ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-21 15:35:47    
ໄປ​ສະ​ນີ​ດ່ວນ​ພິ​ເສດ​ຂອງ​ຈີນ​ໄດ້​ພັດ​ທະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງ(ສຽງ)

cri Author: min

ຄຽງ​ຄູ່​ກັບ​ເສດຖະກິດ​ພາຍ​ໃນ​ປະ​ເທດ​ແລະ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ​ໄດ້​ມີ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ, ​ໄປສະນີ​ດ່ວນ​ພິ​ເສດ​ຂອງ​ຈີນ​ກໍ່​ໄດ້​ມີ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ. ດຽວ​ນີ້, ຈີນ​ໄດ້​ມີ​ບໍລິສັດ​ໄປສະນີ​ດ່ວນ​ພິ​ເສດ​ປະ​ເພດ​ຕ່າງໆ​ຫຼາຍ​ແສນ​ແຫ່ງ. ບຸກຄົນ​ໃນ​ຂະ​ແໜງ​ການ​ນີ້​ກ່າວ​ວ່າ, ​ພາຍຫຼັງ​ບໍລິສັດ​ໄປສະນີ​ດ່ວນ​ພິ​ເສດ​ຕ່າງ​ປະເທດ​ໄດ້​ເຂົ້າ​ຕະຫຼາດ​ໄປສະນີ​ດ່ວນ​ພິ​ເສດ​ຂອງ​ຈີນ​ແລ້ວ, ວິສາ​ຫະກິດ​ໄປສະນີ​ດ່ວນ​ພິ​ເສດ​ພາຍ​ໃນ​ປະ​ເທດ​ຈຳ​ເປັນ​ຕ້ອງ​ຍົກ​ສູງ​ຄຸນ​ນະ ພາບ​ບໍລິການ​ຕື່ມ​ອີກ, ຊອກ​ຫາ​ການ​ຊົງ​ຕົວ​ແລະ​ການ​ພັດທະນາ​ໃນ​ການ​ແຂ່ງຂັນ​ແລະ​ຮ່ວມ​ມື​ກັບ​ບໍລິສັດ​ຕ່າງ​ປະ​ເທດ. ​ໃນ​ລາຍ​ການ​ແຈ້ງ​ຂ່າວ​ເສດຖະກິດ​ຈີນ​ພາກ​ນີ້, ​ເຊີນ​ທ່ານ​ຟັງບົດ​ແຈ້ງ​ຂ່າວ​ທີ່​ພາດ​ຫົວ​ເລື່ອງ​ວ່າ ​"ໄປສະນີ​ດ່ວນ​ພິ​ເສດ​ຈີນ​ໄດ້​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ".

ທ່ານ​ຈິ່ນຊຸ່ນ​​ເປັນ​ປະ​ທານ​ບໍລິສັດ​ເມີຍ​ຢ້າ​ຊຽງ​ໄຮ້​ໄປສະນີ​ດ່ວນ​ພິ​ເສດ ເຊິ່ງ​ເປັນ​ບໍລິສັດ​ໄປສະນີ​ດ່ວນ​ພິ​ເສດ​ຂອງ​ເອ​ກະ​ຊົນ. ຫຼາຍປີ​ກ່ອນ, ຍ້ອນ​ຄວາມ​ພາດ​ພັ້ງ​ຂອງ​ບໍລິສັດ​ໄປສະນີ​ດ່ວນ​ພິ​​ເສດ​ແຫ່ງ​ໜຶ່ງ​ໄດ້​ເຮັດ​ໃຫ້​ບໍລິສັດ​ອາພອນ​ຂອງ​ເພິ່ນ ເສຍ​ຫາຍ​ໜຶ່ງ​ແສນ​ໂດລາ, ນີ້​​ກະຕຸກ​ຊຸກຍູ້​ທ່ານ​ຈິ່ນຊຸ່ນ​ຕົກລົງ​ເປີດ​ບໍລິສັດ​ໄປສະນີ​ດ່ວນ​ພິ​ເສດ​ແຫ່ງ​ໜຶ່ງ​ຂອງ​ຕົນ. ​ໃນ​ຖານ​ເປັນ​ວິ​ສາ​ຫະກິດ​ໃໝ່​, ​ແນ່ນອນ​ແລ້ວ, ບໍລິສັດ​ໄປສະນີ​ດ່ວນ​ພິ​ເສດ​ເມີຍ​ຢ້າບໍ່​ມີ​ຄວາມ​ສາມາດ​ທ້າ​ທາຍ​ກັບ​ບໍລິສັດ​ໄປສະນີ​ດ່ວນ​ພິ​ເສດ​ໃຫຍ່​ຕ່າງ​ປະເທດ, ​ແຕ່​ບໍລິສັດ​ໄປສະນີ​ດ່ວນ​ພິ​ເສດ​ນ້ອຍ​ໃຫຍ່​ໄດ້​ແຂ່ງຂັນ​ກັນ​ຢູ່​ຕະຫຼາດ​ພາຍ​ໃນ​ປະ​ເທດ​ມາ​ຫຼາຍປີ​, ຊ່ອງ​ຫວ່າງ​ກໍ​ບໍ່ກວ້າງ​ປານ​ໃດ. ຫຼັງຈາກ​ໄດ້​ພິຈາ​ລະນາ​ຢ່າງ​ຮອບ​ຄອບ​ແລ້ວ, ທ່ານ​ຈິ່ນຊຸ່ນ​ໄດ້​ກຳນົດ​ຂອບ​ເຂດ​ທຸລະ​ການ​ເປັນ​ທາງ​ດ່ວນ​ພິ​ເສດ​ຢູ່​ລະຫວ່າງ​ອາ​ເມ​ລິ​ກາ​ກັບ​ຈີນ.

