ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-17 21:03:53    
ຂ່າວ​ສັງ​ກວມ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ໃນ​ວັນ​ທີ​16​ກຸມ​ພາ

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ16ກຸມພາ​ເວລາ​ທ້ອງ​ຖິ່ນ,ງານ​ກິລາ​ໂອ​ລິ​ມປິກ​ລະ​ດູ​ໜາວ​ຕູຣີ​ໂນ​ໄດ້​ຈັດການ​ແຂ່ງຂັນ​ຮອບ​ຊິງ​ຊະນະ​ເລີດ8​ລາຍ,ອາ​ເມ​ລິ​ກາ ຣັດ​ເຊຍ​ແລະ​ເຢຍລະ​ມັນ​ຕ່າງ​ຊີງໄດ້​ຫຼຽນຄຳ​ໜຶ່ງ​ຫຼຽນ,​ຕ່າງເປັນ​ທີ​ໜຶ່ງ ທີ​ສອງ​ແລະ​ທີ​ສາມ​ໃນຕາລາງ​ຫຼຽນຄຳ,ຍອດ​ຈຳນວນ​ຫຼຽນຄຳ​ຂອງ​ອາ​ເມ​ລິ​ກາ​ແມ່ນ6ຫຼຽນ,ຣັດ​ເຊຍ5ຫຼຽນ,ເຢຍລະ​ມັນ​​5ຫຼຽນ.​ຄະ​ນະ​ກິ​ລາ​ຈີນ​​ເປັນ​ທີ11ດ້ວຍ​ຫຼຽນ​ຄຳ1ຫຼຽນ ຫຼຽນ​ເງິນ2ຫຼຽນ​ແລະ​ຫຼຽນທອງ3ຫຼຽນ.

​ໃນ​ການ​ແຂ່ງຂັນສະ​ເກັດລວດລາຍ​ເພດ​ຊາຍ​ຜູ້​ດຽວ,ທ້າວ​ປຼູ​ເຊັນ​ໂຄ ນັກ​ກິລາ​ຊື່​ດັງ​ຂອງຣັດ​ເຊຍ​ຊີງ​ໄດ້ຫຼຽນຄຳ​ດ້ວຍ​ຄະ​ແນນ​258,33ຄະ​ແນນ​,ຫຼາຍກວ່າ​ຜູ້​ທີ​ສອງ27,12ຄະ​ແນນ.ທ້າວ​ຈ່າງ​ມີນ ນັກ​ກິລາ​ຈີນ​ໄດ້​​ເປັນ​ທີ10,ນີ້​ແມ່ນ​ຜົນງານ​ທີ່​ດີກ​ວ່າ​ໝູ່​ຂອງ​ນັກ​ກິລາສະ​ເກັດ​ລວດລາຍ​ເພດ​ຊາຍ​ຈີນ​ໃນ​ປະຫວັດງານ​ກິລາ​ໂອ​ລິມ​ປິກ​ລະ​ດູ​ໜາວ.

ນາງຄິຼສຕີ​ນາ ສມີ​ກູນ ນັກ​ກິລາ​ແອ​ສ​ໂຕ​ນີທີ່​ມີ​ອາຍຸ29​ປີ​ຊີງ​ໄດ້​ຫຼຽນຄຳ​ອີກໜຶ່ງ​ຫຼຽນ​ໃນ​ການ​ແຂ່ງຂັນ​​​ສະ​ກີ​ຫິມະນອກ​ສະໜາມ​10ກິ​ໂລ​ແມັດ​ທີ່​ບາ​ກັນ​ອອກ​ເດີນທາງ​ເພດ​ຍິງ,​ພາຍ​ຫຼັງ​ນາງ​ຊີງ​ໄດ້​ຫຼຽນຄຳ​ໃນ​ການ​ແຂ່ງຂັນສະ​ກີ​ຫິມະນອກ​ສະໜາມ15ກິ​ໂລ​ແມັດເພດ​ຍິງ​ລາຍ​ບຸກ​ຄົນ​ແລ້ວ.​ສະ​ນັ້ນ,ນາງ​ໄດ້​ກາຍ​ເປັນ​ນັກ​ກິລາຜູ້​ທຳ​ອິດ​ທີ່​ຊີງ​ໄດ້​ຫຼຽນຄຳ​ສອງ​ຫຼຽນ​ໃນ​ງານ​ກິລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຄັ້ງນີ້.

ວັນ​ທີ16​ກຸມພາ,ຢູ່ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ຍັງ​ໄດ້​​ເກີດ​ເຫດການຢາ​ກະຕຸ້ນ​ປະສາດ ເປັນຜົນ​ບວກ​ເທື່ອ​ທຳ​ອິດ​ແຕ່​​ເປີດ​ງານເປັນຕົ້ນມາ.ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ປະ​ກາດ​ວ່າ,ນາງ​ໂອນ​ກາ ປີເລ​ວາ ນັກ​ກິລາ​ສອງ​ລາຍ​ກາ​ນລະດູ​ໜາວຂອງຣັດ​ເຊຍ​​ໄດ້ຖືກ​ຫ້າມ​ບໍ່​ໃຫ້​ເຂົ້າ ຮ່ວມ​ການ​ແຂ່ງຂັນ​ຊົ່ວຄາວ​ຍ້ອນ​ຜົນ​ການກວດກາຢາ​ກະຕຸ້ນ​ປະສາດ​ເປັນ​ຜົນ​ບວກ.