|
 |
(GMT+08:00)
2006-02-17 11:06:46
|
 |
ຄວາມລັບຂອງສະໝອງທີ່ຮູ້ຈັກແລ້ວ(ສຽງ)
cri
Author: da

ສະໝອງແລະຄວາມຈື່ຈຳຍັງເລິກລັບຢູ່,ຈົນມາຮອດຊູ່ມື້ນີ້,ຄວາມລັບທີ່ນັກວິທະຍາສາດຊອກຮູ້ແຈ້ງແລ້ວນັ້ນ ພຽງແຕ່ແມ່ນພາກສ່ວນໜ້ອຍທີ່ສຸດ.ນັກຄົ້ນຄວ້າເຫັນວ່າ,ຄວາມຈື່ຈຳແມ່ນຂະບວນການລວບລວມຂໍ້ມູນຂ່າວສານເລັກໆນ້ອຍໆຢູ່ໃນສະໝອງ.ແຕ່ສິ່ງທີ່ເຮັດໃຫ້ຄົນເຂົ້າໃຈຍາກນັ້ນ,ແມ່ນຫຍັງຊັກນຳການລວບລວມຢູ່ໃນສະໝອງ?ນີ້ຈະລໍຖ້ານັກວິທະຍາສາດໄປຊອກຫາຄຳຕອບ,ແຕ່ບາງເລື່ອງຈິງທີ່ມີຢູ່ໃນປະຈຸບັນ ນັກວິທະຍາສາດໄດ້ຢືນຢັນແລ້ວ.
ການຄົ້ນຄວ້າທາງວິທະຍາສາດສ່ອງແສງໃຫ້ເຫັນວ່າ,ສະໝອງມັກສີ. ການໃຊ້ສໍຫຼືເຈ້ຍທີ່ມີສີງາມ,ຈະຊ່ອຍເຫຼືອຄວາມຈື່ຈຳໄດ້ດີ.
ຄວາມສົນໃຈຂອງສະໝອງ ເວລາດົນທີ່ສຸດມີພຽງແຕ່ 25 ນາທີທໍ່ນັ້ນ,ນັ້ນຍັງແມ່ນຜູ້ໃຫຍ່,ເມື່ອຮ່ຳຮຽນ 20-30 ນາທີແລ້ວ ຄວນພັກຜ່ອນ 10 ນາທີ,ແລ້ວຮຽນຕໍ່,ຈະໄດ້ຜົນຫຼາຍກວ່າ.ເຊັ່ນດຽວກັນ,ສະໝອງຕ້ອງການພັກຜ່ອນ,ເມື່ອເຊົາເມື່ອຍແລ້ວ ຈຶ່ງຮຽນໄດ້ໄວແລະຈື່ໄດ້ດີ.
ສະໝອງເໝືອນເຄື່ອງໂອເຕີ,ຕ້ອງການວັດຖຸເຊື້ອໄຟ.ມັນຍັງແມ່ນກົນຈັກທີ່ລ້ຳຄ່າແລະສັບສົນ,ຕ້ອງເອົາວັດຖຸເຊື້ອໄຟຄຸນນະພາບສູງບຳລຸງສະໝອງ.ອາຫານຂີ້ເຫຍື້ອ ອາຫານດ້ອຍຄຸນນະພາບ ຜະລິດຕະພັນເຄມີແລະເຄື່ອງກັນບູດຊະນິດຕ່າງໆ,ບໍ່ພຽງແຕ່ຈະທຳລາຍຮ່າງກາຍທໍ່ນັ້ນ,ຫາກຍັງຈະຫຼຸດຜ່ອນປັນຍາອີກດ້ວຍ.
ສະໝອງເປັນທະເລທີ່ມີການເຄື່ອນໄຫວໄຟຟ້າກັບເຄມີ.ໄຟແລະທາດເຄມີສາມາດຈໍລະຈອນໃນນ້ຳເປັນຢ່າງດີ,ຖ້າຂາດນ້ຳ,ກໍ່ຈະສຸມຄວາມສົນໃຈບໍ່ໄດ້.ສະນັ້ນ ຜູ່ຊ່ຽວຊານສະເໜີວ່າ,ໃນຊີວິດປະຈຳວັນຕ້ອງດື່ມນ້ຳໃຫ້ຫຼາຍ,ໃຫ້ຮ່າງກາຍມີນ້ຳທີ່ພຽງພໍ,ພ້ອມກັນນັ້ນ ໃນມື້ໜຶ່ງ ດີທີ່ສຸດຢ່າກິນເຄື່ອງດື່ມຊະນິດດຽວ,ຄວນຜັດປ່ຽນກັນດື່ມນ້ຳແຮ່ທາດ ນ້ຳໝາກໄມ້ຫຼືກາເຟຈະດີກວ່າ.ນອກນີ້,ຂໍ້ມູນການຄົ້ນຄວ້າສະແດງໃຫ້ເຫັນວ່າ,ການເຈັບຫົວເລື້ອຍໆນັ້ນ ແມ່ນໃນສະໝອງຂາດນ້ຳ.
