ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-22 19:04:31    
ພາ​ລະ​ກິດ​ອະນຸ​ລັກ​ວັດ​ຖຸບູ​ຮານ​ຂອງ​ຈີນ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ເດັ່ນ​ຊັດ(ສຽງ)

cri Author: cai

ໃນ​ໂລກ​ປະຈຸ​ບັນ,ບໍ່ມີ​ປະ​ເທດ​ໃດ​ຄື​ກັບ​ຈີນ,ປີ​ໃດກໍ່​ມີ​ໂຄງ​ການຂຸດ​ຄົ້ນວັດ​ຖຸບູຮານ​ປະມານ 500 ລາຍ,ພາ​ລະ​ກິດ​ອະນຸ​ລັກ​ວັດຖຸ​ບູຮານ​ຂອງ​ຈີນ​ແມ່ນ​ພາລະ​ກິດອະ​ນຸລັກ​ວັດຖຸ​ບູຮານ​ທີ່​ມີ​ຂະໜາດ​ໃຫຍ່​ກວ່າ​ໝູ່​ຂອງ​ໂລກ.

ຫວ່າງ​ກ່ອນ​ນີ້​ບໍ່ດົນ,ລັດຖະບານ​ຈີນ​ປະກາດ​ວ່າ,​ແຕ່​ປີ​ນີ້​ເປັນ​ຕົ້ນ​ໄປ,ວັນ​​ເສົາອາທິດ​ທີ​ສອງ​ຂອງເດືອນ​ມິຖຸນາ​ທຸ​ກປີແມ່ນ"ວັນ​ມໍລະດົກ​ວັດທະນະທຳ".ຕໍ່​ເລື່ອງ​ນີ້,ທ່ານ​ຈ່າງ​ປາຍ ຮອງ​ຫົວໜ້າ​ກົມ​ວັດຖຸບູຮານ​ແຫ່ງ​ຊາດ​ຈີນ​ເຫັນ​ວ່າ,ພາລະ​ກິດອະນຸລັກ​ວັດຖຸບູຮານ​ຂອງ​ຈີນ​ແມ່ນ​ພາລະກິດ​ຂອງທົ່ວ​ປວງ​ຊົນ​ຕະຫຼອດ​ມາ,​​ໃນ​ຫຼາຍ​ປີ​ມາ​ນີ້,​ເສດຖະກິດ​ຈີນ​ເຕີບ​ໂຕ​ຢ່າງສືບ​ເນື່ອງ​ແລະ​ວ່ອງ​ໄວ,ການ​ຂຸດ​ຄົ້ນ​ວັດຖຸບູຮານ​ທີ່​ປະສານ​ສົມທົບ​ກັບ​ການກໍ່ສ້າງ​ພື້ນຖານ​ພາຍ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ກໍ່ຫຼາຍ​ສົມຄວນ.ລັດ​ຖະບານ​ຈີນນັບ​ມື້​ນັບ​ເອົາ​ໃຈ​​ໃສ່​ນຳ​ວຽກ​ງານ​ອະນຸລັກ​ວັດຖຸ​ບູຮານ,​ເຮັດ​ໃຫ້​ພາລະ​ກິດ​ອະ​ນຸລັກວັດ​ຖຸບູຮານ​ຂອງ​ທົ່ວ​ປະ​ເທດ​ໄດ້​ມີ​ສະຖາ​ນະ​ການທີ່​ດີແຫ່ງ​ການພັດ​ທະນາ​ຢ່າງ​ຂະໜາດ​ໃຫຍ່.ທ່ານ​ເວົ້າ​ວ່າ:

