ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-25 20:48:18    
ຈີນ​ລົງ​ມື​ດັດ​ແປງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ສຶກ​ສາ​ພາກ​ບັງ​ຄັບ

cri
ຕາມ​ຂ່າວCRI,​ເລີ່​ມ​ແຕ່​ວັນ​ທີ25​ກຸມພາ​ເປັນ​ຕົ້ນ​ໄປ,ອົງການ​ນິຕິບັນຍັດ​ຈີນ​ຈະ​​ເລີ່​ມດັດ​ແປງ​ກົດໝາຍ​ວ່າ​ດ້ວຍ​ການ​ສຶກສາ​ພາກ​ບັງຄັບ​ທີ່​ໄດ້​ປະຕິບັດ​ມາ​ເປັນ​ເວລາ20​ປີ,​ເພື່ອ​ຮັບ​ປະ​ກັນ​ການ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ເຂດ​ຊົນນະບົດ​ກ່ອນ​ໃນ​ດ້ານກຳລັງ​ຄູ​ສອນ,​ຄ່າ​ໃຊ້​ຈ່າຍ​ດ້ານ​ການ​ສຶກສາ​ເປັນ​ຕົ້ນ.

ນີ້​ແມ່ນ​ນັກ​ຂ່າວ​ໄດ້​ຊາບ​ຈາກ​ກອງ​ປະຊຸມ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ທີ່​ໄຂ​ຂຶ້ນ​ໃນ​ວັນ​ທີ25​ກຸ​ມພາ.

ຈີນ​ປະຕິບັດ​ລະບອບ​ການ​ສຶກສາ​ພາກ​ບັງຄັບ9​ປີ.​ໃນ​ຫຼາຍ​ປີ​ມາ​ນີ້,ມີ​ຫຼາຍ​ບັນຫາ​ອ່າວ​ພົ້ນ​ເດັ່ນ​ເຊັ່ນ,ຄວາມ​ຜິດ​ໂຕນ​ກັນ​ລະຫວ່າງ​ລະດັບ​ການ​ສຶກສາ​ຂອງ​ຕົວ​ເມືອງ​ກັບ​ຊົນ​ນະ​ບົດ​ຂອງ​ຈີນ​ໄດ້​ຂະ​ຫຍາຍ​ກວ້າງ​ອອກ,​ໂຮງຮຽນ​ສ່ວນ​ໜຶ່ງ​ເກັບ​ຄ່າ​ບໍ່​ເປັນ​ລະບຽບ​ແລະ​ອື່ນໆ.ກ່ຽວ​ກັບ​ເລື່ອງ​ນີ້,​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ສຶກສາ​ພາກ​ບັງຄັບສະບັບ​ດັດ​ແປງ​ທີ່​ກອງ​ປະ​ຊຸມ​ເທື່ອ​ນີ້​ຈະ​ສຳ​ຫຼວດ​ພິ​ຈະ​ລະນາ​ໄດ້​ກຳນົດ​ຢ່າງ​ແຈ່ມ​ແຈ້ງວ່າ,​ໃນ​ໄລຍະ​ການ​ສຶກສາ​ພາກ​ບັງ​ຄັບ, ຄ່າ​ໃຊ້​ຈ່າຍ​ທີ່​ກ່ຽວ​ຂ້ອງ​​​ຈະ​ອ່ຽງ​ໄປ​ສູ່ໂຮງຮຽນ​ຊົນນະບົດ​ແລະ​ໂຮງ​ຮຽນ​ທີ່​ມີ​ກຳ​ລັງ​ການ​ສຶກ​ສາ​ອ່ອນ​ແອ.​ລັດ​ຈະ​ຊັກ​ນຳ​ແລະ​ສົ່ງ​ເສີມ​ນັກ​ສຶກສາ​​ແລະ​ຄູ​ອາ​ຈານ​ໄປ​ເປັນ​ຄູ​ສອນ​ຢູ່​ຊົນ​ນະ​ບົດ.​ຮ່າງ​ກົດ​ໝາຍ​ຍັງ​ໄດ້​ກຳນົດການ​ເກັບ​ຄ່າ​ຂອງ​ໂຮງ​ຮຽນ​ໃຫ້​ເປັນ​​ແບບ​ສະ​ບັບ.