ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-19 18:36:09    
ທ່ານ​ມາ​ຢີງຈີວ ປະທານ​ພັກ​ກົກ​ມິນ​ຕັງ​ຈີນ​ກ່າວ​ວ່າ "​​​ແຕ່​ໃດ​ມາ​​ໄຕ້​ຫວັນ​ເປັນ​ເອ​ກະ​ລາດ"ກໍ່​ບໍ່​​ແມ່ນ​ການ​ເລືອກ​ເອົາ​ຂອງ​ພັກ​ກົກ​ມິນ​ຕັງ

cri

ຕາມ​ຂ່າວcri:ຕາມ​ສື່​ມວນ​ຊົນ​ໄຕ້​ຫວັນ​ລາຍ​ງານ​ວ່າ,ວັນ​ທີ19​ກຸມພາ,ທ່ານ​ມາ​ຢີງຈີວ ປະທານ​ພັກ​ກົກ​ມິນ​ຕັງຈີນ,​ເຈົ້າຄອງ​ ​ນະຄອນໄຕ້​ເປກ່າວ​ວ່າ, "​ແຕ່​ໃດ​ມາ​​ໄຕ້​ຫວັນ​ເປັນ​ເອກະລາດ"ກໍບໍ່​​ແມ່ນ​ການ​ເລືອກ​ເອົາຂອງ​ພັກ​ກົກ​ມິນ​ຕັງ.

ຫັງຈາກ​​ໄດ້​ກັບ​ຈາກ​ການ​ໄປ​ຊວນ​ນັກ​ທຸ​ລະ​ກິດ​​ເອີ​ລົບ​ມາ​ລົງທຶນ​ຢູ່​​ໄຕ້​ຫວັນ​ໃນ​ວັນ​ທີ17​ກຸມພາ,ຢູ່​ເອີ​ລົບ,ທ່ານ​ມາ​ຢີງຈີວ​​​ ​ໄດ້​ຈັດ​ງານ​ຊຸມນຸມ​ນັກ​ຂ່າວຢູ່​ສະໜາ​ມບິນ.ທ່ານ​ມາ​ຢີງຈີວຍັງ​ກ່າວ​ເນັ້ນ​ວ່າ,ບໍ່​ວ່າ​ຈະແມ່ນ"​ໄຕ້​ຫວັນ​ເປັນ​ເອກະລາດ"ຫຼື​ເປັນ​ເອກະ​ພາບ​ກັນ,ລ້ວນ​ແຕ່ບໍ່​ສາມາດ​ບັນລຸ​ຜົນເປັນ​ຈິງ​ໃນ​ປະຈຸ​ບັນ​ໄດ້.

ໃນ​​ໄລຍະ​ທ່ານ​ມາ​ຢີງຈີວຢ້ຽມຢາມ​​ເອີ​ລົບ​ຄັ້ງ​ນີ້,ຄຳຄ​ໂສະ​ນາ​ພັກ​ກົກ​ມິນ​ຕັງ​ທີ່​ວ່າ "​ໄຕ້​ຫວັນ​ເປັນ​ເອກະລາດ"ກໍ່​​ສາມາດ​ເປັນ​ການ​​ເລືອກ​​ເອົາໄດ້​,​ເຊິ່ງລົງ​ພິມ​ໜັງ​ສື​ພິມ​ນັ້ນໄດ້​ເຮັດ​ໃຫ້​​ມີ​ຄວາມ​ສົງ​ໄສ​ແລະການ​ຫາ​ລື​ກັນ​ຢ່າງ​ກວ້າງ​ຂວາງ​ພາຍ​​ໃນ​ເກາະ​ໄຕ້​ຫວັນ. ສຳລັບ​ບັນຫາ​ນີ້,ທ່ານ​ມາ​ຢີງຈີວ​ໃຫ້​ຄວາມ​ກະຈ່າງ​ແຈ້ງວ່າ,ສິ່ງ​ທີ່​ມີ​ຜົນ​ດີ​ຫຼາຍ​ກວ່າ​ໝູ່​ຕໍ່​ໄຕ້​ຫວັນ​ນັ້ນຄວນ​ແມ່ນ​ການ​ຮັກສາ​ສະພາບ​ປະຈຸ​ບັນ,ນັ້ນ​ກໍ່​ຄື​ບໍ່​ສະ​ແຫວ​ງຫາ​"​ເປັນ​ເອກະ​ພາບ​ກັນ"​ໃນ​ທັນທີ,​​ແລະ​ກໍ່​ບໍ່​​ແຕກແຍກ​ກັນ​ຈົນ​ເທົ້າ​ໃດໆ,"​​ໄຕ້​ຫວັນ​ເປັນ​ເອກະລາດ"​​ແມ່ນ​ການ​​ເລືອກ​​ເອົາຂອງ​ບຸກຄົນ​ໄຕ້ຫວັນ​​ສ່ວນ​ໜຶ່ງ,ບໍ່​​ແຕ່​ໃດ​ມາ​ກໍ່​ບໍ່​ແມ່ນ​ການ​ເລືອກ​ເອົາຂອງ​ພັກ​ກົກ​ມິນ​ຕັງ.