ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-24 17:30:03    
ຜູ້​ຕາງ​ໜ້າ​ມະ​ຕິ​ຊົນ​ຂອງ​ພັກ​ກົກ​ມິນ​ຕັງ​ແລະ​ພັກ​ຊິນ​ມິນ​ຕັງ​ກ່າວ​ປະ​ນາມ​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ຊຸກ​ຍູ້​ຍົກ​​ເລີກ​ການ​ໂຮມ​ຊາດ​ເປັນ​ເອ​ກະ​ພາບ

cri Author: da
ຕາມ​ຂ່າ​ວໜັງສືພິມ​ເຢິນມິນ​ຢື້​ປ້າວສະບັບ​ພົ້ນທະ​ເລ:ວັນ​ທີ 23 ກຸມພາ ຜູ້​ຕາງໜ້າ​ມະຕິຊົນຂອງ​ພັກ​ກົກ​ມິນ​ຕັງຈີນ​ເວົ້າວ່າ,​​ເຈົ້າໜ້າ​ທີ່​ກຳ​ອຳນາດ​ຂອງໄຕ້​ຫວັນຝ່າຝືນ​ກັບ​ມະຕິ​ຊົນກະ​ແສ​ຫຼັກໄປ​ຊຸກຍູ້ອັນ​ທີ່​ວ່າ"ຍົກ​ເລີກ​ການ​ໂຮມຊາດ​ເປັນ​ເອກະ​ພາບ"ນັ້ນ,​ແມ່ນ​ບໍ່​ເອົາ​ຫົວຊາ​ນຳ​ຜົນ​ປະ​ໂຫຍ​ດທົ່ວ​ປວງ​ຊົນ,ພັກ​ກົກ​ມິນ​ຕັງ​ຈະຮ່ວມ​ສຳພັນ​ກັບ​ຜູ້ຕາງໜ້າ​​ມະຕິ​ຊົນຂອງ​ພັກ​ບໍ່​ກຳອຳນາດ​ອື່ນ​ໆພ້ອມ​ກັນ​ສະ​ເໜີ​ຍັດຕິ​ກ່າວ​ປະນາມ​ຜູ້ນຳ​​ເຈົ້າໜ້າ​ທີ່.

ທ່ານ​ລິວ​ເວີນ​ຊູ​ງ ຜູ້ຕາງໜ້າ​​ມະຕິ​ຊົນຂອງ​ພັກ​ຊິນ​ມິນ​ຕັງເຫັນ​ວ່າ ການ​ກະທຳ​ຂອງ​ເຈົ້າໜ້າ​ທີ່​ກຳ​ອຳນາດ​ໄຕ້​ຫວັນ​ແມ່ນ​ໄຮ້ສາລະ,ທ່ານ​ຮຽກຮ້ອງ​ພັກ​ບໍ່​ກຳ​ອຳນາດ​ຮ່ວມ​ກັນ​ຂວ້ຳບາດ"ການຍົກ​ເລີກການ​ໂຮມຊາດ​ເປັນ​ເອກະ​ພາບ".

​ໃນຕົ້ນຊຸມ​ປີ 90 ສະຕະວັດ​ທີ​ແລ້ວ,ເຈົ້າໜ້າ​ທີ່​ໄຕ້ຫວັນ​ໄດ້​ຕັ້ງ"ຄະນະ​ກຳມະການໂຮມ​ຊາດ​ເປັນ​ເອກະ​ພາບ"​​​ໄດ້​ຮັບ​ຮອງ​ເອົາ"​ໂຄງການ​​ໂຮມ​ຊາດ​ເປັນ​ເອກະ​ພາບ",​ໂຄງການ​ກ່າວ​ວ່າ ​ແຜ່ນດິນ​ໃຫຍ່​ແລະ​ໄຕ້​ຫວັນ​ລ້ວນ​ແມ່ນ​ດິນ​ແດນ​ຂອງ​ຈີນ,ການ​ຊຸກຍູ້​ການ​ໂຮມ​ຊາດ​ເປັນ​ເອກະ​ພາບ​,ຄວນ​ເປັນ​ໜ້າ​ທີ່ຮັບຜິດ​ຊອບ​ຂອງ​ຄົນຈີນ.ພາຍຫຼັງຜູ້ນຳ​​ເຈົ້າໜ້າ​ທີ່​ໄຕ້​ຫວັນ​ຊຸດ​ປະຈຸ​ບັນ​ຂຶ້ນ​ຮັບ​ຕຳ​ແໜ່​ງ​ແລ້ວ,ຄະນະ​ກຳມະການ​ໂຮ​ມຊາດ​ເປັນ​ເອກະ​ພາບ​ໄດ້​ເຊົາ​​​ເຮັດ​ວຽກ.