ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-24 14:36:47    
ເພິ່ນ​ເຮັດ​ໃຫ້​ຜະ​ລິດ​ຕະ​ພັນ​ດີ​ຈິ​ຕອນ​ຂອງ​ຈີນ​ຂາຍ​ດິບ​ຂາຍ​ດີ​ໃນ​ທົ່ວ​ໂລກ—ບັນ​ທຶກ​ເລື່ອງ​ລາວ​ຂອງ​ທ່ານ​ເຟິງ​ຈຸ່ນ ປະ​ທານ​ບໍ​ລິ​ສັດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ດີ​ຈິ​ຕອນ​ຂໍ້​ມູນ​ຂ່າວ​ສານ​ຮວາ​ຊີ໋​ຈຳ​ກັດ(ສຽງ)

cri

ທ່ານ​ເຟິງຈຸ່ນ​ປີ​ນີ້​ອາຍຸ36​ປີ,ບໍ່​ສູງ​ປານ​ໃດ,​ໜ້າ​ຕາ​ຊື່ສັດ,ສຽງ​ທຸ້ມ.ຫຼັງ​ຈາກ​​ໄດ້ຮຽນ​ຈົບຈາກ​ພະ​ແນ​ກສະຖາ​ປະ​ຕະຍາ​ກຳ​ຂອງ​ມະຫາ​ວິທະຍາ​ໄລ​​ຊີ່​ງຮວາໃນ​ປີ1992,ທ່ານ​ເຟິງ​ຈຸ່ນ​ກໍ່​ໄດ້​ມາ​ຮອດ"ສວນວິ​ທະຍາ​ສາດ​ເຕັກ​ໂນ​ໂລ​ຢີຈົ່ງ​ກ່ວນຊຸ່ນ​ປັກ​ກິ່ງ"ທີ່​​ໄດ້​ມີ​ສົນ​ຍາ​ຍາມວ່າ"ຊີ​ລີ​ຄອນ​ແວ​ລີ​ຂອງ​ຈີນ"​ເລີ່​ມປະກອບ​ທຸລະ​ກິດ.​ໃນ​ເບື້ອງ​ຕົ້ນ,ບໍລິ​ສັດ​ຂາຍ​​ໄດ້ແປ້ນ​ພິມ​ດີດ,ມາວ​ສ໌ແລະ​ແອບ​CPUທີ່​ມີກຳ​ໄລ​ໜ້ອຍ​ທີ່​ສຸດ,ຍ້ອນ​ມີ​ພະນັກ​ງານ​ໜ້ອຍ,ທຸກໆ​ມື້,ທ່ານ​ເຟິງຈຸ່ນ​ກໍ່ຕ້ອງ​ຫາມ​​ແອບ​CPU​ແລະ​ແປ້ນ​ພິມ​ດີດ​ສົ່ງ​​ໄປ​ເຖິງ​ຕູ້ຂາຍ​ທຸກ​ຕູ້​ກ່ອນ,​ແລ້ວ​ຈິ່ງ​​ອອກ​ໄປ​ເຮັດ​ທຸລະ​ກິດ​ໄດ້.​​ເມື່ອ​ເວົ້າ​ເຖິງ​​ເປັນ​ຫຍັງ​ຈິ່ງເລືອກ​ເອົາອຸດ​ສາຫະ​ກຳ​ITໃນ​ຄາວ​ນັ້ນ,ທ່ານ​ເຟິງຈຸ່ນ​ເວົ້າ​ວ່າ:

 "​ໃນ​ຄາວ​ນັ້ນ,ສຳ​ລັບ​ນັກສຶກ​ສາທີ່ຮຽນ​ຈົບ​ໃນ​ປີ1992,ຖ້າວ່າ​ຢາກ​ໄປປະກອບ​ທຸລະ​ກິດ,​ໂອກາດ​ພັດທະ​ນາ​ທີ່​ດີ​ກວ່າ​ໝູ່​ກໍ່​ແມ່ນ​ອຸດສາ​ຫະກຳ​ເອ​ເລັກ​ໂຕຼນິກ."