"ວຽກ​ງານອະນຸລັກວັດຖຸບູຮານ​ໄດ້​ມີ​ຄວາມ​ຄືບ​ໜ້າ​ຢ່າງ​ວ່ອງ​ໄວ,​ໂດຍ​ສະ​ເພາະ​ແມ່ນ​ໂຄງການ​ໃຫຍ່​ຈຳນວນ​ໜຶ່ງ,ຕົວຢ່າງ​ຄື​ການອະນຸລັກ​ວັດ​ຖຸບູຮານ​ໃນ​ໂຄງການ​ເຂື່ອນ​ໄຟຟ້າ​ຊ່ານ​ເຊຍ​ແລະ​​ໂຄງການ​ເປັ່ງ​ນ້ຳ​ພາກ​ໃຕ້​ໄປ​ສູ່​ພາກ​ເໜືອ,ກຳລັງ​ບູຮານ​ຄະດີ​ຂອງທົ່ວ​ປະ​ເທດ​ລ້ວນ​ແຕ່​ມາຊ່ອຍ​ເຫຼືອ,ມີຄວາມຄືບ​ໜ້າ​ຢ່າງສະ​ດວກ​ຫຼາຍ.ນອກ​ນີ້,​ໂຄງການ​ອະນຸລັກ​ຢ່າງເປັນ​ເຈົ້າ​ການ​ຈຳນວນ​ໜຶ່ງ​ກໍ່​ໄດ້​ມີຄວາມຄືບ​ໜ້າດີ​ຫຼາຍ,ຕົວຢ່າງ​ຄື​ການອະນຸ​ລັກ​ເສັ້ນທາງ​ຜ້າ​ໄໝຕອນ​ຢູ່​ເຂດ​ຊີ່ນຈ່ຽງ​ຂອງຈີນ​ໄດ້​​ເລີ່​ມຕົ້ນ​ແລ້ວ.ການ​ພັດທະ​ນາເສດ​ຖະກິດ​ສັງຄົມ​ໄດ້​ຊຸກຍູ້​ໃຫ້​ພາລະກິດ​ວັດຖຸບູ​ຮານມີ​ການ​ພັດທະ​ນາ."

"ການ​ເປັ່ງ​ນ້ຳ​ພາກ​ໃຕ້​ໄປ​ສູ່​ພາກ​ເໜືອ"ທີ່​ທ່ານ​ຈ່າງ​ປາຍກ່າວ​ເຖິງ​ນັ້ນ,​ແມ່ນ​ໂຄງການ​ກໍ່ສ້າງ​ທີ່​ມີ​ຂະໜາດ​ໃຫຍ່​ກວ່າ​ໝູ່ຂອງ​ຈີນ​ໃນປະຈຸ​ບັນ,ຈຸດປະສົງ​ແມ່ນ​ຜ່ານ​ຄອງເໝືອງສົ່ງ​ນ້ຳ​ຈືດ​ຂອງ​ພາກ​ໃຕ້​ທີ່​ອຸດົມ​ສົມບູນ​ໄປ​ສູ່​ເຂດ​ພາກ​ເໜືອ​ທີ່ໄກ​ແສນ​ໄກ.ຍ້ອນເຂດ​ພາກ​ກາງທີ່​ຄອງ​ສົ່ງຜ່ານ​ນັ້ນ​ແມ່ນແຫຼ່ງ​ກຳ​ເນີດ​ຂອງອາ​ລະຍະ​ທຳ​ຈີນ,ຮ່ອງ​ຮອຍ​ວັດ​ທະ​ນະ​ທຳ​ໃຕ້​ດິນ​ອຸດົມ​ສົມບູນ​ທີ່​ສຸດ,ລັດ​ຖະ​ບານ​ຈີນ​ໄດ້​ເບີກ​ເງິນ​ຈຳ​​ເພາະ​ເພື່ອ​ຂຸດຄົ້ນ​ແລະອະ​ນຸລັກ​ວັດຖຸ​ບູຮານ.

