ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-23 18:23:52    
ຈີນ​ບໍ່​ຈະ​ຢຸດ​ການ​ຊ່ອຍ​ເຫຼືອ​ປາ​ເລັສ​ຕິນ​ທາງ​ເສດຖະກິດ

cri

ຕາມ​ຂ່າວcri:ວັນ​ທີ23 ກຸມພາ,ຢູ່​ທີ່​ປັກ​ກິ່ງ,ທ່ານ​ລິວ​ຈ້ຽນຊ່າວ ​ໂຄສົກກະຊວງ​ການ​ຕ່າງປະ​ເທດ​ຈີນກ່າວ​ວ່າ,ຈີນ​ບໍ່​ຈະ​ຢຸດການ​ຊ່ອຍ​ເຫຼືອ​ປາ​ເລັສຕິນທາງ​ເສດຖະກິດ.

ຫວ່າງມໍ່​ໆ​ນີ້,ພາຍຫຼັງ​ປາ​ເລັສຕິນ​ໄດ້​ເລືອກ​ຕັ້ງ​ລັດ​ຖະບານ​​ໃໝ່​ແລ້ວ,ຫວ່າງ​ມໍ່ໆ​ນີ້,ບາງ​ປະ​ເທດ​ກ່າວ​ວ່າ​ຈະ​ຢຸດການ​ຊ່ອຍ​ເຫຼືອ​ປາ​ເລັສຕິນ.ທ່ານ​ລິວ​ຈ້ຽນຊ່າວ​ກ່າວ​ວ່າ,​ໃນ​ສະ​ເພາະ​ໜ້າ​ນີ້,ປະຊາ​ຄົມ​ໂລກ​ບໍ່​ຄວນ​ໃຊ້​ການ​ກະທຳ​ທີ່​​ເຮັດ​ໃຫ້ສະພາບ​ຫຍຸ້ງຍາກ​ດ້ານຊີວິດການ​ເປັນ​ຢູ່​ຂອງ​ປະຊາຊົນ​ປາ​ເລັສຕິນຊຸດ​ຮ້າຍ​ລົງ.ຝ່າຍ​ຈີນ​​ໄດ້ສະໜອງ​ການ​ຊ່ອຍ​ເຫຼືອ​ໃຫ້​ປາ​ເລັສຕິນຕາມ​ຄວາມສາມາດ​ຂອງ​ຕົນ​ໂດຍ​ຕະຫຼອດ.ຖ້າຫາກ​ຝ່າຍ​ປາ​ເລັສຕິນຮ້ອງ​ຂໍ້​ຝ່າຍ​ຈີນ​ໃຫ້ການຊ່ອຍ​ເຫຼືອ,ຝ່າຍ​ຈີນ​ຈະ​ພິຈາລະນາ​ຢ່າງ​ໃຈຈິງ.

ທ່ານ​ລິວ​ຈ້ຽນຊ່າວ​ຍັງ​ກ່າວ​ວ່າ,ຝ່າຍ​ຈີນ​ຫວັງ​ໃຫ້​ລັດຖະບານ​ຊຸດໃໝ່​ຂອງ​ປາ​ເລັສຕິນ​ເລີ່​ມຈາກ​ການຮັກສາ​ຜົນ​ປະ​ໂຫຍ​ດພື້ນຖານ​ຂອງ​ປະຊາຊົນ​ປາ​ເລັສຕິນ,ຊຸກຍູ້​ຂະ​ບວນການ​ສັນຕິພາບ​ຕາ​ເວັນ​ອອກ​ກາງ​ຂະຫຍາຍ​ໄປ​ໜ້າ.