ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-18 19:03:58    
ຢູ່ເມືອງ​ແບກ​ແດດ​ເກີດ​ເຫດກາ​ນລະ​ເບີດ 3 ​ເທື່ອ ​ເຮັດ​ໃຫ້ 15 ຄົນ​ຕາຍ​ແລະ​ບາດ​ເຈັບ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 18 ກຸມພາ,ຝ່າຍ​ຕຳຫຼວດ​ອີຣັກ​ເວົ້າ​ວ່າ,ຕອນ​ເຊົ້າມື້​ດຽວ​ກັນ,ຢູ່​ເຂດຕາ​ເວັນ​ອອກແບກ​ແດດ ນະຄອນຫຼວງ​ອີຣັກ​ໄດ້​ເກີດ​ເຫດການລະ​ເບີດຕາມ​ແຄມທາງ 3 ​ເທື່ອ​ລຽນຕິດ,ພາ​ໃຫ້​ 7 ຄົນ​ຕາຍ​ແລະ 8 ຄົນ​ບາດ​ເຈັບ​ເປັນ​ຢ່າງ​ໜ້ອຍ.

ຝ່າຍ​ຕຳຫຼວດ​ແນະນຳ​ວ່າ,​ເວລາປະມານ 8 ​ໂມງ 45 ນາທີຕອນ​ເຊົ້າ​ມື້​ດຽວ​ກັນ,ລົດຍົນ​ພົນລະ​ເຮືອນສອງ​ຄັນ​ຖືກ​ລູກ​ລະ​ເບີດ​ຢູ່​​ແຄມ​ທາງເຂດ​ກາ​​ເດຍ ພາກ​ຕາ​ເວັນ​ອອກ​ເມືອງ​ແບກ​ແດດຫຼອນ​ໂຈມ​ຕີ​ກ່ອນ.​ເກືອບ​ໃນ​​ເວລາ​ດຽວ​ກັນ,ກອງລົດຂອງ​ກອງ​ທະຫານ​ອາ​ເມ​ລິ​ກາກອງໜຶ່ງ​ກໍ່​ໄດ້​ຖືກ​ລູກ​ລະ​​ເບີດ​ຢູ່​​ແຄມທາງພາກ​ຕາ​ເວັນ​ອອກ​ເມືອງ​ແບກ​ແດດ​ຫຼອນ​ໂຈມ​ຕີ​.ຫຼັງຈາກ​ນັ້ນ 5 ນາທີ,ລົດ​ຕຳຫຼວດຄັນ​ໜຶ່ງ​ຖືກ​ລູກ​ລະ​ເບີດ​ຢູ່​​ແຄມທາງ​ເຂດ​ຈາດີ​ດາ ພາກ​ຕາ​ເວັນ​ອອກ​ເມືອງ​ແບກ​ແດດຫຼອນ​ໂຈມ​ຕີອີກ.