ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-24 18:36:47    
ຝ່າຍ​ຈີນ​​ຊົມ​ເຊີຍ​ລັດ​ຖະ​ບານ​ສີ​ລັງ​ກາ​ກັບ​ອົງ​ການ​LTTE​ຟື້ນ​ຟູ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ

cri Author: da
ຕາມ​ຂ່າວCRI:ວັນ​ທີ 24 ກຸມພາ ທ່ານ​ລິວ​ຈ້ຽນຊ່າວ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ເວົ້າວ່າ,ຝ່າຍ​ຈີນ​ຊົມ​ເຊີຍ​ລັດຖະບານ​ສີ​ລັງກາ​ກັບ​ອົງການ​​LTTEຟື້ນ​ຟູ​ການ​ເຈລະຈາ​ສັນຕິພາບ.

ການ​ເຈລະຈາ​ສັນຕິພາບ​ລະຫວ່າງ​ລັດຖະບານ​ສີ​ລັງກາ​ກັບ​ອົງການ​​LTTE​ໄດ້​ສິ້ນ​ສຸດ​ລົງຢູ່​ເຊີ​ແນວ​ໃນ​ວັນ​ທີ 23 ກຸມພາ.ການ​ເຈລະຈາ​ເທື່ອ​ນີ້​ແມ່ນ​ການ​ເຈລະຈາ​ໂດຍ​ກົງ​ຄັ້ງທຳ​ອິດ​ທີ່​ສອງ​ຝ່າຍ​ຈັດ​ຂຶ້ນ​ແຕ່​ເດືອນ​ເມສາ​ປີ 2003 ​ເປັນຕົ້ນມາ.ສອງ​ຝ່າຍ​ໃຫ້​ຄຳ​ໝັ້ນສັນຍາ​ຈະ​ໃຊ້​ມາດ​ຕະການ​ອັນ​ຈຳ​ເປັນ​ທຸກ​ຢ່າງ​ຢຸດຕິ​ການ​ເຄື່ອນ​ໄຫວ​ດ້ວຍ​ກຳລັງ​ຮຸນ​ແຮງ,ສອງ​ຝ່າຍ​ຍັງ​ຕົກລົງຈະ​ຈັດການ​ເຈລະຈາ​ສັນຕິພາບ​ຢູ່​ເຊີ​ແນວ​ໃນ​ເດືອນ​ເມສາອີກ.

ທ່ານ​ລິ​ວຈ້ຽນຊ່າວ​ເວົ້າວ່າ,ຝ່າຍ​ຈີນ​ຄອງ​ຄອຍ​ການ​ເຈລະຈາ​ສັນຕິພາບ​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ,​ແລ້ວ​ບັນລຸ​ຄວາມ​ປອດ​ດອງຊາດ​ສິລັງກາ​​ໃນ​ທີ່ສຸດ​.