ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-23 16:46:15    
ຍ້ອນ​ຫຍັງ​ຢູ່​ເຂດ​ສາມ​ຫຼ່ຽມ​​ເບີ​ມິວ​ດາ​ມັກ​ເກີດ​ອຸ​ປະ​ຕິ​ເຫດ​ຂອງ​ຍົນ​ແລະ​ກ່ຳ​ປັ່ນ?​(ສຽງ)

cri Author: shuo


ແຕ່​ກ່ອນ,ຢູ່​ເຂດ​ທະ​ເລ​ທີ່​ມີ​ຮູບ​ສາມຫຼ່ຽມລະຫວ່າງ​ໝູ່​ເກາະ​ເບີ​ມິ​ວດາ ​ແຫຼມຟຼໍລີ​ດາ​ກັບ​ເກາະ​ຕ່າງໆ​ຂອງ​ພໍ​ໂທ​ລີ​ໂກ ພາກ​ຕາ​ເວັນ​ຕົກ​ຕອນ​ກາງ ຂອງ​ມະຫາ​ສະໝຸດ​ອັດ​ລັງ​ຕິກ​ມັກ​ເກີດ​ອຸບັດ​ຕິ​ເຫດຂອງ​ຍົນ​ແລະ​ກ່ຳ​ປັ່ນ.​ເມື່ອຍົນ​ຫຼືກ່ຳ​ປັ່ນ​ເຂົ້າສູ່​ເຂດ​ທະ​ເລ​ດັ່ງກ່າວ,ລະບົບ​ຄວບ​ຄຸມ​ຈະ​ຕິດ​ຂັດ,ການ​ຕິດ​ຕໍ່​ພົວພັນ​ກັບ​ໜ້າດິນ​ດ້ວຍ​ວິທະ​ຍຸ​ກໍ​ຈະ​ຂາດ​ສະບັ້ນ​ໄປ​ຢ່າງ​ບໍ່​ຮູ້​ສາ​ເຫດ.ທັງ​ນີ້​ແມ່ນ​ຍ້ອນ​ຫຍັງ?

ເມື່ອ​ໄດ້​ສຳ​ຫຼວດຄົ້ນຄວ້າ,ຄົນ​ທັງຫຼາຍ​ໄດ້​ຄົ້ນພົບ​ວ່າ,ຄວາມ​ແຮງ​ສະໜາມ​ແມ່​ເຫຼັກຂອງ​ເຂດ​ດັ່ງກ່າວ​ສູງ​ກວ່າ​ເຂ​ດອື່ນ​ຫຼວງຫຼາຍ,ປະກົດ​ການ​ທີ່​ແປກ​ປະຫຼາດ​ແລະ​ໂສກ​ນາດຕະກຳ​ເຫຼົ່ານີ້​ລ້ວນ​ແຕ່​ແມ່ນ​ເ​ກີດຂຶ້ນຍ້ອນ​ແມ່​ເຫຼັກໜ່ວຍ​ໂລກ​ຜິດ​ປົກກະ​ຕິ.ທີ່​ຈິງ​ແລ້ວ,​ໃນ​ທົ່ວ​ໂລກ​ມີ​ເຂດ​ທີ່​ແມ່​ເຫຼັກຜິດ​ປົກກະຕິ ຄື ​ເຂດ​ເບີ​ມິ​ວດາ​ລວມ12​ເຂດ,ຜ່ານ​ການຄົ້ນຄວ້າ​ເປັນ​​ເວລາ​ຍາວ​ນານ,ຄົນ​ເຮົາ​ໄດ້​ໄຂ​ຄວາມ​ລັບ​ຂອງ​ເຂດ​ເຫຼົ່ານີ້,​ແລ້ວ​ສາມາດ​ຊອກ​ຫາ​ວິທີ​ຫຼີກ​ເວັ້ນບໍ່​ໃຫ້​ເກີດ​ໂສກ​ນາດຕະກຳ​ອີກ.

​ຊົມ​ເຊີຍ​ທ່ານ​ຂຽນ​ຈົດໝາຍ​ມາ​ຍັງ​ພວກ​ເຮົາ,ບອກ​ພວກ​​ເຮົາ​ວ່າ​ມີ​ບັນຫາ​ຫຍັງ​ແດ່​ທ່ານ​ຢາກ​ໃຫ້​ພວກ​ເຮົາ​ແນະນຳ​ໃນ​ລາຍການ.ຈົດໝາຍ​ຂໍ​ຝາກ​ມາ​ທີ່China Radio International,ຕູ້​ໄປສະນີ4216,CRI-13,Beijing China.ລະຫັດ​ໄປສະນີ:100040.