ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-17 15:26:14    
ດອກ​ໄມ້​ມີ​ຜົນ​ດີ​ຕໍ່​ສຸ​ຂະ​ພາບ​ຄົນ​ເຮົາ

cri


ດອກ​ໄມ້​ເປັນ​ສັນຍາ​ລັກ​ຂອງຄວາມ​ສວຍ​ງາມ,​ເປັນ​ເຄື່ອງ​ໝາຍ​ຂອງ​ສຸ​ຂະພາບ.​ດອກ​ໄມ້​ຫຼາຍໆ​ຊະນິດ,​ບໍ່ພຽງ​ແຕ່​ມີ​ຄຸນຄ່າ​ດ້ານ​ການ​ຊົມ​ເທົ່າ​ນັ້ນ,​ຍັງ​ມີ​ສັບພະ​ຄຸນໃນ​ດ້ານ​ເສີມ​ສວຍ,​ທາດ​ບຳລຸງ,​ອາ​ຍຸ​ຍືນ​ແລະ​ການປິ່ນ​ປົວ​ພະຍາດ​ກຳຈັດ​ໂຣກ​ໄພ​ໄຂ້​ເຈັບ​ເປັນ​ຕົ້ນ​.ຢູ່ຣັດ​ເຊຍ​ ມີ​ໂຮງໝໍ​ພິ​ລຶກ​ປະຫຼາດ​ທີ່​ມີ​ຊື່​ສຽງ​ແຫ່ງ​ໜຶ່ງ,​ປະກອບ​ດ້ວຍ​ສວນດ​ອກ​ໄມ້​ຈຳນວນ​ຫຼວງ​ຫຼາຍ​ທີ່​ປູກ​ດອກ​ໄມ້​ແລະ​ຕົ້ນ​ຫຍ້າ​ທີ່​ປະຫຼາດ,​ຜູ້​ທີ່​ມາ​ປົວ​ພະຍາດ​ຢູ່ໂຮງ​ໝໍ​ແຫ່ງ​ນັ້ນ,​ທັງ​ບໍ່​ຕ້ອງ​ຜ່າ​ຕັດ​ແລະ​ກໍບໍ່​ຕ້ອງ​ສັກ​ຢາຫຼື​ກິນ​ຢາ,​ວິ​ທີ​ປິ່ນ ປົວ​ພຽງ​ແຕ່ຟັງ​ດົນ​ຕີທັງ​ດົມ​ກິ່ນ​ຫອມ​ຂອງ​ດອກ​ໄມ້​ຢູ່​ໃນ​ສວນ​ດອກ​ໄມ້​ທີ່​ມີ​ພາບ​ວິວ​ທິວ​ທັດ​ອັນ​ສວຍ​ງາມ​ກໍ​ໄດ້​ແລ້ວ.​ຕາມ​ເວົ້າ​ວ່າ,​ຄົນ​ເຈັບ​ທີ່​ໂຮງ​ໝໍ​ອື່ນໆ​ປິ່ນປົວ​ບໍ່​ໄດ້​ນັ້ນ,​ໄດ້​ຟື້ນຟູ​ສຸຂະ​ພາບ​ຢູ່​ແຫ່ງ​ນີ້​.​
 
ທີ່​ຈິງ​ແລ້ວ,​ດອກ​ໄມ້​ມີ​ການ​ພົວພັນ​ອັນ​ແໜ້ນ​ແຟ້ນ​ຕໍ່​ສຸຂະພາບ​ຂອງ​ຄົນ​ເຮົາ,​ການ​ຄົ້ນຄວ້າ​ວິ​ທະ​ຍາສາດ​ເປັນ​ເວລາ​ຍາວ​ນານ​ໄດ້​ຢືນຢັນ​ວ່າ,​ດອກ​ໄມ້​ບາງ​ຊະ​ນິດມີ​ບົດບາດ​ດູດ​ທາດ​ເບື່ອ ​ດັບ​ເຊື້ອ,​ປ້ອງ​ກັນ​ບໍ່​ໃຫ້​ອາ​ກາດ​ເຊື່ອມ​ພິດ. ເຊັ່ນ,​ຕົ້ນ​ສະ​ຄູ,​ຕົ້ນ​ໝາກ​ຄາຍ​ບາງ​ຊະນິດ​ເປັນ​ຕົ້ນ,ສາ​ມາດດູດ​ອາຍ​ໄນ​ໂຕຼ​ເຈນ,ຊຸນ​ເຟີ​ດີ​ອອກ​ຊິດ​ເປັນ​ຕົ້ນ,​ດອກທັບ​ທິມ​ບົດບາດ​ດູດຮັບ​ບອນ​ດີ​ອອກ​ຊິດ,​ກຳມະ​ຖັນ​ແລະ​ຊືນ​,ດອກ​ກ້ວຍ​ໄມ້,​ດອກ​ອົບ​ເຊີຍ​ແລະ​ດອກ​ເອື້ອງ​ເປັນ​ຕົ້ນ​ທັງ​ສາ​ມາດ​ດູດ​ຮັບ​ຊຸນ​ເຟີ​ດີ​ອອກ​ຊິດໄດ້,​ນອກ​ນີ້,​ນ້ຳມັນ​ແນວ​ເຫີ​ຍງ່າຍ​ໃນ​ດອກ​ໄມ້​ທຳ​ມະ​ດາຍັງ​ມີ​ບົດ​ບາດ​ດັບ​ເຊື້ອ.​ຈາກ​ນີ້​ເຫັນ​ໄດ້​ວ່າ,ການ​ປູກ​ດອກ​ໄມ້ມີ​ບົດບາດ​ທີ່ປະ​ໝາດ​ບໍ່​ໄດ້​ໃນ​ດ້ານ​ປ້ອງ​ກັນ​ບໍ່​ໃຫ້ອາ​ກາດ​ຖືກ​ເຊື່ອມ​ພິດ,​ເຮັດ​ໃຫ້​ອາ​ກາດ​ໃນ​ຄຸ້ມ​ເຮືອນ​ຢູ່​ບໍລິ​ສຸດ,​ປົວ​ແປງສິ່ງ​ແວດ​ລ້ອມ​ຊີວິດ​ການ​ເປັນ​ຢູ່​ໃຫ້​ດີ​ຂຶ້ນ.
 
ດອກ​ໄມ້ຫຼາຍ​ຊະນິດ​ຍັງ​ໃຊ້​ເປັນ​ຢາ​ໄດ້,​ລະອອງ​ເກສອນ​ຂອງ​ດອກ​ໄມ້​ຫຼາຍ ຊະນິດ​ກໍ່​ແມ່ນ​ຢາ​ດີວິ​ເສດ.​ເຊັ່ນ,​ດອກ​ເອື້ອງ​ຂາວ,​ດອກ​ກາ​ເດັນ​ເນຍ,​ດອກ​ເບັນ​ຈະ​ມາດ,​ດອກ​ມະລິ,​ດອກ​ເມດ​ໜາ,ດອກ​ມະລິ​ເມັນ​ຕ໌​ເປັນ​ຕົ້ນ,​ກໍມີ​ສັບພະ​ຄຸນ​ໃນ​ດ້ານ​ແກ້​ຮ້ອນ​ໃນ,​ແກ້​ພິດ,​ສະ​ຫງົບ​ຈິດ​ແລະ​ມີ​ຜົນ​ດີຕໍ່​ສະຕິ​ປັນຍາ,​ດອກ​ຈິນ​ອິ໋ນຮວາ,​ໄມ້​ໄຜ່​ນານ​ທ່ຽນ,​ຕົ້ນ​ເໝຍ​ເຫຼືອງ​ເປັນ​ຕົ້ນ​ມີ​ບົດ​ບາດ​ແກ້​ຫິວ​ນ້ຳ​ແລະ​ແກ້ໄອ,ເ​ໝຍ ໜາມ​,ດອກ​ບົວ​ຕີນ​ປູ,​ຕົ້ນ​ເໝຍ​ຫ້າ​ສີ,​ຕົ້ນ​ມອນ​ເປັນ​ຕົ້ນ,​ມີ​ບົດບາດ​ໃນ​ດ້ານແກ້​ບວມ,​ແກ້ພິດ,​ແກ້​ບອບ​ຊ້ຳລະ​ງັບ​ເຈັບ,​ເອົາ​ມາປິ່ນ​ປົວ​ບາດ​ເຈັບ​ຍ້ອນ​ລົ້ມ,​ຖືກ​ໄຟ​ໄໝ້​ຫຼື​ນ້ຳ​ຮ້ອນ​ລວກ​ແລະ​ຂີ້ຫິດ​ເປັນ​ຕົ້ນ,​ຕົ້ນ​ຫຍ້າ​ໃບ​ສີ,ດອກ​ເລັບມື​ເປັນຕົ້ນ,​ມີ​ສັບ​ພະຄຸນ​ອັນດີ​ເດັ່ນ​ໃນ​ດ້ານແກ້​ພິດ,​ເປັນ​ຢາ​ດີ​ແກ້​ພິດ​ງູ,​ດອກ​ແດງ​ພັນ​ມື້​ເປັນ​ຕົ້ນ​ມີ​ສັບພະ​ຄຸນ​ອັນ​ເດັ່ນ​ຊັດ​ໃນ​ດ້ານແກ້​ໂຣກ​ຫອບ,​ລະອອງ​ເກ​ສອນ​ຂອງ​ດອກ​ໄມ້ບັກ​ວິດສາ​ມາດ​ແກ້​ອາ​ການ​ຫົວ​ໃຈ​ເຕັ້ນ​ໄວ​ແລະ​ແຮງ​ແລະ​ປ້ອງ​ກັນ​ບໍ່​ໃຫ້​ເສັ້ນ​ເລືອດ​ແຂງ​ໄວ, ​ລະອອງ​ເກສອນ​ຂອງດອກ​ໝາກ​ອາ​ເຊ​ໂລນ​ມີ​ບົ​ດບາດ​ອັນ​ດີງາມ​ຕໍ່ການ​ປັບປຸງ​ລະບົບ​ປະສາດ​ໃຫ້​ດຸນ​ດຽງ,​ລະອອງ​ເກ​ສອນ​ຂອງ​ດອກ​ຜັກ​ກາດ​ນ້ຳມັນ​ມີ​ສັບ​ພະຄຸນ​ໃນ​ດ້ານ​ການ​ຕ້ານ​ການ​ແຜ່​ລັງສີ,​ລະອອງ​ເກສອນ​ຂອງ​ດອກ​ໄມ້​ໝາກ​ໂປມ​ສາ​ມາດ​ປ້ອງ​ກັນ​ເສັ້ນ​ເລືອດ​ຫົວ​ໃຈ​ຕີບ,​ໂດຍ​ສະ​ເພາະ​ມີ​ຜົນ​ດີ​ຕໍ່​ການ​ບຳລຸງ​ສະ​ໝອງ, ​ລະ​ອອງ​ເກ​ສອນ​ຂອງ​ຕົ້ນ​ໂຊ​ໂຟລາ​ເປັນ​ຢາ​ດີສຳ​ລັບ​ປິ່ນປົວ​ພະຍາດ​ກະ​ເພາະ​ອາຫານ,​ລະ​ອອງ​ເກ​ສອນ​ຂອງ​ດອກ​ກຸຫຼາບ​ມີສັບພະ​ຄຸນ​ດີ​ທີ່​ສຸດ​ສຳລັບ​ປິ່ນ​ປົວ​ໝາກ​ໄຂ່​ຫັຼງ​ເປັນ​ໜີ້ວ.
 
ໃນ​ຫຼາຍ​ປີ​ມໍ່ໆ​ມາ​ນີ້,​ຄົນ​ທັງຫຼາຍ​ຍັງ​ປະກົດ​ເຫັນ​ວ່າ,​ລະອອງ​ເກ​ສອນ​ດອກ​ໄມ້​ບໍ່​ພຽງ​ແຕ່​ປິ່ນ​ປົວ​ພະຍາດ​ໄດ້​ເທົ່າ​ນັ້ນ,​ໃນ​ດ້ານ​ບຳລຸງ​ຮ່າງ​ກາຍ​ນັ້ນ,​ຍິ່ງ​ມີສັບ​ພະ​ຄຸນ​ອັນ​ເດັ່ນ​ຊັດ.​ ອາ​ມີ​ໂນ​ອາ​ສິດ22​ຊະນິດ​ທີ່​ຮ່າງ​ກາຍ​ຂອງ​ຄົນ​ເຮົາ​ຕ້ອງ​ການນັ້ນ ໃນ​ລະ​ອອງ​ເກ​ສອນ​ດອກ​ໄມ້​ກໍມີ21​ຊະ​ນິດ.​ນອກ​ນີ້,​ທາດ​ບຳລຸງ​ຊະນິດ​ຕ່າງໆ​ທີ່​ຮ່າງກາຍ​ຄົນ​ເຮົາ​ຕ້ອງການ,​ເຊັ່ນ​ວິຕາມິນ,​ຈຸນ​ລະ​ສານ​ເປັນ​ຕົ້ນ,​ໃນ​ລະອອງ​ເກສອນ​ດອກ​ໄມ້​ກໍ່​ມີຫຼາຍທີ່​ສຸດ,​ດັ່ງ​ນັ້ນ,​ລະ​ອອງ​ເກສອນ​ດອກ​ໄມ້​ຈິ່ງ​ຖືກ​ຄົນ​ທັງ​ຫຼາຍ​ນິຍົມ​ຊົມ​ຊອບ.