ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-17 18:33:16    
ຈີນ​ອາດ​ຈະ​ອະ​ນຸ​ມັດ​ສົນ​ທິ​ສັນ​ຍາ​ສາ​ກົນ​ກ່ຽວ​ກັບ​ການ​ສະ​ກັດ​ກັ້ນ​ການ​ສະ​ໜອງ​ທຶນ​ຊ່ອຍ​ເຫຼືອ​ໃຫ້​ລັດ​ທິ​ກໍ່​ການ​ຮ້າຍ

cri
ຕາມ​ຂ່າວCRI,ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ ອົງການ​ອຳ​ນາດ​ແຫ່ງ​ຊາດ​ຈີນ​ຈະ​ໄຂ​ກອງ​ປະຊຸມ​ແຕ່​ວັນ​ທີ25ຮອດ​ວັນ​ທີ28​ກຸມພາ.ອີງ​ຕາມ​ວາລະ​ປະຊຸມ,ກອງ​ປະຊຸມ​ຈະ​ສຳ​ຫຼວດພິຈາລະນາ​ສົນທິສັນຍາ​ສາກົນ​ກ່ຽວ​ກັບ​ການ​ສະກັດ​ກັ້ນ​ການ​ສະໜອງ​ທຶນ​ຊ່ອຍ​ເຫຼືອ​ໃຫ້​ລັດທິ​ກໍ່ການ​ຮ້າຍ,​ແລະ​ອາດຈະ​ອະນຸມັດ​ສົນທິສັນຍາ​ດັ່ງ​ກ່າວ.

ນັກ​ຂ່າວ​ໄດ້​ຊາບຂ່າວ​ດັ່ງກ່າວ​ຈາກກອງ​ປະຊຸມ​ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໃນ​ວັນ​ທີ17​ກຸມພາ.ສົນທິສັນຍາ​ດັ່ງກ່າວ​ໄດ້​ກຳນົດ​ໄວ້​ວ່າ,ບັນດາ​ປະ​ເທດ​ທີ່​ເຊັນ​ສັນຍາ​ຕ້ອງ​ຮ້ອງ​ຟ້ອງ​ຫຼື​ນຳ​ສົ່ງ​ຜູ່​ທີ່​ຖືກ​ກ່າວ​ຟ້ອງ​ອອກ​ທຶນ​ຊ່ອຍ​ເຫຼືອ​ການ​ເຄື່ອນ​ໄຫວ​ກໍ່​ການ​ຮ້າຍ,ສົນ​ທິ​ສັນ​ຍາ​ຍັງ​ຮຽກ​ຮ້ອງ​ບັນ​ດາ​ທະ​ນາ​ຄານ​ວາງ​ມາດ​ຕະ​ການ​ສຳ​ຫຼວດ​ການ​ຄ້າ​ຂາຍ​ຜ່ານ​ທະ​ນາ​ຄານ​ທີ່​ໜ້າ​ສົງ​ໄສ​ນັ້ນ​ຢ່າງ​ຈະ​ແຈ້ງ.​ລັດ​ຖະ​ບານຈີນ​ໄດ້​ເຊັນ​ສົນທິ​ສັນຍາ​ດັ່ງກ່າວ​ໃນ​ປີ​2001.