ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-17 16:25:33    
ງານ​ລາ​ຕີ​ບຸນ​ກຸດ​ຈີນ​ທີ່​ຈັດ​ໂດຍ​ກະ​ຊວງ​ວັດ​ທະ​ນະ​ທຳ​ຈີນ​(ສຽງ)

cri Author: shuo


ໃນມື້​ຂຶ້ນ​ໜຶ່ງຄ່ຳ​​​ບຸນ​ກຸດ​ຈີນທຸກ​ໆ​ປີ,ກະຊວງ​ວັດທະນະທຳ​ຈີນ​ຍ່ອມຈະ​ຈັດງານ​ລາຕີ​ບຸນ​ກຸດ​ຈີນທາງ​ໂທລະພາບ​ຄັ້ງໜຶ່ງ,ແລະອອກ​ອາກາດ​ຢູ່​CCTV,ນັບມາ​ຮອດ​ປີ​ນີ້​ໄດ້ຈັດ​ມາ15​ຄັ້ງ​ແລ້ວ.​ໃນ​ລາຍການ​ນັດ​ພົບ​ໃນ​ວັນ​ອາທິດ​ພາກ​ນີ້,ດາລາ​ວັນ​​ໄດ້ຈັດ​ເອົາ​ເພງ​ມ່ວນໆ​ຫຼາຍ​ເພງ​ທີ່​ຄັດ​ເລືອກ​ຈາກ​ງານ​ລາຕີ​ບຸນ​ກຸດ​ຈີນ​​ຂອງ​ກ​ະຊວງ​ວັດທະນະທຳ​ຈີນໃນ​ຫຼາຍ​ປີ​ມາ​ນີ້​ສູ່​ທ່ານ​ຟັງ.

ກ່ອນ​ອື່ນ​ເຊີ່ນ​ຟັງ​ເພງhui jia "ກັບບ້ານ"ທີ່​ຂັບ​ຮ້ອງ​ໂດຍ​ນາງ​ເລີຍ​ເຈ່ຍ,​ແຕ່ງເນື້ອ​ຮ້ອງ​ໂດຍ​ທ່ານ​ວາງ​ຊືຈິວ,​ແຕ່ງ​ທຳນອງ​ໂດຍ​ທ່ານ​ວາງ​ລີ້​ພີ​ງ.ນີ້​ແມ່ນ​ເພງ​ດີ​​ເລີດ​ເພງ​ໜຶ່ງ​ທີ່​ສະ​ແດງໃນ​ງານ​ລາ​ຕີ​ບຸນ​ກຸດ​ຈີນ​ເຊິ່ງຈັດ​ໂດຍກະຊວງ​ວັດທະນະທຳ​ຈີນ​​​ໃນປີ2003​.​ເພງ​ນີ້​ໄດ້​ສະ​ແດງ​ຈິດ​ໃຈ​ອາ​ລົມ​ຂອງ​ຄົນ​ທີ່​​ເຮັດ​ວຽກ​ຢູ່​ຕ່າງ​ຖິ່ນ​ຫຼາຍປີ​ແລ້ວ​ກັບ​ເມືອ​ບ້ານ​ເກີດ​ເມືອງ​ນອນ.​ເພງ​ນີ້​ມີ​ເນື້ອ​ຮ້ອງ​ວ່າ: "​​ໄດ້ເ​ຫັນ​ພູ​ເຂົາທີ່​ຂຽວງາມອີກ​,​ໄດ້​ເຫັນ​​ແມ່ນ້ຳທີ່​ໃສ​ສະ​ອາດ​ຄືນ​ໃໝ່,​ຂ້ອຍ​​​ໄດ້ກັບ​ເມືອເມືອງ​ນ້ອຍ​ແລ້ວ.ຄວາມ​ອິດ​ເມື່ອຍຍ້ອນ​ເດີນທາງ​ໄກ​ໄດ້​ຫັບ​ຫາຍ​ໄປ​ຕາມ​ສາຍ​ລົມ,​ບ້ານ​ເກີດ​ເມືອງ​ນອນ​ຈັ່ງແມ່ນອົບ​ອຸ່ນ​.ຍາດພີ່ນ້ອ​ງ​ແລະ​ມິດ​ສະຫາຍ​ພ້ອມ​ກັນ​ອວຍ​ພອນ,​ຂໍ​ໃຫ້​ບ້ານ​ເກີດ​ອາກາດ​ດີ​ ນ້ຳຝົນ​ພຽງພໍ,ຂໍ​ໃຫ້ບ້ານ​​ເມືອງ​ສຸກ​ກຸ່ມ​ຊຸ່ມ​ເຢັນ.