ບໍ່​ເທົ່າ​ໃດປີມາ​, ການ​ຕົກລົງ​ທີ່​ມີ​ຄວາມສ່ຽງ​ຂອງ​ທ່ານ​ຈິ່ນຊຸ່ນ​ໄດ້​ຄ່ອຍໆ​ເຮັດ​ໃຫ້​ບຸກຄົນ​ໃນ​ວົງ​ການ​ຖື​ເປັນ​ການ​ຕົກລົງ​ທີ່​ເຫັນ​ກວ້າງ​ມອງ​ໄກ. ຍ້ອນ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ, ເສດຖະກິດ​ຈີນ​ແລະ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາໄດ້​ເພີ່ມ​ທະວີ​ຢ່າງ​ບໍ່​ຢຸດ​ຢັ້ງ​, ທາງ​ບໍລິການ​ໄປສະ​ນີດ່ວນ​ພິ​ເສດ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ໄດ້​ຮັບ​ຄວາມ​ນິຍົມ​ຈາກ​ຕະຫຼາດ​ຫຼາຍ. ທ່ານ​ຈິ່ນຊຸ່ນ​ເວົ້າ​ວ່າ:

ສົມມຸດ​ວ່າ​ພວກລູກ​ຄ້າຢູ່​ອາ​ເມ​ລິ​ກາ​, ​ເຂົາ​ເຈົ້າ​ຝາກ​ເຄື່ອງ​ຈາກ​ອາ​ເມ​ລິ​ກາ​​ມາ​ຈີນ, ດັ່ງ​ນັ້ນ, ບໍລິສັດ​ໄປສະນີ​ດ່ວນ​ພິ​ເສດ​ສາກົນ​ອື່ນໆ, ຕ້ອງ​​ໂຮມ​ເຄື່ອງ​ຕ່າງໆ​, ​ແລ້ວ​ແບ່ງ​ອອກ​ອີກ, ​ແລ້ວ​ຈຶ່ງສົ່ງ​ມາ​ຈີນ.​ແຕ່​ເວົ້າ​ສຳລັບ​ບໍລິສັດ​ພວກ​ຂ້າ​ພະ​ເຈົ້າ​ເມື່ອ​ເຄື່ອງ​ຝາກ​ມາ​ຮອດ​ໝົ້ງ 7, 8 ​ໂມງ​ຄ່ຳ, ພວກ​ຂ້າ​ພະ​​ເຈົ້າ​ຟ້າວສົ່ງ​ໄປ​ເດີ່ນຍົນ​ໂດຍ​ກົງ. ສະ​ນັ້ນ​ບໍລິສັດ​ພວກ​ຂ້າ​ພະ​ເຈົ້າ​ສົ່ງ​ເຄື່ອງ​ຝາກ​ຮອດ​ປາຍ​ທາງ​ຈະໄວ​ກວ່າ​​ບໍລິສັດ​ອື່ນ​ປະມານ​ເຄິ່ງມື້​ຫາ​ມື້​ໜຶ່ງ. ນີ້​ກໍ່​ແມ່ນ​ຈຸດ​ພິ​ເສດ​ຂອງ​ເສັ້ນ​ພິ​ເສດ, ​ເມື່ອ​ເຮັດ​ເປັນ​ຈັ່ງ​ຊີ້​ແລ້ວ, ພວກ​ຂ້າ​ພະ​ເຈົ້າ​ກໍ່​ປະກົດ​ເຫັນ​ວ່າ, ​ໃນ​ປີທຳ​ອິດ, ລູກ​ຄ້າ​ໄດ້​​ເພີ່ມ​ຂຶ້ນ​ຫຼາຍ.