ຂໍ້​ມູນຂອງ​ກົມ​ວັດຖຸບູຮານ​ແຫ່ງ​ຊາດ​ຈີນ​ສະ​ແດງ​ໃຫ້​ເຫັນ​ວ່າ,​ໃນ 10 ກວ່າ​ປີ​ມາ​ນີ້,​​ແຕ່ລະ​ປີ,ຈີນ​ກໍ່​ມີໂຄງການ​ຂຸດ​ຄົ້ນ​ວັດຖຸບູຮານ​ໃຕ້​ດິນປະມານ 500 ລາຍ,ການ​ຂຸດ​ຄົ້ນໃຕ້​ດິນ​ທີ່​ມີຂະໜາດ​ໃຫຍ່​ສ່ຳ​ນີ້,​ໄດ້​ອຳນວຍ​ຂໍ້​ມູນທີ່​ຫາ​ຍາກ​ໃຫ້​ແກ່​ການ​ຄົ້ນຄວ້າ​ປະຫວັດສາດ​ແລະ​ການ​ຄົ້ນຄວ້າ​ແຫຼ່ງ​ກຳ​ເນີ​ດຂອງ​ອາລະຍະ​ທຳ​ຈີນ,​ໄດ້​ຊຸກຍູ້​ການ​ພັດທະນາ​ຂອງ​ຫໍພິ​ພິທະ​ພັນ,ພ້ອມ​ກັນ​ນັ້ນ,ກໍ່ໄດ້​​ເຮັດ​ໃຫ້​ບຸກຄົນ​ວົງ​ການ​ວັດຖຸ​ບູຮານ​ສາກົນ​​ເອົາ​ໃຈ​ໃສ່ນຳ.​ໃນ​ເດືອນ​ຕຸລາ​ປີ 2005,ກອງ​ປະຊຸມ​ສະພາ​ມົນຕີ​ຮ່ອງ​ຮອຍ​ບູຮານ​ນະ​ສະຖານ​ສາກົນ​(ຄື​ອົງການ ICOMOS)ຄັ້ງ​ທີ 15 ​ໄດ້​​ໄຂ​ຂຶ້ນ​ຢູ່​ເມືອງ​ຊີ່​ອ່ານ ນະຄອນຫຼວງ​ເກົ່າ​ແກ່​ຂອງ​ຈີນ,ກອງ​ປະຊຸມ​ຖື"ຮ່ອງຮອຍ​ບູຮານ​ນະ​ສະຖານໃນ​ສິ່ງ​ແວດ​ລ້ອມ​ເບື້ອງ​ຫຼັງ--ການອະ​ນຸລັກ​ມໍລະດົກ​ວັດທະນະທຳ​ໃນ​ທິວ​ທັດຕົວ​ເມືອງທີ່​ປ່ຽນ​ແປງ​ຢ່າງ​ບໍ່​ຢຸດ​ຢັ້ງ"​ເປັນ​ຫົວ​ຂໍ້​ຫຼັກ,​ໄດ້ຫາລື​ຊ່ອງ​ທາງ​ໃໝ່​ໃນ​ການ​ອະນຸລັກ​ມໍລະດົກ​ວັດທະ​ນະທຳ​ໃນ​ສັດ​ຕະວັດ​ທີ 21,​ແລະ​ໄດ້​ປະ​ກາດ"ຖະ​ແຫຼງ​ການ​ຊີ່​ອ່ານ"ກ່ຽວ​ກັບ​ການ​ອະນຸລັກ​ມໍລະດົກ​ວັດທະ​ນະທຳ​ແລະ​ສິ່ງ​ແວດ​ລ້ອມ.ທ່ານ​ຈ່າງ​ປາຍ ຮອງຫົວໜ້າ​ກົມ​ວັດຖຸ​ບູຮານ​ແຫ່ງ​ຊາດ​ຈີນ​ເຫັນ​ວ່າ,ກອງປະຊຸມ​ເທື່ອ​ນີ້​ໄດ້​ຊຸກຍູ້​ພາລະກິດ​ວັດ​ຖຸບູຮານ​ຂອງທົ່ວ​ໂລກ.ທ່ານ​ເວົ້າ​ວ່າ:

"ກອງ​ປະຊຸມ​ຄັ້ງ​ນີ້​ມີ 100 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ເຂົ້າຮ່ວມ,ມີອິດ​ທິພົນຫຼາຍ,ໄດ້​ຮັບໝາກຜົນ​ອັນພົ້ນ​ເດັ່ນ,​​ແລະ​ໄດ້​ປະກາດ'ຖະ​ແຫຼ​ງການ​ຊີ່​ອ່ານ'.ທັງ​ນີ້​ແມ່ນມີຈຸດພິ​ເສດ,ຕົ້ນຕໍ​ແມ່ນ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ​ວັດ​ຖຸບູຮານ​ແມ່ນ​ຫຍັງ ການ​ພົວພັນ​ລະຫວ່າງ​ສິ່ງ​ແວດ​ລ້ອມ​ວັດຖຸບູຮານ​ກັບ​ວັດຖຸບູຮານ,ພ້ອມ​ທັງ​ຄວາມ​ໝາຍ​ສຳຄັນ​ແລະ​ຄວາມ​ເຄັ່ງຮ້ອນ​ຂອງ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ວັດຖຸ​ບູຮານ​ໃນ​ສະ​ເພາະ​ໜ້າ​ນີ້,ນີ້​ແມ່ນ​ການ​ປະກອບສ່ວນ​ເຂົ້າ​ໃນພາ​ລະກິດ​ອະນຸລັກ​ວັດຖຸ​ບູຮານ​ຂອງ​ໂລກ."

