ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-24 16:36:59    
ຟິ​ລິ​ປິນ​ຜາບ​ແພ້​ກົນ​ອຸ​ບາຍ​ລັດ​ຖະ​ປະ​ຫານ​ທາງ​ການ​ທະ​ຫານ​ອີກ​ເທື່ອ​ໜຶ່ງ ປະ​ເທດ​ຟິ​ລິ​ປິນ​ເຂົ້າ​ສູ່​ສະ​ພາ​ວະ​ສຸກ​ເສີນ

cri Author: min

ຕາມ​ຂ່າວ CRI: ຕອນ​ກາງຄືນ​ວັນ​ທີ 23 ກຸມພາ, ຝ່າຍ​ທະຫານ​ຟິລິປິ​ນ​ໄດ້​ຜາບ​ແພ້​ກົນອຸບາຍ​ທີ່​ເຈຕະນາ​​​ໂຄ່ນ​ລົ້ມ​ລັດຖະບານ​ອີກ​ເທື່ອ​ໜຶ່ງ, ວັນ​ທີ 24 ກຸມພາ, ທ່ານ​ນາງ​ອາ​ໂຣ​ໂຢ ປະທາ​ນາທິ​ບໍດີ​ຟິລິປິ​ນປະກາດ​ວ່າ, ປະ​ເທດ​ຟິລິປິ​ນ​ເຂົ້າ​ສູ່​ສະພາວະ​ສຸກ​ເສີນ.



ຕອນ​ເຊົ້າ​ວັນ​ທີ 24 ກຸມພາ, ທ່ານ​ເຊັນ​ກາ, ເສນາ​ທິການ​ໃຫຍ່​ຂອງ​ກອງ​ປະກອບ​ອາວຸດ​ຟິ​ລິ​ປິ​ນ​ເວົ້າ​ວ່າ, ຕອນ​ກາງ​ຄືນວັນ​ທີ 23 ກຸມພາ, ຝ່າຍ​ທະຫານ​ຟິລິປິນ​ໄດ້​ຜາບ​ແພ້​ກົນ​ອຸ​ບາຍ​ທີ່​ເຈຕະນາ​ໂຄ່ນ​ລົ້ມ​ລັດຖະບານ​ອາ​ໂຣໂຢ​ອີກ​ເທື່ອ​ໜຶ່ງ, ​ຜູ້​ບັນຊາ​ການ​ 3 ຄົນ​ຂອງ​ຝ່າຍ​ທະຫານ​ແລະ​ຝ່າຍ​ຕຳຫຼວດ​ທີ່​ຖືກ​ສົງ​ໄສ​ມີ​ສ່ວນ​ກ່ຽວ​ພັນ​ເຖິງ​ຄະດີ​ດັ່ງກ່າວໄດ້​ຖືກ​ປົດ​ຕຳ​ແໜ່ງ​ແລ້ວ​ຖືກ​ຕິດຕາມ​ຄຸ້ມ​ຄອງ​​ເພື່ອ​ຮັບ​ການ​ສືບສວນ.

ຫຼັງຈາກ​ທ່ານ​ເຊັນ​ກາ​ປະກາດ​ຂ່າວ​ດັ່ງກ່າວ​ບໍ່​ດົນ, ທ່ານ​ນາງ​ອາ​ໂຣ​ໂຢ ປະທາ​ນາທິ​ບໍດີ​ຟິລິປິນ​​ໄດ້​ກ່າວຄຳ​ປາ​ໄສ​ໂດຍ​ຜ່ານ​ທາງ​ໂທລະພາບ​, ປະກາດ​ວ່າປະ​ເທດ​ຟິລິປິນ​ເຂົ້າ​ສູ່​ສະພາ​ວະ​ສຸກ​ເສີນ.

1  2  3