ໃນ​ສິບ​ກວ່າ​ປີ​ມາ​ນີ້, ​ເກືອບ​ທຸກໆ​ປີ​ກໍ່​ມີ​ນັກ​ທຸລະກິດ​ຈີນ​ເຂົ້າ​ເຮັດ​ທຸລະ​ກິດໄປ​ສະ​ນີດ່ວນ​ພິ​ເສດ​​ເຊິ່ງ​ເປັນຂະ​ແໜງ​ການ​ຟົດ​ຟື້ນ​ຄື​ດັ່ງ​ທ່ານ​ຈິ່ນຊຸ່ນ. ຕາມສະ​ຖິຕິ, ​ໃນ​ປະຈຸ​ບັນ, ນອກຈາກ​ລັດ​ວິ​ສາ​ຫະ​ກິດ​ໄປສະນີ​ດ່ວນ​ພິ​ເສດ​ແລ້ວ, ຈີນ​ຍັງ​ມີ​ວິ​ສາ​ຫະກິດ​ໄປສະນີ​ດ່ວນ​ພິ​ເສດ​​ເອກະ​ຊົນຫຼາຍ​ແສນ​ແຫ່ງ, ພະ​ນັກ​ງານ​ໄປສະນີ​ດ່ວນ​ພິເສດ​ມີ​ຫຼາຍ​ລ້ານຄົນ. ​ໃນ​ອີກ​ດ້ານ​ໜຶ່ງ, 4 ບໍລິສັດ​ໄປສະນີ​ດ່ວນ​ພິ​ເສດ​ໃຫຍ່​ຕ່າງປະ​ເທດ, ຄື: DHL, FEDEX, UPS, TNT ກໍ່​ໄດ້​ເຂົ້າ​ຕະຫຼາດ​ຈີນ​, ​ພ້ອມ​ທັງ​ທ້ອນ​ໂຮມ​ກຳລັງ​ຢ່າງ​ວ່ອງໄວ, ພັດທະນາ​ຕາໜ່າງ​ໄປສະນີ​ດ່ວນ​ພິ​ເສດ​ຂອງ​ຕົນ.

ທຶນຮອນ​ເອກະ​ຊົນ​ຢູ່​ພາຍ​ໃນ​ປະ​ເທດ​ຈີນ​ແລະ​ບໍ​ລິ​ສັດ​ຈໍລະ​ຈອນ​ວັດຖຸ​ບໍລິການ​ໃຫຍ່​ຕ່າງປະ​ເທດ​ນິຍົມ​ຕະຫຼາດ​ໄປສະນີ​ດ່ວນ​ພິ​ເສດ​ຂອງ​ຈີນ​ແນວ​ນີ້, ກໍ່​ຍ້ອນ​ວ່າ​ຕະຫຼາດ​ຈີນ​ມີ​ໂອກາດ​ການ​ທຸລະ​ກິດ​ໃຫຍ່​ແຝງ​ຢູ່. ຕາມ​ການ​ຄາດ​ຄະ​ເນ​, ປະຈຸ​ບັນ, ຂະໜາດ​​ຕະຫຼາດ​ໄປສະນີ​ດ່ວນ​ພິ​ເສດ​ຂອງ​ຈີນມີ​ປະມານ 20 ຕື້​ຢວນ, ​ໃນບໍ່​ເທົ່າ​ໃດປີ​ຂ້າງ​ໜ້າ, ຕະຫຼາດ​ໄປສະນີ​ດ່ວນ​ພິ​ເສດ​ຂອງຈີນ​ຈະ​​ເຕີ​ບ​ໂຕ​ຕາມ​ຈັງຫວະ​ 25%.

ໃນ​ຕົ້ນ​ຊຸມ​ປີ 80 ສະ​ຕະ​ວັດ​ແລ້ວ​ນີ້, ບໍລິສັດ​ໄປສະນີ​ດ່ວນ​ພິ​ເສດ​​ໃຫຍ່​ຕ່າງປະ​ເທດ​ກໍ່​ເຂົ້າ​ມາ​ຈີນ​ຕາມໆ​ກັນ. ​ໂດຍ​ອີງ​ຕາມ​ກົດໝາຍ​ວ່າ​ດ້ວຍ​ນັກ​ທຸລະກິດ​ຕ່າງ​ປະ​ເທດ​ລົງທຶນ​ຢູ່​ຈີນ​ໃນ​ຄາວ​ນັ້ນ, ວິ​ສາ​ຫະກິດ​ຕ່າງ​ປະ​ເທດ​ຈະ​ລົງທຶນ​ຢູ່ຈີນ​ແຕ່​ຝ່າຍດຽວ​ບໍ່ໄດ້, ຝ່າຍ​ຈີນ​ຍັງ​ຕ້ອງ​ຖື​ຫຸ້ນ​ສ່ວນ​ຫຼາຍ, ​ແຕ່​ຫຼັງ​ຈາກ​ເດືອນ​ທັນວາ​ປີ 2005 ​ແລ້ວ, ບໍ່​ມີ​ຄວາມ​ຈຳກັດ​ດັ່ງກ່າວ​ນີ້​ແລ້ວ, ວິ​ສາ​ຫະກິດ​ໄປສະນີ​ດ່ວນ​ພິ​ເສດ​ຕ່າງ​ປະ​ເທດ​ໃດໆ​ກໍ່​ສາມາດ​ຕັ້ງ​ບໍລິສັດ​ທີ່​ລົງ​ທຶນ​ຢູ່​ຈີນ​ຝ່າຍ​ດຽວ​, ທຸລະກິດ​ແຕ່​ຝ່າຍ​ດຽວ​ຕາມ​ເບົ້າແບບ​ຄຸ້ມ​ຄອງ​ຂອງ​ຕ່າງ​ປະ​ເທດ. ນະ​ໂຍບາຍ​ປົກ​ປ້ອງຖືກ​ຍົກ​ເລີກ, ​ວິ​ສາ​ຫະກິດ​ໄປສະນີ​ດ່ວນ​ພິ​ເສດ​ຂອງ​ຈີນ​ກໍ່​ໄດ້​ປະ​ສົບ​ກຳລັງ​ໜີບ​ອັນ​ໃຫຍ່ຫຼວງ​.

ທ່ານ​ຮູ​ເຊິ​ງ​ເຊີ້ງ ຫົວໜ້າ​ສຳ​ນັກ​ງານ​ວາ​ລະ​ສານ "ການ​ຈໍລະ​ຈອນ​ວັດ​ສະ​ດຸ​ບໍລິການ​ສາກົນ​ຈີນ" ​ເຫັນ​ວ່າ, ປະຈຸ​ບັນ, ວິ​ສາ​ຫະກິດ​ໄປສະນີ​ດ່ວນ​ພິ​ເສດ​ຈີນ​ຢາກ​ແຂ່ງຂັນ​ກັບ​ບໍລິສັດ​ໄປ​ສະ​ນີ​ດ່ວນ​ພິ​ເສດ​ຕ່າງປະ​ເທດ, ຍັງ​ມີ​ການ​ຫຼຸດລື່ນ​ກັນ​ໃນ​ສາມ​ດ້ານ:

ໜຶ່ງ, ຂະ​ແໜງ​ການ​ນີ້​ຕ້ອງ​ມີ​ຄວາມສຸກ​ງອມ​ໃນ​ລະດັບໃດ​ໜຶ່ງ. ມັນ​ຕ້ອງ​ມີ​ລະບົບ​ຕາໜ່າງອັນ​ໜຶ່ງ, ​ແນ່ນອນ​ແລ້ວ, ຂະໜາດ​ລະບົບ​ຕາໜ່າງ​ຂອງ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ​ພວກ​ເຮົາ​ນ້ອຍ​ກວ່າ​ວິ​ສາ​ຫະກິດ​ຕ່າງ​ປະ​ເທດ. ສອງ ​ບົດຮຽນ​ທຸລະກິດ​ແລະ​ການ​ຄຸ້ມຄອງ​ຂອງ​ພວກ​ເຮົາ​ຍັງ​ມີ​ຈຸດອ່ອນ, ສາມ ໃນ ຂະແໜງ​ການ​ໄປສະນີ​ດ່ວນ​ພິ​ເສດ​ຂອງ​ພວກເຮົາ​ຫຼາຍ​ວິສາ​ຫະກິດ​ເຮັດ​ທຸ​ລະ​ກິດ​ຍັງ​ບໍ່​ເປັນ​ສະບັບ.

