ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-23 16:45:58    
ຈີນ​ຈະ​ສ້າງ​ລະ​ບົບ​ບໍ​ລິ​ການ​ສາ​ທາ​ລະ​ນະ​ສຸກ​ທີ່​ອ່າວ​ຄົບ​ຖ້ວນ​ບໍ​ລິ​ບູນ​ຢູ່​ຊົນ​ນະ​ບົດ​(ສຽງ)

cri Author: shuo


ຢູ່ຈີນ​ມີ​ພົນລະ​ເມືອງ750​ກວ່າລ້ານ​​ຄົນ​ອາ​ໄສ​ຢູ່​ຊົນນະ​ບົດ,ກວມປະຊາກອນ​ທັງ​ໝົດ​60%.​ຍ້ອນ​ມູນ​ເຫດ​ຕ່າງໆ,​ເງື່ອນ​ໄຂ​ສາ​ທາ​ລະ​ນະ​ສຸກ​ແລະ​ການ​ປິ່ນ​ປົວ​ພະຍາດ​ຂອງ​ເຂດ​ຊົນນະ ບົດ​ຈີນ​ມີ​ຄວາມ​ຜິດ​ໂຕນ​ກັນ​ຫຼາຍ​ສົມ​ຄວນ​ກັບ​ຕົວ​ເມືອງ.ຕາມ​ສະ​ຖິ​ຕິ,​ຊັບ​ພະ​ຍາ​ກອນ​ສາ​ທາ​ລະ​ນະ​ສຸກ​ທົ່ວ​ປະ​ເທດ​ມີ​80%​ໂຮມ​ສູນ​ຢູ່​ຕົວ​​ເມືອງ.​ໂຮງ​ໝໍ​ຊົນ​ນະ​ບົດ​ມີ​​ແຕ່​ອຸ​ປະ​ກອນ​ທີ່​ຫຼ້າ​ຫຼັງ,​ທັງ​ຂາດ​ເຂີນ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ດ້ານ​ສາທາ​ລະ​ນະ​ສຸກ,​ສະ​ນັ້ນ​ຈຶ່ງ​ບໍ່​ສາມາດ​ຕອບ​ສະໜອງ​ຄວາມຕ້ອງການ​ຂອງ​ຄົນ​ເຈັບ​​ຊາວ​ກະ​ສິ​ກອນ​.ພ້ອມ​ກັນ​ນັ້ນ,​ຊາວ​ກະ​ສິ​ກອນ​ຈີນ​ຂາດ​ເຂີນ​ການ​ຄ້ຳ​ປະ​ກັນ​ພື້ນ​ຖານ​ດ້ານ​ການ​ປົວ​ພະ​ຍາດ​,ຕ້ອງ​ເສຍ​ເງິນ​ເອງ​ໄປປົວ​ພະ ຍາດ​.ຕາບ​ໃດ​ເປັນ​ພະ​ຍາດ​ໜັກ,​ຊາວ​ກະ​ສິ​ກອນ​ທີ່​ມີ​ລາຍ​ໄດ້​ຕ່ຳ​​ແມ່ນ​ຍາກ​ທີ່​ຫາບ​ແບກ​ຄ່າ​ປິ່ນ​ປົວ​ສູງ​.ລຸງ​ຈ່າງ​ພ້ອມ​ດ້ວຍ​ຄອບ​ຄົວ​ຂອງ​ເພິ່ນ​ແມ່ນໄທບ້ານ​ຂອງ​​ເມືອງ​ຈ່ຽນ​ລີ້​ແຂວງ​ຫູ​​ໄປ​ພາກ​ກາງ​ຂອງ​ຈີນ,​ພວກ​ເພິ່ນ​ເວົ້າ​ວ່າ: "​ເຖິງ​ຈະ​ມີ​ແຕ່​ຮ້ອຍ​ຢວນ ສອງ​ຮ້ອຍ​ຢວນທໍ່​ນັ້ນ,ກໍ​​ແພງ​ຫຼາຍ​ສຳ​ລັບ​ຄອບ​ຄົວ​ຊາວ​ກະ​ສິ​ກອນ​ພວກ​ເຮົາ.​ສະ​ນັ້ນ,​ຖ້າ​ພວກ​ເຮົາ​ເຈັບ​ໄຂ້​ໄດ້​ພະ​ຍາດ,​​ຂໍ​ແຕ່​ວ່າ​ບໍ່​ກະ​ທົບ​ກະ​ເທືອນ​ເຖິງ​ການ​ເຮັດ​ໄຮ່​​ໄຖ​ນາ,​ແລະ​ຍັງ​ກິນ​ເຂົ້າ​ໄດ້,​ພວກ​ເຮົາ​ກໍ​ບໍ່​ໄປ​ໂຮງ​ໝໍ."

