ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-20 09:40:39    
ການ​ເຫັນ​ແຕ່​ໃນ​ແງ່​ດີ​ແລະ​ການ​ເຫັນ​ແຕ່​ໃນ​ແງ່​ຮ້າຍ(ສຽງ)

cri Author: min



ບໍ່​ຮູ້​ວ່າ​ທ່ານ​ເຄີຍ​ຟັງ​ນິທານ​ນີ້​ຫຼືບໍ່: ຄື​ພໍ່​ຜູ້​ໜຶ່ງ, ມີ​ລູກ​ສອງ​ຄົນ, ຄົນ​ໜຶ່ງ​ມີ​ນິດ​ໃສ​ມັກ​ເຫັນ​ໄປ​ໃນ​ແງ່​ຮ້າຍ, ອີກ​ຜູ້​ໜຶ່ງ​ຊ້ຳພັດ​ມັກ​ເຫັນ​ໄປ​ໃນ​ແງ່​ດີ. ພໍ່​ຢາກ​ປ່ຽນ​​ແປງ​ສະພາບ​ການ​ດັ່ງກ່າວ, ມື້ໜຶ່ງ, ພໍ່​ເອົາ​ເຄື່ອງຫຼິ້ນ​ຫຼວງຫຼາຍ​ຈົນ​ເຕັມ​ຫ້ອງ​ຂອງ​ລູກ​ທີ່​ມັກ​ເຫັນ​ໄປ​ໃນ​ແງ່​ຮ້າຍ, ​ແຕ່​ສົ່ງ​ລູກ​ທີ່​ມັກ​ເຫັນ​ໄປ​ໃນ​ແງ່​ດີ​ນັ້ນ​​ໄປ​ຢູ່​ໃນ​ຫ້ອງ​ທີ່​ມີ​ແຕ່​ຂີ້​ມ້າ. ມື້​ລຸນ​ມາ, ພໍ່​ໄດ້​ເຫັນລູກ​ທີ່​ມັກ​ເຫັນ​ແຕ່​ໃນ​ແງ່​ຮ້າຍ​ໜ້າ​ຕາ​ຍັງ​ເສົ້າໝອງ​ຄື​ເກົ່າ, ບໍ່​ໄດ້​ຫຼິ້ນ​ເຄື່ອງຫຼິ້ນ​ຈັກຢ່າງ, ​ເພາະ​ຢ້ານ​ເຮັດ​ໃຫ້​ເຄື່ອງ​ຫຼິ້ນ​ເຫຼົ່ານີ້​ເປ່​ເພ, ສ່ວນ​ລູກ​ທີ່​ມັກ​ເຫັນ​ແຕ່​ໃນ​ແງ່​ດີ, ພັດ​ພວມ​ຊອກ​ຫາ​ອີ​ຫຍັງ​ຢູ່​ກອງ​ຂີ້​ມ້າ​ຢ່າງ​ມ່ວນ​ຊື່ນ. ພໍ່​ຖາມ​ວ່າ: "ລູກ​ພວມ​ຊອກ​ຫຍັງ​ຢູ່?" ລູກ​ຜູ້​ນີ້​ຕອບ​ຢ່າງ​ໜ້າ​ຊື່ນ​ຕາ​ບານ​ວ່າ:"ລູກຄິດ​ວ່າ, ​ໃນ​ກອງ​ຂີ້​ມ້າ​ຕ້ອງ​ມີ​ໝາ​ນ້ອຍໆ​ໂຕ​ໜຶ່ງ​ຫຼີ້ຢູ່."