ໂດຍ​​ອີງ​ອາ​ໄສ​ການ​ມີມະນຸດ​ສຳພັນທີ່​ດີ​ແລະ​ຄວາມ​ສະ​ຫຼາດ​ຄ່ອງ​ແຄ້ວ,ທຸລະ​ກິດ​ຂອງ​ທ່ານ​ເຟິງ​ຈຸ່ນ​ຄ່ອຍໆ​​​ເຕີບ​ໂຕ​ຂຶ້ນ.ປີ1993,ທ່ານ​ໄດ້​ສ້າງ​ຕັ້ງ​ບໍລິ​ສັດວິ​ທະຍາ​ສາດ​ເຕັກ​ໂນ​ໂລ​ຢີ​ດີ​ຈິ​ຕອນ​ຂໍ້​ມູນ​ຂ່າວ​ສານ​ຮວາ​ຊີ໋,​ຫຼັງ​ຈາກ​ນັ້ນ,ມູນ​ຄ່າ​ຈຳ​ໜ່າຍ​ຂອງບໍລິ​ສັດ​ຮວາ​ຊີ໋ກໍ່​ໄດ້​​ເພິ່ມຂຶ້ນ​ລື່ນ​ກາຍ60% ໃນ​ຫຼາຍ​ປີລຽນຕິດ.

ປີ1999,​ອິນ​ເຕີ​ເນັດ​​ໄດ້ຈະ​ເລີ​ນຮຸ່ງ​​ເຮື​ອງຂຶ້ນ​ແລະ​ຄອມ​ພິມ​ເຕີ​ໄດ້ເຜີຍ​ແຜ່​​ໃຫ້​​ທົ່ວ​ເຖິງ,ນີ້​ພາ​​ໃຫ້​ຕະຫຼາດ​ຂອງ​ຈີນ​ມີ​ຄວາມ​ຕ້ອງການ​ຢ່າງ​ຫຼວງ​ຫຼາຍ​ຕໍ່​ຜະລິດ​ຕະພັນດີ​ຈິ​ຕອນ​ປະ​ເພດ​ຕ່າງໆ.​​ໃນ​ເວລາ​ນັ້ນ,​ທ່ານ​ເຟິງຈຸ່ນ​ເລີ່​ມພິ​ຈາລະ​ນາ​ຈະ​ກຳ​ໂອ​ກາດນີ້​ແນວ​ໃດ​ແລະ​ອາ​ໄສ​ການປະ​ດິດສ້າງ​ເຕັກ​ນິກ ສະ​ແຫວງ​ຫາ​ໂອກາດ​ເຕີບ​​ໂຕຂຶ້ນ​ຢ່າງ​ວ່ອງ​ໄວ​.​​ເມື່ອ​ໄດ້ຄົ້ນ​ຄວ້າ​ຢ່າງ​ລະອຽດ​ແລ້ວ,​ເພິ່ນໄດ້​ນຳພາ​ບໍລິສັດ​ຮວາ​ຊີ໋ລົງ​ທຶນ​ແລະຄົ້ນ​ຄວ້າ​ພັດ​ທະນາ​ຜະລິດ​ຕະ​ພັນ​ສະ​ສົມ​ເຄື່ອນ​ທີ່,​ສ້າງ​ຍີ່​ຫໍ້​"ອາຍ​ໂກ".ການ​ປ່ຽນ​​ທິດ​ທຸລະ​ກິດ​ຂອງ​ບໍລິສັດ​ຮວາ​ຊີ໋​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ວ່ອງ​ໄວ,ຜະລິດ​ຕະພັນ​ສະ​ສົມ​ເຄື່ອນ​ທີ່​ລະບົບ"​ອາຍ​ໂກ"​ໄດ້ຮັບ​ຄວາມ​ນິຍົມ​ຈາກ​ຜູ້​​ໃຊ້​ ​ເຊັ່ນ,ກົງ​ຈັກ​ອົງ​ການ​ປົກ​ຄອງ,ອົງ​ການ​ຄົ້ນ​ຄວ້າ​ວິທະ​ຍາ​ສາດ​ເປັນ​ຕົ້ນ,​ແລະ​ໄດ້​ຮັບ​ໃບ​ຈອງ​ຊື້​ງວດ​ໃຫຍ່.ຫຼັງ​ຈາກ​ການລົງ​ທຶນ​ເຂົ້າ​ໃນຜະ​ລິດຕະ​ພັນ​ສະ​ສົມ​ເຄື່ອນ​ທີ່ໄດ້​ຮັບ​ຜົນສຳ​ເລັດ​ແລ້ວ,ທ່ານ​ເຟິງ​ຈຸ່ນກໍ່​ກ້າວເຂົ້າ​ສູ່ວຽກ​ງານຄົ້ນ​ຄວ້າ​MP3​ໃນ​ທັນ​ທີ.