​ເພື່ອ​​ແກ້​ໄຂບັນຫາ​ປົວ​ພະຍາດ​ຍາກ​ແລະ​ປົວ​ພະຍາດ​ແພງ​ຂອງ​ຊາວ​ກະ​ສິ​ກອນ,​​ເລີ່​ມ​ແຕ່​ປີ​2003​ເປັນ​ຕົ້ນ​ມາ,​ລັດ​ຖະ​ບານ​ຈີນ​ເລີ່​ມສ້າງລະບອບ​ຮ່ວມ​ມື​ປິ່ນປົວ​ພະ​ຍາດ​ຢູ່​ຊົນ​ນະ​ບົດ​ແບບ​ໃໝ່​,​ເຊິ່ງກໍ​ຄື:​ລັດ​ຖະ​ບານ​ກາງ ອົງການ​ປົກຄອງ​ທ້ອງ​ຖິ່ນ​ແລະ​ຊາວ​ກະ​ສິ​ກອນ​ຕ່າງ​ເສຍ​ເງິນ​ຈຳນວນ​ໜຶ່ງ,​ແລ້ວ​ສ້າງ​ກອງ​ທຶນ​ການ​ປິ່ນປົວ​ພະຍາດ,​​ເພື່ອ​ສະໜອງ​ຄ່າ​ປິ່ນປົວ​ພະ ຍາດ​ສ່ວນ​ໜຶ່ງ​ໃຫ້​ຊາວ​ກະ​ສິ​ກອນ​ທີ່​ໄດ້​ເຂົ້າຮ່ວມ​ລະບອບຮ່ວມ​ມື​ປິ່ນ​ປົວ​ພະ​ຍາດ.​ປະ​ຈຸ​ບັນ​ນີ້,​ລະ​ບອບ​ຮ່ວມ​ມືປິ່ນປົວ​ພະຍາດຢູ່​ຊົນນະບົດ​ແບບ​​ໃໝ່​ໄດ້​ຮັບ​ການ​ເຜີຍ​ແຜ່​ຢູ່ເຂດ​ຊົນ​ນະ​ບົດ​ຈີນ​ລື່ນ​ກາຍ​30%.

​ໃນ​ຂະນະ​ດຽວ​ກັນ​ນີ້,ລະບອບ​ຮ່ວມ​ມື​ປິ່ນປົວ​ພະຍາດ​ຢູ່ຊົນນະບົດ​ແບບ​ໃໝ່​ກໍ​ໄດ້​​ເຮັດ​ໃຫ້​ອົງ ການ​ປິ່ນປົວ​ພະຍາດ​ຂັ້ນຮາກ​ຖານ​ຂອງ​ຊົນນະບົດມີ​ລາຍ​ໄດ້​ເພີ່ມ​ຂຶ້ນ.​ໂຮງ​ໝໍ​ຊົນ​ນະ​ບົດ​​ໄດ້ ໃຊ້​ລາຍ​ໄດ້​ທີ່​ເພີ່ມ​ຂຶ້ນ,​ຊື້​ອຸ​ປະ​ກອນ​ປົວ​ພະຍາດ,ອົບຮົມ​ບຸກຄົນ,​​ແລະເສີມ​ສ້າງ​ລະ​ດັບ​ປິ່ນ ປົວ​​ພະ​ຍາດ.ທ່ານ​ຫູ​​ໂຢ​ຊູ້ ນາຍ​ໝໍ​ຂອງ​​ໂຮງໝໍເມືອງ​ນ້ອຍ​ມໍ​ຊື້​​ເມືອງ​ຊາງ​ຢາງ​ແຂວງ​ຫູ​​ໄປ​ເວົ້າ​ວ່າ: "​ແຕ່​ກ່ອນ,​ສະ​ເລ່ຍ​ແລ້ວ,​ແຕ່​ລະ​ມື້​ມີ​ຄົນ​ເຈັບ​6​ຫາ​8​ຄົນ​ນອນ​ຢູ່​ໂຮງ​ໝໍ​ພວກ​ເຮົາ,​ແຕ່​ປັດ​ຈຸ​ບັນ,​ທຳ​ມະ​ດາ​ແລ້ວ​ມີ​18​ຮອດ​20​ຄົນ,​ເວ​ລາ​ຫຼາຍ​ທີ່​ສຸດ​ມີ30​ກວ່າ​ຄົນ.​ລະ​ບອບ​ຮ່ວມ​ມື​ປິ່ນປົວ​ພະ​ຍາດ​ຢູ່​ຊົນ​ນະ​ບົດ​ແບບ​ໃໝ່​​ເຮັດ​ໃຫ້​ຊາວ​ກະ​ສິ​ກອນ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ແທ້​ຈິງ,​ໂຮງໝໍ​ໄດ້​ຮັບ​ການ​ພັດ​ທະ​ນາ,​ຫຼາຍ​ຝ່າຍ​ໄດ້​ຮັບ​ຜົນ​ປະ​ໂຫຍດ."