ການ​ເພີ່ມ​ທະວີ​ຖານະ​ຂອງ​ວິທະ​ຍາສາດ​​ເຕັກ​ໂນ​ໂລຊີໃນ​ວຽກ​ງານ​ອະນຸ​ລັກວັດ​ຖຸບູຮານ,​ແມ່ນ​ຈຸດ​ພິ​ເສດຂໍ້​ໜຶ່ງ​ໃນ​ການ​ອະນຸ​ລັກ​ວັດ​ຖຸບູ​ຮານ​ຂອງ​ຈີນ​ໃນ​ຫຼາຍ​ປີ​ມາ​ນີ້.​ຍົກເອົາ​ການອະ​ນຸລັກ​ຮູບປັ້ນ​ທະຫານ​ມ້າ​ຂອງ​ເຈົ້າ​ຊີວິດຊີ​ນສີ​ຮ້ອງເຕ້ ມໍລະດົກ​ຂອງ​ໂລກ​ເປັນ​ຕົວ​ຢ່າງ,ຍ້ອນ​ບົດບາດ​ຂອງ​ອາກາດ,​ຮູບປັ້ນດິນ​ເຜົາ​ເຄືອບສີ​ຢູ່​ແຫ່ງນີ້​ເມື່ອ​ໄດ້ຖືກ​ຂຸດ​ຄົ້ນ​ອອກ​ມາແລ້ວກໍ່​ຈະ​ປ່ຽນ​ສີ.ຜູ້ຊ່ຽວ​ຊານ​ດ້ານ​ການອະ​ນຸລັກ​ວັດຖຸ​ບູຮານ​ຂອງ​ຈີນ​ແລະ​ເຢຍລະ​ມັນໄດ້​ຮ່ວມ​ມື​ກັນ,​ປະຈຸ​ບັນ,​ໄດ້​ແກ້​ໄຂ​ບັນ​ຫາ​ຍາກ​ຂໍ້​ນີ້​ເປັນ​ຢ່າງ​ດີ.ທ່ານ​ຈ່າງປາຍ​ເວົ້າ​ວ່າ:

"ວິທະ​ຍາສາດ​ເຕັກ​ໂນ​ໂລ​ຊີອະນຸລັກ​ວັດຖຸບູຮານ​ແມ່ນ​ການ​ຂະຫຍາຍຕົວທີ່​ບໍ່​​ເຄີຍ​ມີ​ມາ​ກ່ອນ,ປະຈຸ​ບັນ,​ໃນທົ່ວ​ປະ​ເທດ​ຈີນ​ໄດ້​ສ້າງ​ສູນ​ອະ​ນຸລັກ​ວັດ​ຖຸບູ​ຮານ​ດ້ວຍ​ວິທະຍາ​ສາດ​ເຕັກ​ໂນ​ໂລຊີ 6 ​ແຫ່ງ​ແລ້ວ,​ໄດ້​ເພີ່ມ​ອຸປະກອນ​ແລະ​ການ​ລົງທຶນ.ຕົວ​ຢ່າງ​ຄືແຫຼ່ງ​ຄົ້ນຄວ້າ​ວິທະຍາ​ສາດຮູບ​​​ແຕ້ມຝາ​ຜະໜັງຂອງ​ຕຸ່ນ​ຮວງ,ໄດ້​ຄົ້ນຄວ້າ​ການ​ຮັກສາ​ຮູບ​ແຕ້ມ​ຝາ​ຜະໜັງ​ເປັນຈຸດ​ໜັກ.ທັງ​ໝົດ​​ເຫຼົ່າ​ນີ້​ມີ​ບົດບາດ​ຮັບປະ​ກັນ​ອັນໃຫຍ່​ຫຼວງ​ຕໍ່ໜ້າ​ທີ່​​ໃໝ່​ຈຳນວນ​ໜຶ່ງໃນ​ການອະນຸ​ລັກວັດ​ຖຸບູຮານ​ດ້ວຍ​ວິທະຍາ​ສາດ​ເຕັກ​ໂນ​ໂລຊີ."