"ປີ1999,ພວກ​​ເຮົາ​ເລີ່​ມຄົ້ນ​ຄວ້າ​ພັດທະນາ​ຜະລິດ​ຕະພັນ​ສະ​ສົມ​ເຄື່ອນ​ທີ່, ຜົນ​ການ​ຄົ້ນຄວ້າ​ພັດ​ທະນາ​ດັ່ງກ່າວ​ໄດ້​ຮັບຄ່າ​ຕອບ​ແທນ​ອັນ​ມະຫາ​ສານ,​ພວກ​ເຮົາ​ ​ໃຊ້​ກຳ​ໄລ​ດັ່ງ​ກ່າວ​ລົງທຶນ​ຄົ້ນຄວ້າ​ພັດ​ທະນາ​​MP3.

 ຢູ່​ຈີນ,​ຕະຫຼາດ​ຂາຍMP3​ໄດ້​ຖືກ​ຍີ່​ຫໍ້​ດັງຂອງ​ສ.​ເກົາຫຼີ​ແລະຍີ່​ປຸ່ນ​ເປັນ​ຕົ້ນ​ຜູກ​ຂາດ​ເປັນ​ເວລາ​ດົນ​ນານ.ການ​ປະກົດ​ຕົວຂອງ​MP3 ລະບົບ"ອາຍ​ໂກ"ທີ່​ບໍລິ​ສັດ​ຮວາ​ຊີ໋ຄົ້ນ​ຄວ້າ​ພັດທະ​ນາ​ໄດ້ທັບ​ມ້າງ​ສະພາບ​ການດັ່ງ​ກ່າວ.ປີ2004, MP3ຍີ່​ຫໍ້"ອາຍ​ໂກ"ເຂົ້າ​ສູ່​ຕະຫຼາດ​ພຽງ​ປີດຽວ,ປະ​ລິມານ​ຈຳ​ໜ່າຍ​ກໍ່​ເພິ່ມ​ຂຶ້ນ​ເປັນ​ທີ​1ຢູ່​ຕະຫຼາດ​ພາຍ​ໃນ​ປະ​ເທດ​ຈີນ.ປະຈຸ​ບັນ,​ປະລິມານ​ຈຳໜ່າຍ​ຢູ່​ຈີນໄດ້​ລື່ນ​ກາຍ​ຍີ່​ຫໍ້ຂອງສ.​ເກົາຫຼີ​ແລະ​ຍີ່​ປຸ່ນຫຼາຍ​ຍີ່​ຫໍ້ ​ເຊັ່ນ,​ຊຳ​ຊຸງແລະ​ໂຊ​ນີ​ເປັນ​ຕົ້ນ2​ປີ​ລຽນຕິດ​ແລ້ວ.