​ປະຈຸ​ບັນ,​ຄົນ​ທັງ​ຫຼາຍ​ປຸງ​ແຕ່ງ​ດອກ​ໄມ້​ຊະ​ນິດ​ຕ່າງໆ​ຢ່າງ​ລະອຽດ,​ກັ່ນ​ເອົາລະ​ອອງ​ເກສອນ​ດອກ​ໄມ້​ຄຸນ​ນະພາບ​ສູງ,​ອາຫານ​ບຳລຸງ​ທີ່​ມີ​ຄຸນ​ນະພາບ​ສູງ​ເຫຼົ່າ​ນີ້​ມີ​ບົດ​ບາດ​ອັນ​ສຳຄັນ​ຕໍ່​ການ​ຍົກ​ຄຸນ​ທາດ​ແລະ​ເພີ່ມ​ທະວີ​ພູມ​ຕ້ານ​ທານ​ຂອຮ່າງ​ກາຍ​ຄົນ​ເຮົາ​ໃຫ້​ສູງ​ຂຶ້ນ.​ນອກ​ນີ້,​ດອກ​ໄມ້​ສົດ​ແລະ​ລະ​ອອງ​ເກ​ສອນ​ດອກ​ໄມ້​ຍັງ​ຖືກ​ໃສ່​ເຂົ້າ​ໃນ​ເຄື່ອງ​ດື່ມ​ແລະ​​ເຄື່ອງ​ກິນ​ຢ່າງ​ກວ້າງ​ຂວາງ,​ຕົວຢ່າງຄື:​ເອົາ​ດອກ​ມະ​ລິ,​ດອກ​ມິ​ແລນ​ໂນ​ເປັນ​ຕົ້ນ​ມາ​ອົບ​ໃບ​ຊາ,ບໍ່ພຽງ​ແຕ່​ເຮັດໃຫ້​ຊາ​ຫອມ​ຂຶ້ນ​ເທົ່າ​ນັ້ນ,​ກິ່ນ​ຫອມ​ຂອງ​ດອກ​ໄມ້​ຍັງ​ມີ​ບົດບາດ​ກະຕຸກ​ແລະ​ຊ່ອຍ​ຍ່ອຍ​ອາ​ຫານ​ເປັນ​ຕົ້ນ,​ກັ່ນ​ເອົານ້ຳ​ມັນ​ຫອມ​ຈາກ​ດອກ​ກຸ​ຫຼາບ,​ດອກ​ເອື້ອງ​ຂາວ​ແລະ​ດອກ​ມະ​ລິ​ແລະ​ດອກ​ໄມ້​ສົດ​ອື່ນໆ,ກໍ່​ໄດ້​ຖືກ​ໃຊ້​​ເຂົ້າໃນ​ຂົງ​ເຂດ​ຕ່າງໆ​ໃນ​ຊີວິດ​ການ​ເປັນ​ຢູ່​ຂອງ​ຄົນ​ເຮົາ​ຢ່າງ​ກວ້າງ​ຂວາງ,​ໃນ​ຫຼາຍປີ​ມາ​ນີ້,​ລະອອງ​ເກສອນ​ດອກ​ໄມ້ທີ່​ຜະລິດ​ເປັນແຜ່ນ,​ເຂົ້າ ໜົມ,​​ເມັດ,​ແປ້ງ,​ເຂົ້າໜົມ​ອົມແລະ​ເຫຼົ້າ​ເປັນ​ຕົ້ນໄດ້ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ຄົນ​ທັງຫຼາຍ.
 
ຈາກ​ນີ້​ເຫັນ​ໄດ້​ວ່າ,​ດອກ​ໄມ້​ມີ​ຜົນ​ດີ​ຕໍ່​ສຸຂະພາບ​ຂອງ​ຄົນ​ເຮົາ,​ປູກ​ດອກ​ໄມ້​ໃຫ້​ຫຼາຍ,​ແລະ​ຊ່າງ​ປູກ​ດອກ,ມີ​ບົດ​ບາດ​ອັນ​ສຳ​ຄັນ​ຕໍ່ການ​ປົວ​ແປງ​ສະພາບ​ແວດ​ລ້ອມ​ຊີວິດ​ການ​ເປັນ​ຢູ່​ແລະ​ວຽກ​ງານ​ຂອງ​ຄົນ​ທັງ​ຫຼາຍ​ໃຫ້​ດີ​ຂຶ້ນ,​ສ້າງ​ຮ່າງ​ກາຍ​ໃຫ້​​ເຂັ້ມ​ແຂງ,​ຊຸກ​ຍູ້​ໃຫ້​ຄົນ​ເຮົາ​ມີ​ສຸ​ຂະພາບ​ເຂັ້ມ​ແຂງ.