|
 |
(GMT+08:00)
2006-02-16 22:01:33
|
 |
ຈີນອາເມລິກາຄວນແກ້ໄຂບັນຫາເສດຖະກິດການຄ້າຢ່າງເໝາະສົມໂດຍ
cri
ຕາມຂ່າວສານຊີນຮວາ,ວັນທີ16ກຸມພາຢູ່ທີ່ປັກກິ່ງ,ໃນເວລາພົບປະທ່ານນາງອອນໄບຼດ ອະດີດລັດຖະມົນຕີການຕ່າງປະເທດອາເມລິກາ,ທ່ານຖາງເຈ່ຍຊວນ ທີ່ປຶກສາແຫ່ງລັດຈີນກ່າວວ່າ,ໃນສະເພາະໜ້ານີ້,ການພົວພັນຈີນອາເມລິກາໄດ້ຮັກສາການຂະຫຍາຍຕົວຢ່າງໝັ້ນທ່ຽງ,ຄວາມເຫັນເປັນເອກະສັນກັນທີ່ສຳຄັນຂອງຜູ່ນຳສອງປະເທດກ່ຽວກັບຊຸກຍູ້ການພົວພັນຮ່ວມມືທີ່ມີລັກສະນະສ້າງສັນລະຫວ່າງຈີນກັບອາເມລິກາໃນສະຕະວັດທີ21ຢ່າງຮອບດ້ານນັ້ນພວມໄດ້ຮັບການປະຕິບັດຕົວຈິງ.ທ່ານທາງເຈ່ຍຊວນຊີ້ອອກວ່າ,ການຮ່ວມມືເສດຖະກິດການຄ້າລະຫວ່າງຈີນອາເມລິກາມີທ່າແຮງຕາບຈູນກັນ,ໄດ້ນຳເອົາຜົນປະໂຫຍດຕົວຈິງມາໃຫ້ແກ່ປະຊາຊົນສອງປະເທດ,ຈີນອາເມລິກາຄວນຊຳລະແກ້ໄຂບັນຫາເສດຖະກິດການຄ້າຢ່າງເໝາະສົມໂດຍຜ່ານຈາກການສົນທະນາຢ່າງສະເໝີພາບແລະຫາລຶຢ່າງມີໄມຕີຈິດ.
ທ່ານນາງອອນໄບຼດໄດ້ເຫັນດີເຫັນພ້ອມນຳເລື່ອງນີ້.ທ່ານນາງເວົ້າວ່າ,ຝ່າຍອາເມລິກາຍິນດີພ້ອມກັນກັບຝ່າຍຈີນທຳຄວາມພະຍາຍາມ,ຊຸກຍູ້ການພົວພັນສອງປະເທດໃຫ້ຂະຫຍາຍຕົວຢ່າງຮອບດ້ານ.
ທ່ານນາງອອຍໄບຼດແມ່ນມາຢ້ຽມຢາມຈີນຕາມຄຳເຊີນຂອງສະມາຄົມການຕ່າງປະເທດປະຊາຊົນຈີນ.
|
|
|