ທ່ານ​​ເຊີນ​ລີ້​ຈຸ່ນ​​ໄດ້ເຮັດ​ວຽກ​ຢູ່​ບໍລິ​ສັບ​ຮວາ​ຊີ໋3ປີ​ປາຍ​ແລ້ວ,ຕົ້ນຕໍ​ຮັບຜິດຊອບ​ວຽກ​ງານ​ຄົ້ນຄວ້າ​ພັດທະ​ນາ​​ເຜີຍ​ແຜ່​MP3​​ແລະ​ຜະລິດ​ຕະພັນ​ອື່ນໆ.​​ເມື່ອ​ເວົ້າ​ເຖິງຜົນ​ສຳ​ເລັດ​ທີ່​ເປັນ​ຕາ​ພາກ​ພູມ​ໃຈ​ທີ່​MP3​"ອາ​ຍ​ໂກ"​ໄດ້​ຮັບ​ຢູ່​ຕະຫຼາດຈີນ,ທ່ານ​ເວົ້າ​ວ່າ:

"​ເມື່ອທຽບ​ກັບ​ຍີ່​ຫໍ້​ຕ່າງປະ​ເທດ​ແລ້ວ,​ MP3"ອາຍ​​ໂກ"ຍິ່ງສອດ​ຄ່ອງ​ກັບ​ຄວາມ​ຊິນ​ເຄີຍ​ໃນ​ການ​ໃຊ້​ຂອງ​ຄົນ​ຈີນ,​ໃນ​ດ້ານ​ອົງ​ປະ​ກອບ,ຮູບນອກ​ແລະ​ຜະລິດ​ຕະພັນ​ຂອງ​ພວກ​ເຮົາ​ອາດ​ຈະ​ຍິ່ງສອດ​ຄ່ອງ​ກັບທັດ​ສະນະ​ຄະຕິ​ແລະ​ຂົງ​ເຂດ​​ຮັບ​​ເອົາຂອງ​ຄົນ​ຈີນ​."

ໃນ​ຂະນະ​ດຽວ​ກັນ​ທີ່​ສ່ວນ​ແບ່ງ​ຕະຫຼາດ​ພາຍ​ໃນ​ປະ​ເທດຂອງ​MP3​ໄດ້ເປັນ​ທີ1ຢ່າງ​ໝັ້ນ​ທ່ຽງນັ້ນ,ບໍລິສັດ​ຮວາ​ຊີ໋ກໍ່​ໄດ້ອຳ​ນວຍ​ຜະລິດ​ຕະພັນ ລະບົບ​MP4​ໃນ​ປີ2005,​ບົນ​ພື້ນ​ຖານ​MP3,ຜະລິດ​ຕະພັນ​ຊະນິດ​ນີ້ໄດ້​ເພິ່ມ​ປະ​ສິດທິ​ຄຸນກະ​ຈາຍພາບ​.ພາຍ​ຫຼັງ​ສະໜອງ​ຜະ​ລິດ​ຕະພັນ​MP4ຢູ່​ໃນ​ຕະຫຼາດ​ຂອງ​ຈີນ​ແລ້ວກໍ່​ໄດ້​ຮັບສຽງ​ສະທ້ອນ​ຄືນ​ອັນ​ຄຶກຄື້ນ​ຂອງ​ຜູ້​ຊົມ​ໃຂ້,ປະລິມານ​ຈຳໜ່າຍ​ໄດ້​ໄລ່​ຕາມ​ບາງຍີ່​ຫໍ້​ຂອງເອີ​ລົບ​​ແລະ​ອາ​ເມ​ລິ​ກາຕະ​ຫຼອດ​ມາ.​ສ່ວນຢູ່​ຕະຫຼາດ​ພົ້ນ​ທະ​ເລ,MP4"ອາຍ​ໂກ"ກໍ່​ໄດ້​ຮັບ​ຄວາມ​ຊົມ​ເຊີຍ​ຂອງ​ຜູ້​ຊົມ​ໃຊ້,​ ປະຈຸ​ບັນ,​ ໄດ້​ຮັບ​ໃບ​ຈອງ​ຊື້​ຈຳນວນ​ຫຼວງ​ຫຼາຍ​ຈາກ​ອັງ​ກິດ​ແລະ​ຝຣັ່ງ​ແລ້ວ.