ເນື່ອງ​ຈາກ​ລະບອບ​ຮ່ວມ​ມື​ປິ່ນປົວ​ພະຍາດ​​ຢູ່ຊົນນະບົດ​ແບບ​ໃໝ່​ໄດ້​ຮັບໝາກຜົນ​ອັນ​ດີ​ງາມ, ລັດ​ຖະ​ບານ​ຈີນ​ໄດ້​ຕົກ​ລົງ​ຍົກ​​ມາດຖານ​​ເງິນ​ເກື້ອກູນຂອງ​ລັດຖະບານ​ໃຫ້​​ແກ່ຊາວກະສິ ກອນ​ທີ່​ເຂົ້າ​ຮ່ວມ​ລະ​ບອບ​ດັ່ງ​ກ່າວ,​ແລະ​​ເປີດ​ກວ້າງ​ຂອບ​​ເຂດ​ທົດ​ລອງ​ເທື່ອ​ລະ​ກ້າວ.​ໃນ​5​ປີ​ຂ້າງ​ໜ້າ,​ຈະ​ເຮັດ​ໃຫ້​ລະບອບ​ດັ່ງກ່າວ​ປົກ​ຫຸ້ມເຂດ​ຊົນນະບົດ​ທົ່ວ​ປະ​ເທດ​ຈີນ​ໃນ​ຂັ້ນພື້ນ ຖານ.
ຫວ່າງ​ກ່ອນ​ນີ້​ບໍ່​ດົນ,​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຈີນ​​​ໄດ້​ວາງ​ແຜນ​ການ​ຂະ​ຫຍາຍ​ຕົວ​ໃນ​5​ປີ​ຂ້າງ​ໜ້າ,​ໂດຍ​ຊີ້​ອອກ​ວ່າ,​ໃນ5​ປີ​ຂ້າງ​ໜ້າ,​ລັດ​ຖະ​ບານ​ຈີນ​ຈະ​ລົງ​ທຶນ​20​ກວ່າ​​ຕື້​ຢວນ,​ເພື່ອ ຈັດ​ຕັ້ງ​ການ​ສ້າງ​ສາ​ພື້ນ​ຖານ​ໂຄງ​ລ່າງ​ສາ​ທາ​ລະ​ນະ​ສຸກ​ຢູ່​ຊົນ​ນະ​ບົດ.ຈຸດ​ໜັກ​ແມ່ນ​ປັບ​ປຸງ​ແລະ​ບູ​ລະ​ນະ​ລະ​ບົບ​​ບໍ​ລິ​ການ​​ສາ​ທາ​ລະ​ນະ​ສຸກ​ຊົນ​ນະ​ບົດ​3​ຂັ້ນ ຄື ​​ເມືອງ​ ຕາ​ແສງ​ແລະ​ບ້ານ,​ພ້ອມ​ກັນ​ນັ້ນ,ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ອົບ​ຮົມ​ນາຍ​ໝໍ​ຂອງ​ຕາ​ແສງ​ແລະ​ບ້ານ,​ປົວ​ແປງ​ອົງ​ປະ​ກອບ​ຄວາມ​ຮູ້​ແລະ​ຄວາມ​ສາມາດ​ບໍ​ລິ​ການ​ຂອງ​ນາຍ​ໝໍ​ແລະ​ນາງ​ພະ​ຍາ​ບານ​ຊົນ​ນະ​ບົດ​ໃຫ້​ດີ​ຂຶ້ນ,​​ແຕ່ລະ​ປີ​ຈະ​ແຕ່ງ​ນາຍ​ໝໍ​ຕົວ​ເມືອງທີ່​ມີ​ເຕັກ​ນິກ​ເກັ່ງ​ຫຼາຍ​ພັນ​ຄົນ​ໄປ​ເຮັດ​ວຽກ​ຢູ່​ອົງ ການ​ປິ່ນ​ປົວ​ພະ​ຍາດ​ຊົນ​ນະ​ບົດ,​ເພື່ອ​ເສີມ​ສ້າງ​ກຳ​ລັງ​ຢູ່​ແຫ່ງ​ນັ້ນ.