|
 |
(GMT+08:00)
2006-02-18 18:53:31
|
 |
ອິສຣາແອນຕົກລົງເລື່ອນເວລາປະຕິບັດມາດຕະການໃໝ່ທີ່ຈຳກັດຊາວປາເລັສຕີນ
cri
Author: cai
ຕາມຂ່າວCRI:ວັນທີ 17 ກຸມພາ,ທ່ານມາກ ເລເກຟ ໂຄສົກກະຊວງການຕ່າງປະເທດອິສຣາແອນເວົ້າວ່າ,ທ່ານໂອເມີດ ຜູ້ວ່າການແທນນາຍົກລັດຖະມົນຕີອິສຣາແອນຕົກລົງວ່າ,ຈະສັງເກດເບິ່ງຫຼັກໝັ້ນກຸ່ມຮາມາສຫຼັງຂຶ້ນຮັບຕຳແໜ່ງຢູ່ສະພາປາເລັສຕີນຊຸດໃໝ່ສາກ່ອນ,ແລ້ວຈຶ່ງຕົກລົງຈະປະຕິບັດມາດຕະການໃໝ່ທີ່ຈຳກັດປາເລັສຕີນຫຼືບໍ່.
ພິທີຂຶ້ນຮັບຕຳແໜ່ງຂອງສະພາປາເລັສຕີນຊຸດໃໝ່ຈະຈັດຂຶ້ນໃນວັນທີ 18 ກຸມພາ,ບັດນັ້ນ,ຈະເລືອກຕັ້ງນາຍົກລັດຖະມົນຕີລັດຖະບານຊຸດໃໝ່ແລະປະທານສະພາຊຸດໃໝ່ຂອງປາເລັສຕີນ.
ວັນທີ 17 ກຸມພາ,ທ່ານໂອເມີດ ຜູ້ວ່າການແທນນາຍົກລັດຖະມົນຕີອິສຣາແອນໄດ້ຮຽກໂຮມເຈົ້າໜ້າທີ່ສຳຄັນຂອງກະຊວງປ້ອງກັນປະເທດ ກະຊວງການຕ່າງປະເທດແລະພາກສ່ວນຄວາມປອດໄພແລະຂ່າວກອງແຫ່ງຊາດປະຊຸມກັນ,ຕົກລົງຫ້າມບໍ່ໃຫ້ສະມາຊິກສະພາທີ່ສັງກັດກຸ່ມຮາມາສທີ່ຢູ່ແຖບກາຊາໄປເຂົ້າຮ່ວມພິທີຂຶ້ນຮັບຕຳແໜ່ງຢູ່ສະພາປາເລັສຕີນຊຸດໃໝ່ທີ່ຈະຈັດຂຶ້ນຢູ່ເມືອງລາມາລາ,ແລະໄດ້ອະນຸມັດມາດຕະການໃໝ່ກ່ຽວກັບການຈຳກັດຊາວປາເລັສຕີນທີ່ສະເໜີໂດຍກະຊວງປ້ອງກັນປະເທດ.
|
|
|