ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-23 18:12:25    
ການ​ພົວ​ພັນ​ການ​ເມືອງ​ລະ​ຫວ່າງ​ຈີນ​ຍີ່​ປຸ່ນ​ຍ່ອມ​ຈະ​ກະ​ທົບ​ການ​ພົວ​ພັນ​ເສດຖະກິດ​ຢ່າງ​ແນ່ນອນ

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ22 ກຸມພາ,​ຢູ່​ທີ່​ປັກ​ກິ່ງ​,ທ່ານ​​ໂປ​ຊີ​​ໄລ​ ລັດຖະມົນຕີ​ກະຊວງ​ການ​ຄ້າ​ຈີນໄດ້ເຈ​ລະ​ຈາກັບ​ທ່ານ​ໂທ​ຊີ​ຮີ​ໂລ ນີຄາ​ອີ ລັດຖະມົນຕີ​ເສດຖະກິດ​ແລະ​ອຸດສາຫະກຳ​ຍີ່ປຸ່ນ​ທີ່​ມາ​ຢ້ຽມຢາມ, ທ່ານ​ໂປ​ຊີ​ໄລກ່າວ​ວ່າ,​ໃນ​ບໍ່​ເທົ່າ​ໃດ​ປີ​ມາ​ນີ້,ການ​ພົວພັນ​ລະຫວ່າງ​ຈີນຍີ່ປຸ່ນ​​ໄດ້ປະ​ເຊີນ​ກັບສະພາບ​ຫຍຸ້ງຍາກ,​ສາຍ​ເຫດ​ແມ່ນ​ຜູ້ນຳ​ຍີ່ປຸ່ນ​ໄປ​ນະມັດສະການ​ວັດ​ຢາ​ຊູ​ຄູ​ນີ,​ເຊິ່ງ​ເປັນ​ບາດ​ໃຈ​ອາລົມ​ຂອງ​ປະຊາຊົນ​ຈີນ​ຢ່າງ​ໜັກ​ໜ່ວງ.ການ​ພົວພັນ​ການ​ເມືອງ​ລະຫວ່ງສອງ​ປະ​ເທດຍ່ອມ​ຈະ​ກະທົບ​ການ​ພົວພັນ​ເສດຖະກິດ​ຢ່າງ​ແນ່ນອນ.

ໃນ​ການ​ເຈລະຈາ​,ສອງ​ຝ່າຍ​ໄດ້ກ້າວ​ເຖິງ​ຂັ້ນ​ເປັນ​ເອກະສັນກັນ​ກ່ຽວ​ກັບ​ການຮ່ວມ​ກັນ​ຄົ້ນຄວ້າແຜນພັດທະນາ​​ການ​ຮ່ວມ​ມື​ດ້ານ​ເສດຖະກິດການ​ຄ້າ​ລະຫວ່ງຈີນ​ຍີ່ປຸ່ນ​ໄລຍະ​ກາງ​ແລະ​ຍາວ,ຮ່ວມ​ກັນ​ຈັດ​ກອງ​ປະຊຸມ​ເວທີ​ປາ​ໄສ​ປະຢັດ​ພະລັງງານ​ແລະອະນຸ​ລັກສິ່ງ​​ເວດ​ລ້ອມລະຫວ່ງຈີນ​ຍີ່ປຸ່ນ,​ທັງ​ສອງ​ຝ່າຍ​ຍັງ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນຫາ​ຄື​ການ​ເຈລະຈາ​ຮອບ​ໂຕ​ຮາຂອງ​ອົງການ​ການ​ຄ້າ​ໂລກ​ເປັນ​ຕົ້ນ.ທ່ານ​ໂປ​ຊີ​ໄລ​ຍັງບັນຍາຍຫຼັກ​ໝັ້ນ​ຂອງ​ຝ່າຍ​ຈີນ​ກ່ຽວ​ກັບ​ຍີ່ປຸ່ນ​ຮັບຮອງ​ຖານະ​ເສດຖະກິດ​ຕະຫຼາດ​ສົມບູນ​ຂອງ​ຈີນ​ແລະ​ບັນຫາ​ຄວບ​ຄຸມສົ່ງ​​ອອກ​ໃຫ້ຈີນ.

ທ່ານ​​ໂທ​ຊີ​ຮີ​ໂລ ນີຄາ​ອີ​ກ່າວ​ວ່າ,​ເອົາ​ໃຈ​ໃສ່​ຄວາມ​ເຫັນ​ຂອງ​ຝ່າຍ​ຈີນ,ຈະ​ຄົ້ນຄວ້າ​ຢ່າງ​ຕັ້ງໜ້າ,​ແລະ​ເຫັນ​ດີ​ສົ່ງ​ພະນັກງານມາ​ແລກປ່ຽນ​ຄວາມ​ເຫັນ​ກັບ​ຝ່າຍ​ຈີນ​​ໂດຍ​ໄວ.