ລາຄານ້ຳມັນດິບຈຳໜ່າຍລ່ວງໜ້າໃນຕະຫຼາດສາກົນໄດ້ຖີບສູງຂຶ້ນ
cri
ຕາມຂ່າວCRI,ຍ້ອນຖືກຜົນສະທ້ອນຈາກຂ່າວກ່ຽວກັບໂຮງກັ່ນນ້ຳມັນຂະໜາດໃຫຍ່ຫຼັງໜຶ່ງຂອງອາລາບີຊາອຸດິດຖືກຂົ່ມຂູ່ຈະປະສົບການຫຼອນໂຈມຕີແບບຂ້າໂຕຕາຍ,ວັນທີ24ກຸມພາ,ລາຄານ້ຳມັນດິບຈຳໜ່າຍລ່ວງໜ້າໃນຕະຫຼາດສາກົນໄດ້ຖີບສູງຂຶ້ນ,ລາຄານ້ຳມັນດິບຈຳໜ່າຍລ່ວງໜ້າໃນຕະຫຼາດນີວຢອກແລະລອນດອນລ້ວນແຕ່ໄດ້ເພີ່ມຂຶ້ນ2ໂດລາຂຶ້ນໄປ.
ວັນທີ24ກຸມພາ,ລາຄານ້ຳມັນດິບທາດເບົາທີ່ຈະມອບສິນຄ້າໃນເດືອນເມສາຂອງຕະຫຼາດຊື້ຂາຍສິນຄ້ານີວຢອກໄດ້ເພີ່ມຂຶ້ນຫຼາຍກວ່າກ່ອນນີ້ມື້ໜຶ່ງ2,37ໂດລາຕໍ່ບາເລັນ.ລາຄາເລີກຕະຫຼາດແມ່ນ62,91ໂດລາ.ໃນຕະຫຼາດຊື້ຂາຍນ້ຳມັນເຊື້ອໄຟສາກົນລອນດອນ,ລາຄານ້ຳມັນດິບເບີເລັນທະເລເໜືອທີ່ຈະມອບສິນຄ້າໃນເດືອນເມສາໄດ້ເພີ່ມຂຶ້ນ2,06ໂດລາຕໍ່ບາເລັນ,ລາຄາເລີກຕະຫຼາດແມ່ນ62,60ໂດລາ.
|
|