ງານ​ລາ​ຕີ​ບຸນ​ກຸດ​ຈີນ​ທີ່​ຈັດ​ໂດຍ​ກະຊວງ​ວັດທະນະທຳ​ຈີນ​ທຸກ​ເທື່ອ,​​ໄດ້​ສະ​ແດງ​ລາຍການ ເກືອບ3​ຊົ່ວ​ໂມງ,​ໂຮມ​ສູນ​ສະ​ແດງ​ເພງ​ແລະ​ດົນຕີ ລາຍການ​ຟ້ອນ,ກາຍຍະ​ສິນ​ແລະ​ງິ້ວ ທ້ອງ​ຖິ່ນ​ຕ່າງໆ.​

​ໃນ​ງານ​ລາຕີ​ບຸນ​ກຸດ​ຈີນ​ທີ່​ກະຊວງ​ວັດທະນະທຳ​ຈີນຈັດ​ໃນ​ປີ2002​ໄດ້​ສະ​ແດງ​ລາຍ​ການ ເພງ​jin xiu nian hua "ຍຸກ​ສະ​ໄໝ​ທີ່​ສວຍ​ງາມ",​ແຕ່ງ​ເນື້ອ​ຮ້ອງ​ໂດຍ​ນາງ​ເຢິນຈື້ພີ​ງ ​ແຕ່ງທຳນອງ​​ໂດຍ​ທ່ານ​ອີ້​ນຊິ່ງ​ແລະ​ຂັບ​ຮ້ອງ​ໂດຍ​ນາງ​ເພີງ​ລີ້​ຢວນ,​ເພງ​ນີ້ມີ​ສີສັນ​ຂອງ​ຊາດ ແລະ​ໂສມ​ໜ້າ​ຂອງ​ຍຸກ​ສະ​ໄໝ​ອັນ​ເຂັ້ມ​ຂຸ້ນ,​ໄດ້​ສະ​ແດງ​ຄວາມ​ຮັກ​ຫອ​ມ​ປະ​ເທດ​ຊາດ​ແລະ​ຄວາມ​ທະ​ນົງ​ໃຈ​ຂອງ​ປະ​ຊາ​ຊົນ​ຈີນ​ທີ່​ມີ​ຕໍ່ປະ​ເທດ​ຊາດ.

