ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-20 18:02:55    
ອິສຣາ​ແອນ​ປະ​ຕິ​ເສດ​ບໍ່​ຕິດ​ຕໍ່​ພົວ​ພັນ​ກັບ​ລັດ​ຖະ​ບານ​ປາ​ເລັສ​ຕີນ​ທີ່​ນຳ​ໂດຍ​ອົງ​ການ​ຮາ​ມັສ

cri Author: min
ຕາມ​ຂ່າວ CRI: ວັນ​ທີ 19 ກຸມພາ, ທ່ານ​ໂອນ​ເມິ​ດ ຜູ້​ວ່າການ​ແທນ​ນາຍົກ​ລັດຖະ​ມົນຕີ​ອິສຣາ​ແອນ​ເວົ້າ​ວ່າ, ອິສຣາ​ແອນ​ຈະ​ບໍ່​ຕິດ​ຕໍ່​ພົວພັນ​ກັບ​ລັດຖະບານ​ທີ່​ນຳ​ໂດຍ​ອົງການ​ຮາ​ມັສ​ຂອງ​ປາເລັສຕີນ, ພ້ອນກັນ​ນັ້ນ, ຈະ​ຢຸດ​ຕິ​ໂອນ​ພາສີ​ອາກອນ​ທີ່​ເກັບ​ແທນ​ໃຫ້​ລັດຖະບານ​ປາ​ເລ​ສຕີນ​ໃນ​ທັນທີ.

ໃນ​ກອງ​ປະຊຸມ​ຄະນະ​ລັດຖະບານ​ທີ່​ໄຂຂຶ້ນ​ມື້​ດຽວ​ກັນ, ທ່ານ​ໂອນ​ເມິ​ດ​ເວົ້າ​ວ່າ, ອິສຣາ​ແອນ​ເຫັນ​ວ່າ ລັດຖະບານ​ປົກຄອງ​ຕົນ​ເອງ​ປາເລັ​ສຕີນ​ທີ່​ອົງການ​ຮາ​ມັສ​ຄອງ​ຖານະ​ສຳຄັນ​ຈະ​ແມ່ນ​ລັດຖະບານ​ທີ່​ສະໜັບ​ສະໜູນ​ລັດທິ​ກໍ່​ການ​ຮ້າຍ.

ໃນ​ກອງ​ປະຊຸມ, ສະມາ​ຊິກ​ຄະນະ​ລັດຖະບານ​ອິສຣາ​ແອນ​ຍັງ​ຮຽກຮ້ອງ​ປະຊາ​ຄົມ​ໂລກ​ເຊົາຊ່ອຍ​ເຫຼືອ​ເງິນ​​ຕ່າງໆ​ໃຫ້​ລັດຖະບານ​ປາເລັສຕີນ​ແຕ່​ຍົກເວັ້ນ​ການ​ຊ່ອຍ​ເຫຼືອ ມະນຸດ​ສະທຳ.

ຕອນ​ຄ່ຳ​ມື້​ດຽວ​ກັນ, ຢູ່​ທີ່ກາຊາ, ທ່ານ​ອັບບັສ, ປະທານ​ອົງການ​ອຳນາດ​​ແຫ່ງ​ຊາດ​ປາ​ເລັສຕີນ​ເວົ້າ​ວ່າ, ລັດຖະບານ​ອິສຣາ​ແອນ​​ຕົກລົງ​ລົງ​ໂທດ​​ປາ​ເລັສຕີນທາງ​ເສດ​ຖະກິດ​ແມ່ນ​ເພື່ອ​ດຳ​ເນີນ​ການ​ເຄື່ອນ​ໄຫວ​​ແຕ່​ຝ່າຍ​ດຽວ, ຝ່າຍ​ປາ​ເລັສຕີນ​ກ່າວ​ປະນາມ​ການ​ຕົກລົງ​ດັ່ງ​ກ່າວ. ມື້​ດຽວ​ກັນ, ທ່ານ​ອິສມາ​ອິນ ​ຮາ​ນີ ​ເປັນ​ຜູ້ນຳ​ອົງການ​ຮາ​ມັສທີ່​ຫາ​ກໍ່​ໄດ້​ຮັບ​ການ​ສະ​ເໜີ​ຊື່​ເປັນ​ນາຍົກ​ລັດຖະ​ມົນຕີ​ລັດຖະບານ​ປົກຄອງ​ຕົນ​ເອງ​ຂອງ​ປາ​ເລັສຕີນ​ກໍ່​ກ່າວວ່າ​, ຝ່າຍ​ປາ​ເລັສຕີນ​​ເດັດ​ຂາດ​ບໍ່​ອ່ອນ​ຍອມ​ຕໍ່​ການ​ລົງ​ໂທດ​ທາງ​ເສດຖະກິດ​ຂອງ​ອິສຣາ​ແອນ​ຢ່າງ​ແນ່ນອນ.