ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-16 22:23:20    
ຈີນ​ແລະ​ອາ​ເມ​ລິ​ກາ​ປົກ​ປັກ​ຮັກ​ສາ​ການ​ພົວ​ພັນ​ເສດ​ຖະ​ກິດ​ການ​ຄ້າ​ໃຫ້​ໝັ້ນ​ທ່ຽງ​ມີ​ຜົນ​ດີ​ຕໍ່​ຜົນ​ປະ​ໂຫຍດ​ຂອງ​ສອງ​ຝ່າຍ

cri Author: shuo
ຕາມ​ຂ່າວCRI:​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ປະຈຳ​ທີ່​ຈັດ​ຂຶ້ນຢູ່​ທີ່​ປັກ​ກິ່ງ​ໃນວັນ​ທີ16​ກຸມພາ,ທ່ານ​ຊິນ​ກ່າງ ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,​ແຕ່​ໃດ​ມາຈີນກໍ​ເອົາ​ໃຈ​ໃສ່ນຳ​ການ ຂະຫຍາ​ຍ​ການ​ພົວພັນ​ຮ່ວມ​ມື​ທີ່​ມີ​ລັກ​ສະ​ນະ​ສ້າງສັນກັບ​ອາ​ເມ​ລິ​ກາ.ລັດຖະບານ​ຈີນ​ເຫັນ​ວ່າ, ​ຈີນ​ອາ​ເມ​ລິ​ກາ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດຖະກິດ​ການ​ຄ້າ​ຢ່າງ​ບໍ່​ຢຸດ​ຢັ້ງ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍ​ດກົກ​ຮາກ​ຂອງ​ສອງ​ປະ​ເທດ,​ແລະ​ໄດ້​ນຳ​​ເອົາຜົນ​ປະ​ໂຫຍ​ດຕົວ​ຈິງ​ໃຫ້​ປະຊາຊົນ​ສອງ​ປະ​ເທດ.ຈີນ​ຫວັງ​ໃຫ້​ເປີດ​ກວ້າງ​ການ​ຮ່ວມ​ມືລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​​ໃນ​ຂົງ​ເຂດ​ເສດຖະກິດ​ການ​ຄ້າຢ່າງ​ບໍ່​ຢຸດ​ຢັ້ງ,ບັບນລຸ​ການ​ພັດທະນາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.ຝ່າຍ​ຈີນ​ເຫັນ​ວ່າ,​ໃນ​ການ​ໄປມາຫາສູ່​ກັນ​ດ້ານ​ເສດຖະກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​​ມີ​ບັນຫາ​ແລະ​ການ​ຂັດ​ສີ​ກັນຈຳນວນ​ໜຶ່ງ​ແມ່ນ​​ເລື່ອງ​ປົກກະຕິ,ຄວນ​ສະ​ແຫວ​ງຫາ​ວິທີ​ແກ້​ໄຂ້​ທີ່ເໝາະ​ສົມ​ບົນ​ພື້ນຖານ​ທີ່​​ປຶກສາ​ຫາລື​ກັນ​ຢ່າງ​ສະ​ເໝີ​ພາບ​.