ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-17 21:19:42    
ປີ​ກາຍ​ນີ້,​ມີ​ຄົນ​ຕ່າງ​ປະ​ເທດ​1​ແສນ​4​ໝື່ນ​ກວ່າ​ຄົນ​ຮຽນ​ຢູ່​ຈີນ

cri
ຕາມ​ຂ່າວCRI,ປີ2005,ໄດ້ມີ​ຄົນ​ຕ່າງປະ​ເທດ​1​ແສນ4​ໝື່ນ​ກວ່າ​ຄົນ​ທີ່​ມາ​ຈາກ190​ປະ​ເທດ​ ​ມາຽນ​ຢູ່​ຈີນ,ຈຳນວນ​ນັກ​ສຶກສາ​ຕ່າງປະ​ເທດ​ທີ່​ມາ​ຮຽນ​ຢູ່​ຈີນ​ໄດ້​ສ້າງ​ສະຖິຕິ​ສູງກວ່າ​ທຸກ​ປີ​ທີ່​ຜ່ານ​ມາ.

ວັນ​ທີ17​ກຸມພາ ທ່ານ​ສາວ​ໂກວຊິງ ຫົວໜ້າ​ກົມ​ສາກົນ​ກະຊວງ​ສຶກສາ​ທິການ​ຈີນ​​ໄດ້​ເຜີຍ​ໃຫ້​ຮູ້​ຕົວ​ເລກ​ດັ່ງ​ກ່າວ,​ໃນ​ຫຼາຍ​ປີ​ມາ​ນີ້,ພາລະກິດ​ການ​ສຶກສາ​ຂອງ​ຈີນໄດ້​ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ,​​ໄດ້​ດຶງ​ດູດເອົາ​ນັກ​ສຶກສາ​ຕ່າງປະເທດນັບ​ມື້​ນັບ​ຫຼາຍ​ມາ​ຮຽນ​ຢູ່​ຈີນ.ທ່ານ​ກ່າວ​ວ່າ,ຈີນ​ຈະ​ສົ່ງ​ເສີມ​ວິ​ສາ​ຫະກິດ​ແລະ​ຄະນະ​ຈັດ​ຕັ້ງ​ສັງຄົມ​ຕັ້ງ​ທຶນ​ສຶກ​ສາ​ໃຫ້​ນັກ​ສຶກ​ສາ​ຕ່າງ​ປະ​ເທດ​ທີ່​ຮຽນ​ຢູ່​ຈີນ,​ວາງນະ​ໂຍບາຍ​ທີ່​ກ່ຽວຂ້ອງ​ເພື່ອ​ອຳ​ນວຍ​ເງື່ອນ​ໄຂ​ທີ່​ສະ​ດວກ​ວ່າ​ເກົ່າ​ໃຫ້​ນັກ​ສຶກ​ສາ​ຕ່າງ​ປະ​ເທດ​​ໃນ​ການ​ຮ່ຳຮ​ຽນ,​ເພິ່ງ​ພາ​ອາ​ໄສ​ແລະ​ເຮັດ​ວຽກ​ຊ່ອຍ​ການ​ຮຽນ​ຢູ່​ຈີນ.

ຕາມ​ໄດ້​ຊາບ,ປັດ​ຈຸ​ບັນ,ຢູ່ຈີນ​ມີ​ໂຮງຮຽນ​ຊັ້ນ​ສູງ500​ກວ່າ​ຫຼັງ​ມີ​ເງື່ອນ​ໄຂ​ຮັບ​ເອົາ​ນັກ​ສຶກສາ​ຕ່າງປະ​ເທດ.