|
 |
(GMT+08:00)
2006-02-23 18:40:18
|
 |
ຈີນຈະຕັ້ງໜ້າຮັບມືກັບການທ້າທາຍຍ້ອນຜູ້ເຖົ້າເພີ່ມຂຶ້ນ
cri
Author: cai
ຕາມຂ່າວCRI:ບົດລາຍງານຄົ້ນຄວ້າສະບັບຫຼ້າສຸດສະແດງໃຫ້ເຫັນວ່າ,ຜູ້ເຖົ້າຂອງຈີນພວມເພີ່ມຂຶ້ນໄວເຂົ້າ,ເມື່ອຮອດປີ 2050 ,ປະຊາກອນຜູ້ອາຍຸສູງຂອງຈີນຈະລື່ນກາຍ 400 ລ້ານຄົນ.ລັດຖະບານຈີນໄດ້ເອົາໃຈໃສ່ໃນລະດັບສູງນຳບັນຫາດັ່ງກ່າວ,ແລະພວມໃຊ້ມາດຕະການຢ່າງຕັ້ງໜ້າເພື່ອຮັບມືກັບການທ້າທາຍລາຍນີ້.
ນັກຂ່າວໄດ້ຮູ້ຂ່າວດັ່ງກ່າວຈາກຄະນະກຳມະການວຽກງານຜູ້ເຖົ້າທົ່ວປະເທດຈີນໃນວັນທີ 23 ກຸມພາ.ມື້ດຽວກັນ,ຄະນະກຳມະການດັ່ງກ່າວໄດ້ປະກາດ"ບົດລາຍງານຄົ້ນຄວ້າແລະພະຍາກອນທ່ວງທ່າຂະຫຍາຍຕົວກ່ຽວກັບສະພາບຜູ້ເຖົ້າເພີ່ມຂຶ້ນຂອງຈີນ"ໂດຍເຫັນວ່າ,ໃນສະຕະວັດທີ 21,ຈີນຈະກາຍເປັນສັງຄົມຜູ້ເຖົ້າຢ່າງຕ່າວປິ້ນບໍ່ໄດ້.
ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງຄະນະກຳມະການດັ່ງກ່າວແນະນຳວ່າ,ເພື່ອຮັບມືກັບການທ້າທາຍຍ້ອນຜູ້ເຖົ້າເພີ່ມຂຶ້ນ,ຈີນຈະຜັນຂະຫຍາຍຕື່ມອີກກ່ຽວກັບລະບອບປະກັນໄພປະສິມມະໄວພື້ນຖານ ປະກັນໄພປິ່ນປົວພື້ນຖານແລະລະບອບຄ່າຄອງຊີບຕ່ຳສຸດໃນຕົວເມືອງ.ຢູ່ຊົນນະບົດ,ຈະຕັ້ງໜ້າຄົ້ນຄວ້າສ້າງລະບອບປະກັນປະສິມມະໄວແລະລະບອບຄ່າຄອງຊີບຕ່ຳສຸດທີ່ສອດຄ່ອງກັບຈຸດພິເສດຂອງຊົນນະບົດ.
|
|
|