ປະເທດພັດທະນາຍັງຕ້ອງພະຍາຍາມເພື່ອບັນລຸເປົ້າໝາຍຂອງອະນຸສັນຍາກຽວໂຕ
cri
ຕາມຂ່າວສານຊິນຮວາ,ເນື່ອງໃນໂອກາດອະນຸສັນຍາກຽວໂຕທີ່ມີຈຸດປະສົງເຮັດໃຫ້ບັນດາປະເທດຫຼຸດການລະບາຍອາຍເຮືອນແກ້ວໃຫ້ໜ້ອຍລົງນັ້ນມີຜົນບັງຄັບໃຊ້ຄົບຮອບໜຶ່ງປີ,ວັນທີ16ກຸມພາ,ເຈົ້າໜ້າທີ່ສຳນັກກອງເລຂາສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງອາກາດກ່າວວ່າ,ປະເທດອຸດສາຫະກຳຕ້ອງໃຊ້ມາດຕະການທີ່ບັງເກີດຜົນກວ່າເກົ່າ,ເພື່ອບັນລຸມາດຖານຫຼຸດການລະບາຍອາຍເຮືອນແກ້ວໃນປີ2010ທີ່ກຳນົດໄວ້ໃນອະນຸສັນຍາ.
ຕາມຕົວເລກທີ່ສະຫະປະຊາຊາດປະກາດ, ກາກບອນດີອົກຊິດທີ່ປະເທດພັດທະນາລະບາຍໄດ້ຫຼຸດຈາກ18ຕື້400ລ້ານໂຕນໃນປີ1990ລົງຮອດ17ຕື້300ລ້ານໂຕນໃນປີ2003.ເຖິງຈະເປັນແນວນີ້ກໍຕາມ,ແຕ່ສະຫະປະຊາຊາດຍັງເຕືອນວ່າ,ຖ້າບໍ່ຄວບຄຸມ,ການລະບາຍກາກບອນດີອົກຊິດອາດຈະເພີ່ມຂຶ້ນຄືນໃໝ່.ນັກວິທະຍາສາດເຫັນວ່າ,ອາກາດທົ່ວໂລກອຸ່ນຂຶ້ນຈະພາໃຫ້ໄພທຳມະຊາດເຊັ່ນໄພແຫ້ງແລ້ງ,ໄພນ້ຳຖ້ວມເປັນຕົ້ນເກີດຂຶ້ນເລື້ອຍໆ.
|
|