ທ່ານ​ພ່ານອ່ານ​​ເຮັດ​ວຽກ​​ຢູ່​ບໍລິສັດ​ແຫ່ງ​ໜຶ່ງ​ຂອງ​ປັກ​ກິ່ງ,​ຕາມ​ເສັ້ນ​ທາງ​ໄປ​ເຮັດການ​ທຸກ​ມື້,ຢູ່​ເທິງ​ຄໍ​ຂອງ​ເພິ່ນ​ກໍ່​​​ໄດ້ແຂວນ​MP3"ອາຍ​ໂກ"​ໄວ້,ດົນ​ຕີ​ເຮັດ​ໃຫ້​ອາລົມ​ຈິດ​ຂອງ​ເພິ່ນ​ຜ່ອນ​ຄາຍ​ລົງ.ຫຼັງຈາກ​ບໍລິສັດ​ຮວາ​ຊີ໋​ໄດ້​ອຳ​ນວຍMP4​ລຸ້ນໃໝ່​​ແລ້ວ,​ເພິ່ນກໍ່​ຄິດ​ຢາກ​ຈະ​ປ່ຽນ​ເຄື່ອງwalksman​ດົນຕີ​ຂອງ​ຕົນ.

"ຜະລິດ​ຕະພັນ​ຊະນິດ​ນີ້​ໄດ້​ເອົາ​ວັດທະນະທຳ​ຈີນ​ກັບ​ວັດທະ​ນະທຳ​ຝ່າຍ​ຕາ​ເວັນ​ຕົກ​ປະສານ​ກັນ,​ຂະໜາດ​ທໍ່​ຝ່າມື,ງາມ​ຫຼາຍ,ການ​ໃຊ້​ກໍ່​ງ່າຍ​,​​ໃນ​ເວລາ​ໄປທ່ອງ​ທ່ຽວ​ຫຼື​ໃນ​ເວລາ​ນອກ​ໂມງ​ການ, ບໍ່​ພຽງ​ແຕ່​ຟັງ​​ເພງ​ໄດ້, ຍັງ​ເບີ່​ງMV​(ດົນຕີ​ພາບ)​ໄດ້​ອີກ."

ຕາມ​ໄດ້​ຊາບ,ປະຈຸ​ບັນ,​ຜະລິດ​ຕະພັນ​ສະ​ສົມ​ເຄື່ອນ​ທີ່​"ອາຍ​ໂກ"​ໄດ້​ຄອບ​ຄອງອັດ​ຕາສ່ວນ​30%ຂອງ​ຕະຫຼາດ​​ຜະລິດ​ຕະພັນ​ສະ​ສົມ​ເຄື່ອນ​ທີ່​ຂອງ​ຈີນ,​ໄດ້ຊັກ​ນຳ​ອຸດ​ສາ​ຫະກຳ​ສະ​ສົມ​ເຄື່ອນທີ່​ຂອງ​ຈີນ​ພັດທະນາ​ຢ່າງ​ວ່ອງ​ໄວ.ປະລິ​ມານ​ຈຳໜ່າຍ​ຂອງ​MP3​"ອາຍ​ໂກ"​ໄດ້​ນຳ​ໜ້າ​ຍີ່​ຫໍ້​ຈຳນວນ​ຫຼວງ​ຫຼາຍ​ພາຍ​ໃນຈີນແລະ​ຕ່າງປະ​ເທດຕັ້ງ​ຫຼວງ​ຫຼາຍ. ລະບົບ​ອັດ​ສຽງ​ທີ່ມີ​ຄວາມ​ຊັດ​ແຈ້ງສູງ​ຂອງ"ອາຍ​ໂກ"​ໄດ້​ຮັບ​ໃຊ້​​​ຍານ​ອະວະ​ກາດ​ບັນທຸກ​ຄົນ​"​ເສີນ​ໂຈ່​ວ"​ເລກ6,​ໄດ້​ທົນ​ຕໍ່​ການ​ທົດ​ສອບ​ຂອງ​ສິ່ງ​ແວດ​ລ້ອມ​ອະວະກາດ​."

