ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-16 21:47:37    
ຈີນ​ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ປາ​ກິ​ສະ​ຖານ​ໃນ​ຂົງ​ເຂດ​ຕ້ານ​ການ​ກໍ່​ການ​ຮ້າຍ

cri
ຕາມ​ຂ່າວCRI,​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນວັນ​ທີ16​ກຸມພາ,​ທ່ານ​ຊີນກາງ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,​ຈີນ​ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ປາ​ກິ​ສະ​ຖານ​ໃນ​ຂົງ​ເຂດ​ຕ້ານ​ການ​ກໍ່​ການຮ້າຍ.

ທ່ານ​ຊີນ​ກາງ​ເວົ້າ​ວ່າ,​ຈີນ​ກັບ​ປາ​ກິ​ສະ​ຖານ​ມີ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ​ໃນ​ດ້ານ​ການ​ໂຈມ​ຕີ​ລັດ​ທິ​ກໍ່​ການ​ຮ້າຍ.​ສອງ​ຝ່າຍ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ດ້ານ​ນີ້,​ບໍ່​ພຽງ​ແຕ່​ມີ​ຜົນ​ດີ​ຕໍ່​ສອງ​ປະ​ເທດ​ເທົ່າ​ນັ້ນ,​ແລະ​ຍັງ​ມີ​ຜົນ​ດີ​ຕໍ່​ສັນຕິ​ພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ຕົນ.

ທ່ານ​ແນະ​ນຳ​ວ່າ,​ໃນ​ການ​ໄປມາ​ຫາສູ່​ກັນ​ລະ​ຫວ່າງ​ຊັ້ນ​ສູງ​ຂອງ​ຈີນ​ປາ​ກິ​ສະຖານ​ໃນ​ປັດ​ຈຸບັນ,​ໄດ້​ຈັດ​ເອົາ​ການ​ໂຈມ​ຕີ​ລັດ​ທິກໍ່​ການ​ຮ້າຍ​ເປັນ​ຫົວ​ຂໍ້​ຕົ້ນຕໍ.​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ສອງ​ປະ​ເທດ​ກໍ່​ໄດ້​ຮັກ​ສາ​ການ​ແລກ​ປ່ຽນ​ຢ່າງ​ໃກ້​ຊິດ.​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັນ​ເຫຼົ່າ​ນີ້​ແມ່ນ​ບັງ​ເກີດ​ຜົນ​ຫຼາຍ.