ນິທານ​ເລື່ອງ​ນີ້​ຊີ້​ບອກ​ພວກ​ເຮົາ​ວ່າ, ສະພາບ​ຊີວິດ​ການ​ເປັນ​ຢູ່​ຂອງ​ພວກ​ເຮົາ​ຕັດ​ສິນ​ຊີ້​ຂາດ​ຢູ່​ນຳ​ທ່າ​ທີ​ຕໍ່​ຊີວິດ​ຂອງ​ພວກ​ເຮົາ, ຕັດສິນ​ຊີ້​ຂາດ​ຢູ່​ນຳ​ວ່າ​ພວກ​ເຮົາ​ຈະ​ໃຊ້​ວິທີ​ໃດ​ຕໍ່​ບັນຫາ. ​ໃນ​ສາຍຕາ​ຂອງ​ຜູ້​ເຫັນ​ໄປ​ໃນ​ແງ່​ຮ້າຍ, ບໍ່​ເຫັນ​ຂອງ​ຈົບ​ຂອງ​ງາມ​ແຕ່​ຢ່າງ​ໃດ, ມັກ​ສັງ​ເກດ​ບັນຫາ​ຈາກ​ແງ່​ບໍ່​ດີ, ສ່ວນ​ໃນ​ສາຍຕາ​ຂອງ​ຜູ້​ເຫັນ​ໄປ​ໃນ​ແງ່​ດີ, ​ມັກ​ສັງ​ເກດ​ເລື່ອງ​ທີ່​ບໍ່​ດີ​ໄປ​ໃນ​ແງ່​ດີ. ຈາກ​ນີ້​ເຫັນ​ໄດ້​ວ່າ, ຈິນຕະນາ​ການ​ຂອງ​ພວກ​ເຮົາ​ສາມາດ​ຕັດສິນ​ຊີ້​ຂາດ​ຊີວິດ​ການ​ເປັນ​ຢູ່​ຕົວ​ຈິງ​ຂອງ​ພວກ​ເຮົາ. ມີ​ຄຳ​ເວົ້າ​ໜຶ່ງ​ເວົ້າ​ວ່າ: ບາງ​ທີ່, ສິ່ງ​ນັ້ນ​ແມ່ນ​ຫຍັງ​ຍັງ​ບໍ່​ສຳຄັນ​ປານ​ໃດ, ​ແຕ່​ໃນ​ສາຍຕາ​ຂອງ​ເຈົ້າ​ມັນ​ແມ່ນ​ຫຍັງ​ນັ້ນ​ຈະ​ສຳຄັນ​ກວ່າ. ​ໃນ​ເວລາ​ເຈົ້າ​ຖື​ການ​ຜ່ານ​ວັບ​ຜ່ານ​ລື້​ມ​ເປັນ​ເລື່ອງ​ຍາກ, ​ແນ່ນອນ​ແລ້ວ, ​ເຈົ້າ​ຮູ້ສຶກ​ວ່າ​ໄດ້​ຖືກ​ທຳ​ລະ​ມານ. ​ເມື່ອ​ເຈົ້າ​ຖື​ຊີວິດ​ການ​ເປັນ​ຢູ່​ເປັນ​ເງິນ​ເປັນ​ຄຳ, ຄັນ​ຊັ້ນ, ທຸກໆ​ມື້​ຂອງ​ເຈົ້າ​ກໍ​ຈະ​ແມ່ນ​ມື້​ຈົບງາມ​ທີ່​ເປັ່ງ​ແສງ​ເຫຼື້ມ​ຍິບຍັບ.

ທີ່​ຈິງ​ແລ້ວ, ຄົນ​ເຮົາດຳລົງ​ຊີວິດ​ໃນ​ໂລກ​ນີ້, ​ເລື່ອງ​ທີ່​ບໍ່​ສົມ​ປາດ​ຖະໜາ​ນັ້ນ​ຈະ​ກວມ 80% ຫຼື 90%, ນີ້​ແມ່ນ​ສະພາບ​ຕົວ​ຈິງ​ທີ່ຫຼີກ​ເວັ້ນບໍ່​ໄດ້, ຖ້າ​ຫຼີກ​ເວັ້ນ​ບໍ່​ໄດ້, ກໍ​ເສົ້າໝອງ​ທໍລະມານ​ຕົນ​ເອງ​ດ້ວຍ​ອາລົມ​ເຫັນ​ໄປ​ໃນ​ແງ່​ຮ້າຍ​ແລ້ວ​ແໜງ​ໃຊ້​ທ່າ​ທີ​ຕັ້ງໜ້າ​ໄປ​ຊຳລະ​ແກ້​ໄຂ​ເລື່ອງ​ທີ່​ບໍ່​ສົມປາດ​ຖະໜາ​​ໃຫ້​ຕົກ, ​ແນວ​ຄິດ​ເຫັນ​ໄປ​ໃນ​ແງ່​ດີຫຼີກ​ເວັ້ນບໍ່​ໄດ້, ​ແຕ່​ສຳຄັນ​ກວ່າ​ນັ້ນ​ແມ່ນ​ພວກ​ເຮົາ​ຄວນ​ເອົາ​ຊະນະ​ມັນ, ຜາບ​ແພ້​ມັນ​.