ຫວ່າງ​ມໍ່ໆ​ນີ້,ທ່ານ​​ເຟິງຈຸ່ນກໍ່​ໄດ້ຕົກລົງ​ເຂົ້າ​ສູ່​ຂົງ​ເຂດ​ກ້ອງ​ຖ່າຍຮູບ​ດີ​ຈິຕອນ​ທີ່​ແກ່ງ​ແຍ່ງ​ກັນຢ່າງ​ດຸ​ເດືອດ.ກ້ອງ​ຖ່າຍຮູບ​ດີ​ຈິ​ຕອນ8​ລ້ານພິກ​ເຊ​ວທີ່​ບໍລິສັດ​ຮວາ​ຊີ໋ຄົ້ນ​ຄວ້າ​ພັດ​ທະນາ​ເອົາ​ເອງ​ໄດ້​ປະກົດ​ຕົວໃນ​ຕະຫຼາດ​ຂອງ​ຈີນ​ແລະ​ຕ່າງປະ​ເທດ​ໃນ​ທ້າຍ​ປີ2005,ນີ້​​ແມ່ນ​ກ້ອງ​ຖ່າຍ​ຮູບ​ດີ​ຈິ​ຕອນ​​ລຸ້ນ​ທຳ​ອິດ​ທີ່​ຄົນ​ຈີນຄົ້ນ​ຄວ້າພັດ​ທະນາ​​ເອົາ​ເອງ​ແລະ​ໄດ້​ບັນລຸ​ຄຸນ​ນະພາ​ບອັນ​ກ້າວ​ໜ້າ​ສາກົນ.​ໃນ​ໄລຍະ​ທ່ານ​ແບຼ ນາຍົກ​ລັດຖະ​ມົນຕີ​ອັງກິດ​ຢ້ຽມ​ຢາມ​ຈີນ​ໃນ​ປີ2005,​ເມື່ອ​ໄດ້​ເຫັນ​ກ້ອງ​ຖ່າຍຮູ​ບ​ລຸ້ນ​ນີ້​ແລ້ວ​ກໍ່​ມັກຫຼາຍ.​ໃນ​ສະ​ເພາະ​ໜ້າ​ນີ້,ມັນ​ໄດ້​ກາຍ​ເປັນ​ອຸປະກອນທີ່​ຂາດ​ບໍ່​ໄດ້ຂອງລະ​ບົບຕິດ​ຕາມ​ຄຸ້ມ​ຄອງ​ຄົມມະ​ນາ​ຄົມ​ຢູ່ບາງ​ທ້ອງ​ຖິ່ນ​ຂອງ​ຈີນ​ແລ້ວ.

ສຳ​ລັບ​ການ​ພັດທະນາ​ໃນ​ອະນາ​ຄົດ​ຂອງ​ບໍລິ​ສັດ​ຮວາ​ຊີ໋,ທ່ານ​ເຟິງຈຸ່ນ​ກ່າວ​ວ່າ,​ເປົ້າ​ໝາຍ​ຂອງ​ເພິ່ນ​ແມ່ນ​ໃຫ້​ຜະລິດ​ຕະພັນ​ດີ​ຈິ​ຕອນທີ່​ບໍ​ລິ​ສັດ​ຮວາຊີ່​ຜະ​ລິດ​ນັ້ນ​ຂາຍ​ໄປ​ຮອດ​ທຸກ​ມຸມ​ຂອງ​ໂລກ.ທ່ານ​ເວົ້າ​ວ່າ:

"​ໃຫ້​ຜູ້​ຊົມ​ໃຊ້ທົ່ວ​ໂລກ​​ໄດ້​ເຫັນ​ຍີ່​ຫໍ້​ຂອງ​ຈີນ,ການ​ປະດິດ​ສ້າງ​ຂອງ​ຈີນ​ແລະ​ຜະລິດ​ຕະພັນ​ທີ່​ຈີນ​ຄົ້​ນຄວ້າ​ພັດ​ທະ​ນາ,ສ້າງ​ຜະ​ລິດ​ຕະພັນ​ດີ​ຈິ​ຕອນ ລະບົບ"ອາຍ​ໂກ"​ໃຫ້​ກາຍ​ເປັນ​ຍີ່​ຫໍ້​ສາ​ກົນ​ທີ່​​ຄົນຈີນ​ພາກ​ພູມ​ໃຈ."