ສິບ​ກວ່າ​ປີ​ມາ​ນີ້,ງານ​ລາຕີ​ບຸນ​ກຸດ​ຈີນ​ທີ່​ຈັດ​ໂດຍ​ກະຊວງ​ວັດທະນະທຳ​ຈີນ​ໄດ້​ຮັບຄວາມ​ນິ ຍົມ​ຊົມ​ຊອບ​ຈາກ​ຜູ້​ຊົມ​ນັບ​ມື້ນັບຫຼາຍຍ້ອນ​ມີ​ລັກສະນະ​ສົດ​ໃສ​ແລະມີ​ຄວາມ​ໝາຍສູງ​ສົ່ງ. ງານ​ລາຕີ​ທຸກ​ປີ​ມີ​ຫົວ​ຂໍ້​ຕ່າງ​ກັນ,​ແລະ​ປະກອບ​ດ້ວຍ​ຫຼາຍພາກສ່ວນດ້ວຍ​ຮູບການ​ຟ້ອນ​ລຳ ທຳ​ເພງ​ທີ່​ມີ​ສີສັນ​ທ້ອງ​ຖິ່ນຕ່າງໆ​ຂອງ​ຈີນ,ພ້ອມ​ດ້ວຍດົນຕີ​ແລະການ​ຟ້ອນ​ຂອງ​ປະ​ເທດ​ຕ່າງໆ​ໃນ​ໂລກ ງິ້ວທ້ອງ​ຖິ່ນ​​ແລະກາ​ຍຍະ​ສິນຂອງ​ຈີນ​ເປັນຕົ້ນ.ບໍ່​ວ່າ​ລາຍການເຫຼົ່ານີ້ປ່ຽນ​ແປງ​ແນວ​ໃດ,​ແຕ່​ຕ້ອງ​ມີ​ລາຍ​ການ​ສ່ວນ​ໜຶ່ງ​ບໍ່​​ປ່ຽນ​ແປງ​ຈັກ​ເທື່ອ​ຄື​ລາຍ​ການສະ​ແດງ​ຄວາມ​ຄິດ​ຮອດ​ຄິດ​ເຖິງ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຜູ້​ທີ່​ຢູ່​ຕ່າງ​ຖິ່ນ.​ຕໍ່​ໄປ​​ເຊີນ​ຟັງ​ເພງ gu xiang qing si "​ຄິດ​ຮອດບ້ານ​ເກີດ",​ເນື້ອ​ເພງ​ແຕ່ງ​ໂດຍ​ທ່ານ​ຮານ​ຈີ້ງ​ທີງ ທຳ​ນອງ​ແຕ່ງ​ໂດຍ​ທ່ານ​ຊີ​ເພ້ຕົ່ງ​ ​ຂັບ​ຮ້ອງ​ໂດຍ​ທ່ານ​ອູ​ອ້ຽນ​ເຈີ.​ເພງ​ນີ້​ມີ​ທຳ​ນອງ​ເຄື່ງ​ຂຶມ​ແລະ​ມ່ວນ​,ສະ​ແດງ​ຈິດ​ໃຈ​ຂອງ​ລູກຫຼານຜູ້​ຢູ່​ຕ່າງປະ​ເທດ​ຮັກຫອມ​ປະ​ເທດ​ຊາດ: "ດວງ​ຈັນ​ທີ່​​​ໃສ​ແຈ່ມ,ພາ​ໃຫ້​ຂ້າ​ຄະ​ນຶງຫາ​ບ້ານ​ເກີດແດນ​ອັດ​ສະ​ຈັນ​,ບໍ່​ວ່າຈະ​ບິນ​ສູງ​ປານ​ໃດ,ຂ້າ​ກໍ​ຍັງ​ແມ່ນ​ວ່າວ​ໃນ​ມື​ຂອງມານ​ດາ,ບໍ່​ວ່າຈະ​ຢູ່​ໄກ​ປານ​ໃດ,ຂ້າ​ກໍ​ບໍ່ລືມ​ໃຊ້ສຳນຽງບ້ານ​ເກີດ​ບອກ​ເລົ່າ​ຄວາມ​ຄຶດ ຮອດ​ຄຶດ​ເຖິງ​ບ້ານ​ເກີດ."