ສະໝອງມັກບັນຫາ.ໃນເວລາຮ່ຳຮຽນຫຼືອ່ານໜັງສື ມັກຍົກບັນຫາຕັ້ງຄຳຖາມຂຶ້ນ,ສະໝອງກໍ່ຈະຊອກຫາຄຳຕອບເອົາເອງ,ແລ້ວຍົກປະສິດທິພາບການຮ່ຳຮຽນໃຫ້ສູງຂຶ້ນ.ເວົ້າໃນດ້ານນີ້ແລ້ວ,ບັນຫາທີ່ດີບັນຫາໜຶ່ງຫາກມີຄຸນປະໂຫຍດຫຼາຍກວ່າຄຳຕອບຊ້ຳ.
ສະໝອງແລະຮ່າງກາຍຕ່າງມີໄລຍະຮອບວຽນທາງຈັງຫວະຂອງໃຜຂອງມັນ.ເວລາສະໝອງເຮັດວຽກຢ່າງຄ່ອງແຄ້ວໄວວາທີ່ສຸດໃນໝົດມື້ໜຶ່ງມີຫຼາຍຕອນ,ຖ້າຫາກສາມາດຮ່ຳຮຽນໃນຕອນສະໝອງຄຶກຄື້ນທີ່ສຸດ,ກໍ່ຈະໃຊ້ເວລາໜ້ອຍ,ພັດຈະໄດ້ຜົນຫຼາຍ.
ສະໝອງກັບຮ່າງກາຍມີການແລກປ່ຽນເລື້ອຍໆ.ຖ້າຮ່າງກາຍຂີ້ຄ້ານໂພດ,ສະໝອງກໍຖືວ່າ ເລື່ອງທີ່ກຳລັງເຮັດນັ້ນບໍ່ສຳຄັນ,ສະໝອງກໍບໍ່ເອົາໃຈໃສ່.ສະນັ້ນ,ໃນເວລາຮ່ຳຮຽນ,ທ່ານຄວນນັ່ງໃຫ້ຖືກທ່າແລະອ່ຽງໄປໜ້າໜ້ອຍໜຶ່ງ,ເພື່ອເຮັດໃຫ້ສະໝອງມີສະຕິລະວັງຕົວຢູ່ສະເໝີ.
ກິ່ນອາຍສາມາດກະທົບກະເທືອນເຖິງສະໝອງ.ກິ່ນຫອມມີຜົນດີໃນລະດັບໃດໜຶ່ງ,ມັນຈະເຮັດໃຫ້ສະໝອງເຄື່ອນໄຫວຢ່າງມີໄຫວພິບ.ຜັກຫອມ ໝາກນາວແລະເປືອກອົບເຊີຍລ້ວນແຕ່ລອງເບິ່ງໄດ້. ສະໝອງຕ້ອງການອັອກຊິແຊນ,ສະນັ້ນ ໄປຍ່າງຫຼິ້ນແລະຫັດກາຍຢູ່ນອກເຮືອນເລື້ອຍໆຈະມີຜົນດີຫຼາຍ.
ສະໝອງຕ້ອງການບ່ອນກວ້າງ.ຖ້າຮ່ຳຮຽນຢູ່ບ່ອນກວ້າງ,ຈະມີຜົນດີຕໍ່ສະໝອງ.
ສະໝອງມັກບ່ອນທີ່ມີຄວາມສະອາດຮຽບຮ້ອຍ.ການຄົ້ນຄວ້າໃນຫວ່າງມໍ່ໆນີ້ສ່ອງແສງໃຫ້ເຫັນວ່າ,ເດັກນ້ອຍທີ່ເຕີບໃຫຍ່ຂຶ້ນໃນຄອບຄົວທີ່ມັກສະອາດຮຽບຮ້ອຍນັ້ນ,ເວລາຮ່ຳຮຽນຈະໄດ້ຜົນງານຫຼາຍກວ່າ.ນີ້ຍ້ອນວ່າ ພາຍຫຼັງໄດ້ຮັບເອົາການເຝິກແອບຂອງການຈັດວາງສິ່ງແວດລ້ອມພາຍນອກແລ້ວ,ສະໝອງກໍ່ມີວິທີຈັດວາງຢູ່ພາຍໃນ,ຄວາມຈື່ຈຳຂອງສະໝອງກໍ່ຈະດີກວ່າເກົ່າ.
