|
 |
(GMT+08:00)
2006-02-23 18:26:19
|
 |
ຖ້ອຍຄວາມທີ່ວ່າ"ຍົກເລີກຄວາມເປັນເອກະພາບ"ຂອງຜູ້ນຳເຈົ້າໜ້າທີ່ໄຕ້ຫວັນແມ່ນ"ເລ່ຫຼ່ຽມຂອງຜູ້ຫຼິ້ນການພະນັນທີ່ອັນຕະລາຍ"
cri
ຕາມຂ່າວສານຊີນຮວາ:ໂດຍແນໃສ່ຖ້ອຍຄວາມ"ແຍກໄຕ້ຫວັນໃຫ້ເປັນເອກະລາດ"ຂອງຜູ້ນຳເຈົ້າໜ້າທີ່ໄຕ້ຫວັນກ່ຽວກັບການຍົກເລີກ"ຄະນະກຳມະການໂຮມຈີນເຂົ້າເປັນເອກະພາບກັນ"ແລະ"ໂຄງຮ່າງໂຮມຈີນເຂົ້າເປັນເອກະພາບກັນ"ທີ່ກ່າວໃນຫວ່າງມໍ່ໆນີ້,ວັນທີ 23 ກຸມພາ,ທ່ານກົ່ວເຈິ້ນຢວນ ຜູ້ຊ່ຽວຊານບັນຫາໄຕ້ຫວັນຂອງແຜ່ນດິນໃຫຍ່ຈີນຊີ້ອອກວ່າ,ຈຸດປະສົງຂອງຜູ້ນຳເຈົ້າໜ້າທີ່ໄຕ້ຫວັນແມ່ນຢາກກໍ່ຄວາມເຄັ່ງຕຶງໃນການພົວພັນລະຫວ່າງສອງຝັ່ງ ກໍ່ຄວາມຂັດແຍ່ງກັນລະຫວ່າງຝ່າຍເອກະພາບກັບຝ່າຍເອກະລາດແລະການເປັນປໍລະປັກກັນລະຫວ່າງຊົນເຜົ່າພາຍໃນເກາະໄຕ້ຫວັນ,ເພື່ອພົ້ນອອກຈາກສະພາບຫຍຸ້ງຍາກດ້ານສິດອຳນາດ.
ທ່ານກົ່ວເຈິ້ນຢວນກ່າວເນັ້ນວ່າ,ແຜ່ນດິນໃຫຍ່ປະເທດຊາດມີທັງຄວາມຕັດສິນໃຈແລະຄວາມໝັ້ນໃຈທີ່ເດັດດ່ຽວສະກັດກັ້ນ"ການແຍກໄຕ້ຫວັນໃຫ້ເປັນເອກະລາດ",ມີທັງເຈຕະນາດີແລະຄວາມຈິງໃຈທີ່ຊຸກຍູ້ການພົວພັນລະຫວ່າງສອງຝັ່ງໃຫ້ຂະຫຍາຍຕົວແລະຮັກສາສັນຕິພາບຂອງຊ່ອງແຄບໄຕ້ຫວັນ,ແມ່ນໄປຕາມຄວາມປາຖະໜາຂອງປະຊາຊົນແລະຖືກໃຈປະຊາຊົນ,ແລະໄດ້ຮັບການສະໜັບສະໜູນໂດຍທົ່ວໄປຈາກລູກຫຼານປະຊາຊາດຈີນແລະປະຊາຄົມໂລກ.ກົງກັນຂ້າມ,ກິລິຍາວາຈາທີ່"ແຍກໄຕ້ຫວັນໃຫ້ເປັນເອກະລາດ"ຂອງຜູ້ນຳເຈົ້າໜ້າທີ່ໄຕ້ຫວັນແມ່ນຝ່າຝືນກັບຄວາມປາຖະໜາຂອງປະຊາຊົນແລະບໍ່ຖືກໃຈປະຊາຊົນ,ໃນທີ່ສຸດ,ມີແຕ່ຈະໄດ້ຮັບໝາກຜົນທີ່ໂສກເສົ້າ.
|
|
|