ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-24 14:46:25    
ອົງ​ການ​ຮາ​ມັດສ໌​ບໍ່​ຫ່ອນ​ຈະ​ເຈລະ​ຈາ​ກັບ​ອິສ​ຣາ​ແອນ​ຈົນ​ເທົ່າ​ໃດໆ

cri Author: cai
ຕາມ​ຂ່າວCRI:ວັນ​ທີ 23 ກຸມ​ພາ,ທ່ານ​​​ເມ​ຊານ ຜູ້ນຳ​ກົມ​ການ​ເມືອງ​ຂອງອົງ​ການຮາ​ມັດສ໌​​ໄດ້ໃຫ້​ສຳພາດ​ຕໍ່​ວິທະຍຸ​ອາ​ລາບ​​ແຫ່ງ​ໜຶ່ງ,ທ່ານ​ເວົ້າວ່າ,ອົງ​ການຮາ​ມັດສ໌ຈະ​ເຂົ້າຮ່ວມ​ລັດຖະບານ​ປົກຄອງ​ຕົນ​ເອງຂອງ​ປາ​ເລັສຕີນ​ດ້ວຍ​ທ່າ​ທີ​ເປີດ​ເຜີຍ,ຍິນ​ດີ​ເຈລະຈາ​ກັບທຸກ​ປະ​ເທດ​ໃນໂລກ,ລວມທັງ​ອາ​ເມ​ລິ​ກາ,​ແຕ່​ບໍ່ຫ່ອນ​ຈະ​ເຈລະຈາ​ກັບ​ອິສຣາ​ແອນ​ຈົນ​ເທົ່າ​ໃດໆ.

ນອກ​ນີ້,ຂ່າວ​ແຈ້ງ​ວ່າ,ວັນ​ທີ 23 ກຸມ​ພາ,ທ່ານ​ຄຸ​ລາຍ ນາ​ຍົກ​ລັດ​ຖະ​ມົນ​ຕີຮັກ​ສາ​ການ​ຂອງ​ລັດ​ຖະ​ບານ​ປົກ​ຄອງ​ຕົນ​ເອງ​ປາ​ເລັສ​ຕີນ​ເວົ້າ​ວ່າ,​ເຖິງ​ວ່າ​ຂະ​ບວນ​ການ​ປົດ​ປ່ອຍ​ຊາດ​ປາ​ເລັສ​ຕີນ(ຄື​ອົງ​ການ​ອານ​ຟາ​ຕາ)ບໍ່​ໄດ້​ປະຕິ​ເສດ​ຄຳເຊີ​ນຂອງ​ອົງ​ການ​ຮາ​ມັດສ໌ທີ່​ຮ່ວມ​ກັນ​ປະ​ກອບ​ຄະນະ​ລັດຖະ​ບານ​ຢ່າງ​ເຖິງ​ຖອງກໍ​ຕາມ,​ແຕ່​ອົງການ​ອານ​ຟາ​ຕາ​ເຂົ້າ​ຮ່ວມລັດ​ຖະບານ​ປະສົມມີ​ຄວາມ​ອາດ​ເປັນ​ໄປ​ໄດ້​ໜ້ອຍ​ທີ່​ສຸດ,ອົງການ​ອານ​ຟາ​ຕາ​ຈະ​ສຸມ​ກຳລັງ​ເຂົ້າ​ໃນ​ການ​ປະຕິ​ຮູບ​ພາຍ​ໃນ​ແລະ​ການ​ສ້າງສາ​ຂອງ​ຕົນ.