ກຳລັງໜີບມີຜົນສະທ້ອນຕໍ່ຄວາມຈື່ຈຳ.ໃນເວລາຖືກກຳລັງໜີບ,ຈະຂ້າຈຸລັງສະໝອງທີ່ມີຮູບຄືມ້າທະເລຢູ່ໃນຝາຫ້ອງສະໝອງ ຊຶ່ງມີບົດບາດຊຳລະແກ້ໄຂຄວາມຈື່ຈຳໄລຍະຍາວແລະໄລຍະສັ້ນ.ສະນັ້ນ,ກຳລັງໜີບມີຜົນສະທ້ອນຕໍ່ຄວາມຈື່ຈຳ.ວິທີແກ້ໄຂດີທີ່ສຸດແມ່ນຫັດກາຍ.
ສະໝອງບໍ່ຮູ້ວ່າ,ທ່ານເຮັດຫຍັງໄດ້ ຫຼືເຮັດຫຍັງບໍ່ໄດ້,ສະນັ້ນ,ຕ້ອງການທ່ານບອກມັນ,ລົມກັບສະໝອງດ້ວຍວິທີລົມກັບຕົນເອງ,ແຕ່ຢ່າສະໜອງຂ່າວຄາວຫຍໍ້ທໍ້ໃຫ້ມັນ,ຫາກແມ່ນຄວາມເວົ້າອັນຕັ້ງໜ້າ.
ສະໝອງເໝືອນກັບເນື້ອຊີ້ນ.ບໍ່ວ່າຈະຢູ່ໃນໄວອາຍຸເທົ່າໃດ,ກໍ່ລ້ວນແຕ່ສາມາດຝຶກຝົນແລະເພີ່ມບົດບາດຂອງສະໝອງໄດ້.ໃນດ້ານນີ້,ບໍ່ຕ້ອງອາໄສແລະຢ່າຫາຂໍ້ອ້າງໃດໆ.ຖ້າຢູ່ເສີຍບໍ່ເຮັດຫຍັງໃນເຮືອນຊູ່ມື້,ກໍ່ຈະເຮັດໃຫ້ສະໝອງເສຍສັບພະຄຸນໄວເຂົ້າ.ນັກກິລາອາຊີບຕ້ອງການເຝິກແອບຊູ່ມື້,ຈຶ່ງສາມາດໄດ້ຜົນດີເດັ່ນ.ສະນັ້ນ ທ່ານຄວນຫາວຽກເຮັດເລື້ອຍໆ,ຢ່າໃຫ້ສະໝອງພັກຜ່ອນ.
ສະໝອງຕ້ອງການຄວາມຊ້ຳ.ຊ່ວງເວລາຫວນຄືນຄວາມຈື່ຈຳລະຫວ່າງສອງເທື່ອ ແຮ່ງສັ້ນ ກໍ່ແຮ່ງດີ,ເພາະວ່າ ເບິ່ງເລື່ອງດຽວກັນຫຼາຍເທື່ອຈະມີພາບປະທັບໃຈຢ່າງເລິກເຊິ່ງ,ຖ້າເບິ່ງແຕ່ເທື່ອດຽວ ຈະລືມງ່າຍ.
ສະໝອງຕ້ອງການຫັດກາຍ.ຢືນເຮັດວຽກຈະໄດ້ປະສິດທິພາບສູງກວ່າ.
ສະໝອງມັກຕະຫຼົກ.ຄວາມເບີກບານມ່ວນຊື່ນກັບຜົນການຮ່ຳຮຽນແມ່ນເພີ່ມຂຶ້ນພ້ອມກັນ,ມີອາລົມຈິດດີເທົ່າໃດ,ຄວາມຮັບຮູ້ທີ່ຮັບໄດ້ນັ້ນກໍແຮ່ງຫຼາຍເທົ່ານັ້ນ,ສະນັ້ນ ຕ້ອງໃຫ້ຕົນເອງຊື່ນໃຈຕະຫຼອດ.
|
|
|