ແຕ່​ປີ​ກາຍ​ນີ້​ເປັນ​ຕົ້ນ​ມາ, FEDEX, DHL, UPS ​ເປັນ​ຕົ້ນ, ກໍ່​ພາກັນ​ວາງ​ແຜນການ​ລົງທຶນ​ແລະ​ສ້າງ​ຕາໜ່າງ​ໃນ​ເຂດ​ຈີນ, ​ໄດ້​ເພີ່ມ​ການ​ລົງທຶນ​ແລະ​ການ​ສ້າງ​ຕາໜ່າງ​ຢູ່​ເຂດ​ຈີນ, ຫວັງ​ຢາກຢູ່​ໃນ​ທ່າ​ແຮງ​ໃນ​ການ​​ແຂ່ງຂັນ​ຮອບ​ນີ້. ບຸກຄົນ​ໃນ​ຂະ​ແໜງ​ການ​ເຫັນ​ວ່າ, ​ເບິ່ງ​ຈາກ​ໄລຍະ​ສັ້ນ, ​ເປົ້າ​ໝາຍ​ບໍລິການ​ຂອງ​ວິ​ສາ​ຫະກິດ​ໄປສະນີ​ດ່ວນ​ພິ​ເສດ​ຕ່າງ​ປະ​ເທດ​ເຫຼົ່າ​ນີ້​ຕົ້ນຕໍ​ຍັງ​ແມ່ນ​ວິ​ສາ​ຫະກິດ​ຂ້າມ​ຊາດ​ຢູ່​ຈີນ, ສະ​ນັ້ນ, ​ວິ​ສາ​ຫະກິດ​ໄປສະນີ​ດ່ວນ​ພິ​ເສດ​ຈີນ​ທີ່​ເອົາ​ໃຈ​ໃສ່​ແຕ່​ວຽກ​ໄປສະນີ​ດ່ວນ​ພິ​ເສດ​ຢູ່ພາຍ​ໃນ​ປະ​ເທດ​ເປັນ​ຕົ້ນຕໍ​ນັ້ນ​ຖືກ​ກະທົບ​ຍັງ​ບໍ່ຮຸນ​ແຮງ​ປານ​ໃດ. ​ແຕ່​ເບິ່ງ​​ຈາກ​ໄລຍະ​ຍາວ​ນານ​ແລ້ວ, ຖ້າ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ​ບໍ່​ຍົກ​ສູງລະດັບ​ໃນ​ດ້ານ​ທັດສະນະ​ຄະຕິ​ບໍລິການ, ​ຮູບ​ແບບ​ບໍລິການ, ມາດຖານ​ບໍລິການ, ​ແລະ​ຂອບ​ເຂດ​ບໍລິການ​ຢ່າງ​ຮອບດ້ານ​ແລ້ວ, ພວກ​ເຂົາ​ເຈົ້າ​ຈະ​ປະ​ສົບ​ກຳລັງ​ໜີ​ບ​​ແລະ​ສິ່ງ​ທ້າ​ທາ​ຍ​ຂອງ​ຕະຫຼາດ​ຈະ​ນັບ​ມື້​ນັບ​​ໃຫຍ່​ຫຼວງ.

ແຕ່​ວ່າ, ທ່ານ​ລິວ​ຈ້ຽນຊິ່ນ ​ເລຂາ​ທິການ​ໃຫຍ່​ຄະນະ​ກຳມະການ​ໄປສະນີ​ດ່ວນ​ພິ​ເສດ​ຂອງ​ສະມາຄົມ​ຕົວແທນ​ການ​ຂົນ​ສົ່ງ​ສິນຄ້າ​ສາກົນ​ຈີນ​​ວ່າ, ຕໍ່​ພາບ​ອະນາ ຄົດ​ຂອງ​ວິ​ສາ​ຫະກິດ​ໄປ​ສະ​ນີ​ດ່ວນ​ພິ​ເສດ​ຈີນ​ບໍ່​ຄວນ​ຈະ​ເຫັນ​ໄປ​ແຕ່​ແງ່​ຮ້າຍ, ​ເຂົາ​ເຈົ້າ​ຍັງ​ມີ​ທ່າ​ແຮງ​ໃນ​ການ​ແຂ່ງຂັນ:

