ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-25 22:04:33    
ລັກ​ສະ​ນະ​ຕາບ​ຈູນ​ກັນ​ຂອງ​ເສດ​ຖະ​ກິດ​ຈີນ​ອາ​ເມ​ລິ​ກາ​ແມ່ນ​ພື້ນ​ຖານ​ທີ່​ຊີ້​ຂາດ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ການ​ພົວ​ພັນ​ເສດ​ຖະ​ກິດ​ການ​ຄ້າ​ຈີນ​ອາ​ເມ​ລິ​ກາ

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ24​ກຸມພາ,​ໃນ​ເວ​ວລາ​ໃຫ້​ສຳພາດຕໍ່​ນັກ​ຂ່າວ​ກ່ຽວ​ກັບ​ເລື່ອງ​ຫ້ອງ ການ​ຕົວ​ແທນ​ການ​ຄ້າ​ອາ​ເມ​ລິ​ກາ​ປະ​ກາດ​ບົດ​ລາຍ​ງານ​ພິຈາລະນາ​ການພົວພັນ​ການ​ຄ້າ​ອາ​ເມ​ລິ​ກາ​ຈີນ,ທ່ານ​ຊົງ​ຊວນ ໂຄສົກ​ຖະ​ແຫຼງ​ຂ່າວ​ກະ​ຊວງ​ການ​ຄ້າ​ຈີນ​ເວົ້າ​ວ່າ,​ລັກ​ສະ​ນະ​ຕາບ​ຈູນ​ກັນ​ລະ​ຫວ່າງ​ເສດ​ຖະກິດ​ຈີນ​ກັບ​ອາ​ເມ​ລິ​ກາ​ແມ່ນ​ພື້ນຖານ​ທີ່​ຊີ້​ຂາດ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ການ​ພົວ​ພັນ​ເສດ​ຖະ​ກິດ​ການ​ຄ້າ​ຈີນ​ອາ​ເມ​ລິ​ກາ​,ສອງ​ຝ່າຍ​ຄວນ​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ແລະ​ການ​ຮ່ວມ​ມື,​ສ້າງ​ເງື່ອນ​ໄຂ​ຍິ່ງ​ດີ​ກວ່າ​ເກົ່າ​​ເພື່ອ​ເຮັດ​ໃຫ້​ການ​ພົວ​ພັນ​ເສດ​ຖະ​ກິດ​ການ​ຄ້າ​ຈີນ​ອາ​ເມ​ລິ​ກາ​ໝັ້ນ​ທ່ຽງ​ແລະ​ມີ​ການ​ພັດ​ທະ​ນາ.

ທ່ານ​ຊົງ​ຊວນ​ເວົ້າວ່າ,ຝ່າຍ​ຈີນ​ເຫັນ​ວ່າ,ການ​ພັດທະນາ​ຢ່າງວ່ອງ​ໄວ​ຂອງ​ການ​ພົວພັນ​ເສ​ດຖະ ກິດ​ການ​ຄ້າ​ຈີນ​ອາ​ເມ​ລິ​ກາ​ໄດ້​ນຳ​​ເອົາຜົນ​ປະ​ໂຫຍ​ດອັນ​ໃຫຍ່​ຫຼວງ​ໃຫ້​ແກ່​ສອງ​ປະ​ເທດ.ຝ່າຍ​ຈີນ​ໄດ້​​ໃສ່​ໃຈ​ວ່າ,​ໃນ​ບົດ​ລາຍ​ງານ​ຂອງ​ຝ່າຍ​ອາ​ເມ​ລິກາ​ກໍ​ໄດ້​ມີ​ຄວາມ​ຮັບ​ຮູ້​ຢ່າງ​ເຕັມ​ທີ່​ຕໍ່​ເລື່ອງ​ນີ້.

​ໂດຍ​ແນ​ໃສ່​ຄວາມ​ສົນ​ໃຈ​ຈຳນວນ​ໜຶ່ງ​ທີ່​ຝ່າຍ​ອາ​ເມ​ລິ​ກາ​ສະ​ເໜີ​ໃນ​ບົດ​ລາຍ​ງານ,ທ່ານ​ຊົງຊວນ​ຊີ້​ອອກ​ວ່າ,​ແຕ່​ຈີນ​ເຂົ້າ​ເປັນ​ສະມາຊິກອົງການ​ການ​ຄ້າ​ໂລກ​ມາ​ນີ້,​ໄດ້​ໂຄ​ລົບ​ກົດ​ເກນ​ສາ​ກົນ,​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ເອົາ​ຈິງ​ເອົາ​ຈັງ.​ໃນ​ດ້ານອະນຸລັກ​ສິດ​ຊັບ​ສິນ​ທາງ​ປັນຍາ,ລັດຖະບານ​ຈີນ​ໄດ້​ຮັບ​ຄວາມຄືບ​ໜ້າ​ທີ່​ປະຈັກ​ຕາ,ຝ່າຍ​ທີ່​ກ່ຽວຂ້ອງ​ຂອງ​ອາ​ເມລິ​ກາ​ຄວນປະຕິບັດ​ຕໍ່ເລື່ອງ​ຈິງ​ເຫຼົ່ານີ້ຢ່າງຮອບດ້ານ​ແລະ​ນອກ​ຕົວ.

ທ່ານ​ຊົງ​ຊວນ​ຍັງ​ກ່າວ​ວ່າ,​ສະຖິຕິ​ການ​ຄ້າ​ສອງ​ຕໍ່​ສອງ​ຂອງ​ຈີນ​ແລະ​ອາ​ເມ​ລິ​ກາ​ມີຄວາ​ມ​ແຕກ​ຕ່າງ​ກັນ​ອັນ​ໃຫຍ່​ຫຼວງ,​ສະ​ຖິ​ຕິ​ຂອງ​ຝ່າຍ​ອາ​ເມ​ລິ​ກາ​ໄດ້​​ເວົ້າ​ໂຍກ​ລະ​ດັບ​ເສຍ​ປຽບ​ການ​ຄ້າ​ຕໍ່​ຈີນ​ຂອງ​ອາ​ເມ​ລິ​ກາ.