ລອງ​ເບິ່ງ​ຖ້າ​ພວກ​ເຮົາ​ຍີ້​ມ​ແຍ້ມ​ຕໍ່​ຊີວິດ​ການ​ເປັນ​ຢູ່​ຈະ​ເປັນ​ແນວ​ໃດ, ​ເພາະ​ຄວາມ​ຍີ້ມ​ແຍ້ມ​ແມ່ນ​ອາວຸດ​ດີ​ທີ່​ສຸດ​ຂອງ​ແນວ​ຄິດ​ເຫັນ​ແຕ່​ແງ່​ດີ​ໄປ​ຜາບ​ແພ້​ການ​ເຫັນ​ແຕ່​ໃນ​ແງ່​ຮ້າຍ. ​ໃນ​ຊີວິດ​ຂອງ​ເຮົາ​ບໍ່​ວ່າ​ປະສົບ​ພົບ​ພໍ້​ອີ​ຫຍັງ​ກໍ​ຕາມ, ກໍ​ຢ່າ​ລືມ​ໃຊ້​ຄວາມ​ຍີ້ມ​ແຍ້ມ​ແຈ່ມ​ໃສ​ໄປ​ປະຕິບັດ​ໝົດ​ທຸກ​ສິ່ງ​ທຸກ​ຢ່າງ. ​ເມື່ອ​ມີ​ຄວາມ​ຍີ້ມ​ແຍ້ມ​ແລ້ວ, ຈຶ່ງ​ມີ​ຄວາມ​ອາດ​ເປັນ​ໄປ​ໄດ້​ທີ່ຈະ​ໄປຜາບ​ແພ້​ຄວາມ​ອັດຕະຄັດ​ຂັດ​ສົບ, ມີ​ຄວາມ​ຍີ້ມ​ແຍ້ມ​ແລ້ວ, ຈຶ່ງ​ສາມາດ​ປ່ຽນ​ແປງ​ສະພາບ​ການ​ທີ່​ບໍ່​ມີ​ຜົນ​ດີ​ຕໍ່​ຕົນ​ເອງ​ເທື່ອ​ລະ​ກ້າວ.

ການ​ຮັກສາ​ຈິດ​ໃຈ​ເຫັນ​ໄປ​ໃນ​ແງ່​ດີ​ບໍ່​ແມ່ນ​ເລື່ອງ​ງ່າຍດາຍ, ການ​ເຫັນ​ໄປ​ໃນ​ແງ່​ດີ​ຕ້ອງການ​ຄວາມ​ພະຍາຍາມ, ຕ້ອງການ​ສະຕິ​ປັນຍາ, ມີ​ແຕ່​ເປັນ​ແນວ​ນີ້​ຈຶ່ງ​ສາມາດ​ເຮັດ​​ໃຫ້​ຕົນ​ເອງ​ມີ​ຈິດ​ໃຈ​ທີ່​ເຕັມ​ໄປ​ດ້ວຍ​ຊີວິດ​ຊີວາ​ຕໍ່​ຊີວິດ​ຂອງ​ຕົນ. ຜູ້​ມີ​ແນ​ວຄິດ​ເຫັນ​ແຕ່​ໃນ​ແງ່​ຮ້າຍ​ເຮັດ​ໃຫ້​ທາງ​ເດີນ​ຂອງ​ຊີວິດ​ຕົນ​ເອງ​ຄັບ​ແຄບ​ເຂົ້າ, ​ແຕ່​ຜູ້​ມີ​ແນວ​ຄິດ​ເຫັນ​ເລື່ອງ​ໃນ​ແງ່​ດີ​ຈະ​ເຮັດ​ໃຫ້​ຕົນ​ເອງ​ກ້າ​ວ​ເດີນຕາມ​ເສັ້ນທາງ​ຊີວິດ​ນັບ​ມື້​ນັບ​ກວ້າງ​ອອກ, ການ​ເລືອກ​ເອົາ​ທ່າ​ທີ​ເຫັນ​ແຕ່​ໃນ​ແງ່​ດີ​ຕໍ່​ຊີວິດ​ແມ່ນ​ຄວາມ​ສະຫຼາດ​ສະຫຼຽວ​ອີກ​ແບບ​ໜຶ່ງ​.

ຂໍ້​ໃຫ້​ທ່ານ​ລອງ​ໃຊ້​ທ່າ​ທີ​ເຫັນ​ແຕ່​ໃນ​ແງ່​ດີ​ໄປ​ປະຕິບັດ​ຕໍ່​ຊີວິດ​ຂອງ​ທ່ານ, ຕ້ອນຮັບ​ທຸກໆ​ມື້​ດ້ວຍ​ໃບ​ໜ້າ​ຍີ້ມ​ແຍ້ມ​ແຈ່ມ​ໃສ, ​ເຊື່ອ​ວ່າ, ຊີວິດ​ການ​ເປັນ​ຢູ່​ທຳ​ມະ​ດາ​ຈະ​ສົ່ງ​ກິ່ນ​ຫອມ​ຫວນ​ສະບາຍ​​ໃຈ, ສ່ວນ​ຊີວິດ​ທີ່​ມີ​ຄວາມ​ຫຍຸ້ງຍາກ​ກໍ່​ຈະ​ນັບ​ມື້​ນັບ​ດີ​ຂຶ້ນ!