ທ່າ​ແຮງ​ໃຫຍ່​ກວ່າ​ໝູ່​ຂອງ​ເຂົາ​ເຈົ້າ​ກໍ່​ແມ່ນ​ເຮັດ​ທຸລະ​ກິດ​ຢູ່​ໃນ​ປະ​ເທດ​ຕົນ, ​​ພວກ​ເຂົາ​ເຈົ້າ​ຮູ້​ຕະຫຼາດ​ຈີນ​, ຮູ້​ຄວາມ​ຊິນ​ເຄີຍ​ເຮັດ​ວຽກ​ຂອງ​ຄົນ​ຈີນ​, ຮູ້​ທັດສະນະ​ຄະຕິ​​ຂອງ​ຄົນ​ຈີນ​ແລະ​ຮູ້​ປະຊາ​ສຳພັນ​ຂອງ​ຄົນ​ຈີນ. ວັດທະ​ນະທຳ​ທີ່​ສືບ​ທອດ​ມາ​ແຕ່​ບູຮານ​ເຫຼົ່ານີ້, ​ເຂົາ​ເຈົ້າ​ຈະ​ເຮັດ​ໃຫ້​ລູກ​ຄ້າ​ຈີນ​ຮ່ວມ​ມື​ກັບ​ເຂົາ​ເຈົ້າ​ງ່າຍ​ກວ່າ.

ບຸກຄົນ​ໃນ​ຂະ​ແໜງການ​ຊີ້​ອອກ​ວ່າ, ​ເພື່ອ​ແຂ່ງຂັນ​ກັບ​ວິ​ສາ​ຫະກິດ​ໄປສະນີ​ດ່ວນ​ພິ​ເສດ​ຕ່າງປະ​ເທດ, ວິ​ສາ​ຫະກິດ​ໄປສະນີ​ດ່ວນ​ພິ​ເສດ​ພາຍ​ໃນ​ປະ​ເທດ ຍ້ອນ​ມີ​ຂະໜາດ​ຂ້ອນ​ຂ້າງນ້ອຍ, ກຳລັງ​ຕົວ​ຈິງ​ຂ້ອນ​ຂ້າງ​ອ່ອນ, ສະ​ນັ້ນຍັງ​ຕ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື, ​ສັບ​ຊ້ອນ​ຊັບ​ພະຍາກອນ,

ສ້າງ​ສະ​ຫະ​ພັນ​ຍຸດທະສາດ, ເພື່ອ​ເພີ່ມ​ທະວີ ປະເພດ​ບໍລິການ, ເປີດກວ້າງ​ຂອບເຂດ​ບໍລິການ, ​ເພີ່ມ​ໂກ​ຕາ​ຕະຫຼາດ​ແລະ​ຄວາມ​ສາມາດ​ແຂ່ງຂັນ. ​ໃນ​ການ​ແຂ່ງຂັນ, ວິ​ສາ​ຫະກິດ​ຕ່າງໆ​ທີ່​ບໍ່​ມີ​ທ່າ​ແຮງ​ໃນ​ດ້ານ​ຂະໜາດ​ຕາໜ່າງ, ຕົ້ນ​ທຶນ​ໝູນ​ເດີນ​ສູງ​ແລະ​ບໍ່​ມີ​​ໄຫວ​ພິບ​ຕໍ່​ຕະຫຼາດ​ຈະ​ຖືກ​ກວມ​ເອົາ​, ຈັດ​ຕັ້ງ​ຄືນ​ໃໝ່​ແລະ​ຖືກ​ໄລ່​ອອກ​ເປັນ​ກ້າວໆ.

ທ່ານ​ລິວ​ຈ້ຽນຊິ່ນ​ເຫັນ​ວ່າ, ການ​ແຂ່ງ​ຂັນ​ລະຫວ່າງ​ວິ​ສາ​ຫະກິດ​ໄປສະນີ​ດ່ວນ​ພິ​ເສດ​ຈີນ​ກັບວິ​ສາ​ຫະກິດ​ໄປສະນີ​ດ່ວນ​ພິ​ເສດ​ຕ່າງ​ປະ​ເທດ, ຈະ​ມີ​ຜົນ​ດີ​ຕໍ່​ການ​ຍົກ​ສູງ​ຄຸນ​ນະພາບ​ການ​ບໍລິການ​ໄປສະນີ​ດ່ວນ​ພິ​ເສດ​ຂອງ​ຈີນ, ​ແລ້ວ​ບັນລຸ​ເປົ້າ​ໝາຍ​ຮັບ​ໄຊ​ຊະນະ​ພ້ອນກັນ.