ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-24 17:47:54    
ຈີນ​ຈະ​ບູລະນະ​ລະບອບ​ຮ້ອງ​ຟ້ອງ​ການ​ລົງ​ໂທດ​ປະ​ຫານ​ຊີ​ວິດ​ໃຫ້​ສົມ​ບູນ

cri Author: lm

ຕາມ​ຂ່າວCRI: ຈີນຈະ​ບູລະນະ​ລະບອບ​ຮ້ອງ​ຟ້ອງ​ຄະດີ​ປະຫານ​ຊີວິດ​ໃຫ້​ສົມບູນ, ໃນ 6 ​ເດືອນ​ທ້າຍ​ປີ​ນີ້ ຄະດີປະຫານ​ຊີວິດທີ່ຕັດສິນຄັ້ງທີ​ສອງ​ ຈະ​ໃຫ້​ໄຕ່​ສວນ​​ແລະ​ຕັດສິນ​ຢ່າງ​ເປີດ​ເຜີຍ, ​ເພື່ອ​ເພີ່ມ​ທະວີ​ຄວາມ​ຮັບປະກັນ​ທາງ​ສິດທິ​ມະນຸດ​ໃນ​ຂົງ​ເຂດ​ຕຸລາການ.

ນີ້​ແມ່ນ​ທ່ານ​ຊຽງ​ຢາງ ປະທານ​ສານ​ປະຊາຊົນ​ສູງ​ສຸດ​ຈີນ​​ເຜີຍ​ໃຫ້ຣູ້​ໃນ​ກອງ​ປະ​ຊຸມ​ເທື່ອ​ໜຶ່ງ​ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ເຈິ້ງ​ໂຈ່​ວ ທາງ​ພາກ​ກາງຂອງ​ຈີນ​ໃນ​ວັນ​ທີ 24 ກຸມ​ພາ.

ການ​ຮ້ອງ​ຟ້ອງ​ຂອງ​ຈີນ​ປະຕິບັດ​ລະບອບ​ຕັດສິນຄັ້ງທີ​ສອງ​ເປັນຄັ້ງສຸດ​ທ້າຍ, ​ແຕ່​ໃນ​ເມື່ອ​ກ່ອນ ການ​ໄຕ່​ສວນ​ແລະ​ຕັດສິນຄັ້ງທີ​ສອງ​ຕໍ່ຄະດີ​​ປະຫານ​ຊີວິດ ທຳ​ມະ​ດາ​ແລ້ວ​ບໍ່​​ເປີດ​ເຜີຍ, ຫາກ​​ແມ່ນ​ດຳ​ເນີນ​ທາງ​ລາຍ​ລັກ​ອັກສອນ. ນີ້​ຖືກ​ຖື​ວ່າ​ແມ່ນ​ຂໍ້​ບົກ​ຜ່ອງ​ສຳຄັນ​ໃນ​ລະບຽບ​ຕຸ​ລາ​ການ. ທ້າຍ​ປີ​ກາຍ​ນີ້, ສານ​ປະຊາຊົນ​ສູງ​ສຸດ​ຂອງ​ຈີນ​ໄດ້​ວາງ​ຂໍ້​ກຳນົດ​ຢ່າງ​ຈະ​ແຈ້ງ​ຕໍ່​ການ​ເປີດ​ສານ​ໄຕ່​ສວນ​ແລະ​ຕັດສິນຄັ້ງທີ​ສອງ​ກ່ຽວ​ກັບ​ຄະດີ​ປະຫານ​ຊີ​ວິດ.