​ໃນງານ​ລາຕີບຸນ​ກຸດ​ຈີນທີ່​ຈັດ​ໂດຍ​ກະຊວງ​ວັດທະນະ​ທຳຈີນ​ແຕ່ລະ​ປີ​ໄດ້​ສະ​ເໜີ​​ເພງ​ໃໝ່​ແລະ​ນັກ​​ດົນຕີຜູ້​ໃໝ່​ຢ່າງ​ຫຼວງຫຼາຍ.ຄົນ​ໃໝ່​ແລະ​ເພງ​ໃໝ່​ເຫຼົ່ານີ້​ໄດ້​ນຳ​ເອົາ​ຄວາມ​ຮູ້​ສຶກ​ໃໝ່​ອ່ຽມ​ມາ​ໃຫ້​ຜູ້​ຊົມ​ທັງຫຼາຍ.​ເພງ ba lang zai"ທ້າວປາ​ລາງ"ທີ່​ທ່ານ​ຈະ​ໄດ້​ຟັງ​ຕໍ່​ໄປ​ກໍ​ແມ່ນ​ເພງ​ໃໝ່​ທີ່​ສະ​ແດງໃນ​ງານ​ລາຕີ​ປີ2004,ຂັບ​ຮ້ອງ​ໂດຍ​ທ້າວ​ແອ​ເອີ​ເຂິນ ນັກ​ຮ້ອງ​ເຜົ່າ​​ອຸຍ​ອົວ,​​ເຄີຍ​ໄດ້​ຮັບ​ລາງວັນ​ທີ​ໜຶ່ງ​​ໃນ​ການປະ​ກວດ​ເພງ​ໃໝ່​​ແລະນັກ​ຮ້ອງໃໝ່​ປີ​2003​ທີ່​ຈັດ​ໂດຍ​ກະ​ຊວງ​ວັດທະນະທຳ​ຈີນ.ທ້າວ​ແອ​ເອີ​ເຂິນ​ແມ່​ນອ້າຍບ່າວ​ເຜົ່າ​ອຸຍ​ອົວ​ທີ່​ເຈົ້າ​ຊູ້​ຫຼາຍ,​ເພງ"ທ້າວ​ປາ​ລາງ"​ແມ່ນ​ເພງ​ທີ່​ລາວ​ແຕ່ງ​ເອງ.​ເພງ​ນີ້​ມີ​ຈຸດ​ພິ​ເສດ​ຂອງ​ເຜົ່າ​ອຸຍ​ອົວ​ຢ່າງ​ເຂັ້ມ ຂຸ້ນ,​ທັງ​ມີ​ກິ່ນ​ອາຍ​ຍຸກ​ສະ​ໄໝ​ຢ່າງ​ເດັ່ນ​ຊັດ,​ຈັງ​ຫວະ​ໄວ.​ໃນ​ເພງ​ມີ​ເນື້ອ​ຮ້ອງ​ວ່າ: "ອ້າຍ​ຂໍ​ເວົ້າ​ນຳ​ນອ້ງ​ແດ່,​ຂໍ​ໃຫ້​ນ້ອງ​ບອກ​ເບີ​QQ​ຂອງ​ນ້ອງ​ໃຫ້​ອ້າຍ​ໄດ້​ບໍ່?​ຖ້າ​ນ້ອງ​ແມ່ນ​ກະ​ປອມ​ຍັກ,​ອ້າຍ​ກໍ​ແມ່ນ​ກົບ​​ໂຕ​ນ້ອຍໆ,​ຢ່າ​ລັງ​ກຽດ​ອ້າຍ,​ເຮົາ​ມາ​ເປັນ​​ເພື່ອນ​ກັນ​ດີ​ບໍ່!"

​ສຸດ​ທ້າຍ,ຂໍ​ຟັງ​ເພງta ge qi wu "ຟ້ອນ​ລຳ​ທຳ​ເພງ",​ເນື້ອ​​ຮ້ອງ​ແລະ​ທຳນອງ​​ເພງ​ແຕ່ງ​ໂດຍ​ທ່ານ​ຊີເພ້ຕົ່ງ​ແລະ​ຂັບ​ຮ້ອງ​ໂດຍ​ນາງ​ຊົ້ງຈູ​ອິ່ງ.ນີ້​​ເປັນເພງ​ທີ່​ມ່ວນ​ຊື່ນ​ຟົດ​ຟື້ນ,​ສະ​ແດງ​ໃນ​ງານ​ລາ​ຕີ​ບຸນ​ກຸດ​ຈີນ​ທາງ​ໂທລະພາບ​ ​ເຊິ່ງ​ຈັດ​ໂດຍ​ກະ​ຊວງ​ວັດ​ທະ​ນະ​ທຳ​ຈີນ​​ໃນປີ2001.​ເພງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ບັນຫາ​ກາດ​ອັນ​ມ່ວນ​ຊື່ນ​ຟົດ​ຟື້ນ​ໃນ​ມື້ບຸນ​,​ແລະ​ອວຍ​ພອນ​ໃຫ້​ຄົນ​ທັງ​ຫຼາຍ​ຈົ່ງ​ມີ​ຊີວິດ​ສຸກ​ສັນ​ໃນ​ອະ​ນາ​ຄົດ.​​ເນື້ອ​ຮ້ອງ​ເພງມີ​ຄວາມ​ໝາຍວ່າ: "​ໃນ​ວັນ​ບຸນ​ອັນ ມ່ວນ​ຊື່ນ,​ພວກ​ເຮົາ​ຮ້ອງ​ເພງ,​ພວກ​ເຮົາ​ຟ້ອນ​ລຳ.​ເບີກ​ບານ​ມ່ວນ​ຊື່ນ,ຮັກ​ແພງ​ກັນ​ຢ່າງ​ຈິງ​ໃຈ.​ເຈົ້າພູມ​ໃຈ,​ຂ້ອຍ​ກໍ​ພູມ​ໃຈ,​ເກາະ​ແຂນ​ກັນ​​ສ້າງ​ຊີ​ວິດ​ອັນ​ສຸກ​ສັນ."