໍ່​ພ້ອມ​ກັນ​ກັບ​ປະ​ຊາ​ຄົມ​ໂລກ​ທຳ​ຄວາມ​ພະ​ຍາ​ຍາມ​ຂອງ​ຕົນ​ເພື່ອ​ແກ້​ໄຂ​ບັນ​ຫາ​ນີວ​ເຄຼຍ​ຂອງ​ອີ​ຣານ​ຢ່າງ​ເໝາະ​ສົມ​ໂດຍ​ໄວ.