ຍ້ອນ​ຈີນ​ມີ​ຜືນ​ແຜ່ນດິນ​ອັນ​ກວ້າງ​ຂວາງ,ການ​ແຈກ​ຢາຍ​ຂອງ​ວັດຖຸບູຮານ​ຢູ່​ແຫ່ງ​ຕ່າງໆ​ຂອງ​ຈີນ​ກໍ່​ມີ​ເອກະລັກ​ພິ​ເສດ.ຢູ່​ແຂວງ​ເຮີ​ນານ​ແລະ​ແຂວງ​ສ້າ​ນຊີ່​ຂອງ​ເຂດ​ພາກ​ກາງ,ມີ​ຊື່​ສຽງ​ຍ້ອນ​ມີ​ວັດຖຸບູ​ຮານ​ໃຕ້​ດິນ​ຢ່າງ​ອຸດົມ​ສົມບູນ,​ເຂດ​ດັ່ງກ່າວ​ມີ​ຮ່ອງຮອຍ​ສຸສານ​ແລະ​ພະ​ລາຊະ​ວັງ​ບູຮານ​ທີ່​ກ່ຽວ​ພັນ​ເຖິງ​ການ​ກຳ​ເນີ​ດຂອງ​ອາລະຍະ​ທຳ​ຈີນ​ຫຼາຍບ່ອນ;ຢູ່​ແຂວງ​ຊ່ານ​ຊີ່​ຂອງ​​ເຂດ​ພາກ​ກາງ,ສິ່ງ​ກໍ່ສ້າງ​ຢູ່ໜ້າດິນ​ທີ່​ມີ​ປະຫວັດ​ເກີນພັນ​ປີກ​ວມຍອດ​ຈຳນວນ​ສິ່ງ​ກໍ່ສ້າງ​ແບບ​ນີ້ຂອງ​ທົ່ວ​ປະ​ເທດ 70% ຂຶ້ນ​ໄປ,ສິ່ງ​ກໍ່ສ້າງ​ເຫຼົ່າ​ນີ້​ມີໂຄງສ້າງເປັນ​ດິນ​ຈີ່​ແລະ​ໄມ້​ແບບ​ດັ້ງ​ເດີມ,ຕ້ອງຮັກສາ​ຢ່າງພຽນໃຈ;ຢູ່​ນະຄອນ​ຫຼວງ​ປັກ​ກິ່ງ,ມີ​ມໍລະດົກໂລກ​ກວມທົ່ວ​ປະ​ເທດ 1 ສ່ວນ 5.ຍ້ອນມີ​ສະພາບ​ການຕ່າງ​ກັນ,​​ແຂວງ​ແລະ​ນະຄອນ​ຕ່າງໆ​ໄດ້​ອອກ​ກົດ​ບັນຍັດ​ທ້ອງ​ຖິ່ນ​ທີ່​ສົມ​ຄູ່​ກັນ,ນີ້​ກໍ່​ແມ່ນ​ຈຸດ​ພິ​ເສດຂໍ້ໜຶ່ງ​ຂອງ​ພາລະກິດ​ອະນຸລັກ​ວັດ​ຖຸບູຮານ​ຂອງ​ຈີນ​ໃນ​ຫຼາຍ​ປີ​ມາ​ນີ້.​ຍົກເອົາ​ປັກ​ກິ່ງ​​ເປັນ​ຕົວຢ່າງ,​ໂດຍ​ແນ​ໃສ່​ການ​ດັດ​ສ້າງເມືອງເກົ່າ​ທີ່​ທົ່ວ​ໂລກ​ພາກັນເອົາ​ໃຈ​​​ໃສ່,ອົງການ​ປົກຄອງ​ນະຄອນ​ປັກ​ກິ່ງ​ໄດ້​ວາງ​ຂໍ້​ມາດຕາຈຳ​ເພາະ.ທ່ານ​ເມ​ນີງຮວາ ຫົວໜ້າ​ກົມ​ວັດຖຸບູຮານ​ປັກ​ກິ່ງ​ເວົ້າ​ວ່າ:

"​ໃນ​ການ​ນິຕິບັນຍັດ,ພວກ​ຂ້າພະ​ເຈົ້າ​​ໄດ້​ຮັບ​ໝາກຜົນ​ອັນ​ສຳຄັນ,ຄື​ສະພາຜູ້​ແທນ​ປະຊາຊົນນະຄອນ​ປັກ​ກິ່ງ​ໄດ້​ຜ່ານ'ກົດຂໍ້​ກຳນົດ​ກ່ຽວ​ກັບ​ການ​ອະນຸລັກເມືອງເກົ່າຂອງນະຄອນ​ປັກ​ກິ່ງ',ມີ​ຄວາມ​ໝາຍ​ອັນ​ສຳ​ຄັນ​ທີ່​ສຸດ​ແລະ​ມີ​ລັກສະນະ​ກົກ​ຮາກຕໍ່​ການ​ຮັກສາເມືອງເກົ່າ​ແລະ​ໂສມໜ້າປະຫວັດສາດ​ຂອງນະ​ຄອນປັກ​ກິ່ງ,​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ,​ແຕ່​ນີ້​ເປັນ​ຕົ້ນ​ໄປ,ການ​ຮັກສາເມືອງເກົ່າ​ຂອງ​ປັກ​ກິ່ງ​ໄດ້ເຂົ້າ​ສູ່ໂຄ​ຈອນລະ​ບອບ​ກົດ​ໝາຍ.ນອກ​ນີ້,ກ່ຽວ​ກັບ​ກຳ​ແພງ​ຍັກ,ພວກ​ຂ້າພະ​ເຈົ້າ​ໄດ້​ມີ​ວິທີ​ຮັກສາ​ສະບັບທຳ​ອິດຂອງທົ່ວ​ປະ​ເທດ,ກ່ຽວ​ກັບຫໍພິພິທະ​ພັນ,ພວກ​ຂ້າພະ​ເຈົ້າກໍ່​ໄດ້​ວາງ​ຂໍ້​ກຳນົດສະບັບ​ໜຶ່ງ.ພວກ​ຂ້າພະ​ເຈົ້າ​ພວມ​ດຳ​ເນີນ​ການ​ສຳ​ຫຼວດຄົ້ນຄວ້າ,ກຽມວາງ​ກົດໝາຍຈຳ​ເພາະ​ກ່ຽວ​ກັບ​ການ​ຮັກສາ​ພະ​ລາຊະ​ວັງ​ບູຮານກູ້​ກົ່ງ."

ມີບາງ​ຄົນ​ເວົ້າ​ວ່າ,ຖ້າ​ບໍ່​ມີ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ​ຂອງ​ເສດ​ຖະກິດ​ຈີນ,ການ​ຂຸດ​ຄົ້ນ​ແລະ​ອະ​ນຸ​ລັກ​ວັດຖຸ​ບູຮານ​ຂອງ​ຈີນກໍ່​ບໍ່ຫ່ອນ​ມີ​ຂະ​ໜາດ​ໃຫຍ່​ປານ​ນີ້.​ແມ່ນ​ແທ້,ຍ້ອນ​ຄວາມ​ຕ້ອງການ​ຂອງ​ການ​ສ້າງສາ​ໃຫ້​ທັນ​ສະ​ໄໝ,ການ​ຂຸດ​ຄົ້ນ​ວັດຖຸບູຮານຢູ່​ຫຼາຍ​ແຫ່ງ​ແມ່ນ​ຢູ່​ໃນ​ທ່າ​ຮັບ,​ແຕ່​ກໍ່ມີ​ຄວາມ​ຈິງອັນ​ໜຶ່ງ​ແມ່ນ,ຍ້ອນ​ເສດຖະກິດ​ຈີນ​​ໄດ້​ພັດທະນາ,​ໄດ້​ໃຫ້ການ​ຮັບປະກັນ​ດ້ານ​ເງິນ​ທຶນ​ແກ່​ການ​ອະນຸລັກ​ວັດຖຸບູຮານ​ແລະການ​ຄົ້ນ​ຄວ້າ​ວັດຖຸບູຮານຂອງ​ຈີນ,​​ເຮັດ​ໃຫ້​ຮ່ອງຮອຍ​ອາ​ລະຍະ​ທຳ​ທີ່​ເກົ່າ​ແກ່​ຖືກ​ທຳລາຍໜ້ອຍລົງເທົ່າ​ທີ່​ຈະ​ໜ້ອຍ​ໄດ້​ໃນ​ທ່າມກາງການ​ປ່ຽນ​ແປງ​ຂອງ​ຍຸກ​ສະ​ໄໝ.