ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-25 18:17:52    
ບົດ​ນຳ​ຂອງ​ໜັງ​ສື​ພິມ​ມາ​ກາວ​ລາຍ​ວັນ​ຊີ້​ອອກ​ວ່າ,​ຜູ່​ນຳ​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ຍົກ​ເລີກ​"ຄະ​ນະ​ກຳ​ມະ​ການ​ໂຮມ​ປະ​ເທດ​ຈີນ​ເຂົ້າ​ເປັນ​ເອ​ກະ​ພາບ​ກັນ​ແລະ​ໂຄງ​ການ​ໂຮມ​ປະ​ເທດ​ຈີນ​ເຂົ້າ​ເປັນ​ເອ​ກະ​ພາບ​ກັນ"​ຍ່ອມ​ຈະ​ພາ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝັ່ງ​ເຄັ່ງ​ຕຶງ​ຂຶ້ນ

cri
ຕາມຂ່າວCRI,ໜັງສືພິມມາກາວລາຍວັນສະບັບວັນທີ25ກຸມພາໄດ້ພິມບົດ​ນຳ​ໂດຍ​ຊີ້​ອອກ​ວ່າ,ຜູ່​ນຳ​ເຈົ້າ​ໜ້າ​ທີ່​ໄຕ້ຫວັນ​ຝ່າຝືນ​ຄຳ​ໝັ້ນ​ສັນຍາ,ໝາຍ​ຈະ​ຍົກ​ເລີກ​ຄະ​ນະ​ກຳ​ມະ​ການ​ໂຮມ​ປະ​ເທດ​ຈີນ​ເຂົ້າ​ເປັນ​ເອກະ​ພາບກັນ​ແລະ​ໂຄງການ​​ໂຮມ​ປະ​ເທ​ດ​ຈີນເຂົ້າ​ເປັນ​ເອກະ​ພາບ​ກັນ,​ນີ້​ຍ່ອມ​ຈະ​ພາ​ໃຫ້​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້ຫວັນ​​ເຄັ່ງ​ຕຶງ​ຂຶ້ນ.

ບົດ​ນຳ​ຂຽນ​ວ່າ,ການ​​ເອົາ​ປະຊາ​ມະຕິ​ຂອງ​ໄຕ້ຫວັນ​ສະ​ແດງ​ໃຫ້​ເຫັນ​ວ່າ,ມວນ​ຊົນ​ໄຕ້ຫວັນ​ສ່ວນ​ຫຼາຍ​ປາຖະໜາ​ໃຫ້​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ມີ​ຄວາມ​ໝັ້ນ​ທ່ຽງ,​ເພື່ອ​ສ້າງ​ສະ​ພາບ​ແວດ​ລ້ອມ​ອັນ​ດີງາມ​ໃຫ້​ແກ່​ການ​ຟື້ນ​ຟູ​ເສດຖະກິດ​ພາຍ​ໃນ​ເກາະ​​ໄຕ້​ຫວັນ​ໃຫ້​ຈະ​ເລີ​ນຄືນ​ໃໝ່,​ຕາບ​ຈູ​ນຮອຍ​ແຕກໃນ​ສັງຄົມ​ໄຕ້​ຫວັນ.ມວນ​ຊົນ​ໄຕ້ຫວັນ​ບໍ່​ຍິນ​ດີ​ເປັນ​ເຄື່ອງ​ສັງ​ເວີຍດ້ານ​ການ​ເມືອງ​ຂອງ​ຜູ່​ນຳ​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ.

ບົດ​ນຳ​ຊີ້​ອອກ​ວ່າ,ຝ່າຍ​ແຜ່ນດິນ​ໃຫຍ່​ພວມ​ຕິດ​ຕາມ​ການ​ຂະ​ຫຍາຍ​ຕົວ​ຂອງ​ສະ​ພາ​ວະ​ການ​ຢ່າງ​ໃກ້​ຊິດ,​ກຽມ​ຮັບ​ມື​ກັບ​ສະ​ພາບ​ສັບ​ສົນ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ນັ້ນ​ຢູ່​ທຸກ​ເວ​ລາ.​ຜູ່​ນຳ​ເຈົ້າ​ໜ້າ​ທີ່​ໄຕ້ຫວັນ​ຢ່າ​ສູ່​ເຫັນ​ວ່າການ​ທ້າ​ທາຍ​ເກາະ​ຜິດ​ບໍ່​ຕ້ອງ​ເສຍ​ຄ່າ​ຕອບ​ແທນ.​ການ​​ແຍກ​ໄຕ້​ຫວັນ​​ໃຫ້​ເປັນ​ເອ​ກະ​ລາດ​ພຽງ​ແຕ່​​ແມ່ນ​ທາງ​ຈົນຕາ​ແຈ​ເທົ່າ​ນັ້ນ.