ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-25 22:15:18    
ຈີນ​ໄດ້​ມີ​ໂຮງ​ງານ​ເກັບ​ຄືນ​ແລະ​ປຸງ​ແຕ່ງ​ຊັບ​ພະ​ຍາ​ກອນ​ທີ່​ເກີດ​ໃໝ່​ໄດ້​3000​ກວ່າ​ແຫ່ງ​ແລ້ວ

cri Author: shuo
ຕາມ​ຂ່າວCRI:ຫຼາຍປີ​ມາ​ນີ້,ຂະ​ແໜງ​ການ​ເກັບ​ຄືນ​ຊັບພະຍາກອນ​ທີ່​ເກີດ​ໃໝ່​ໄດ້​ຂອງ​ຈີນ​ໄດ້ຮັບ​ການ​ພັດທະນາ​ຂ້ອນ​ຂ້າງ​ໄວ,​ໃນ​ທົ່ວ​ປະ​ເທດ​ໄດ້​ມີ​​ໂຮງງານ​​ເກັບ​ຄືນ​ແລະ​ປຸງ​ແຕ່ງ​ຊັບ​ພະຍາກອນ​ທີ່​ເກີດ​ໃໝ່​ໄດ້3000​ກວ່າ​​ແຫ່ງ​ແລ້ວ.

ວັນ​ທີ25​ກຸມພາ,​ໃນ​ກອງ​ປະຊຸມ​ວຽກ​ງານ​ສ້າງສາ​ລະບົບ​ເກັບ​ຄືນ​ຊັບພະຍາກອນ​ເກີດ​ໃໝ່​ໄດ້​ທີ່​ຈັດ​ຂຶ້ນຢູ່​ເມືອງ​ຊື​ເຈ່ຍ​ຈ່ວງ​ແຂວງ​ເຫີ​​ໄປ,ກະຊວງ​ກາ​ນຄ້າ​ຈີນ​ໄດ້​ເປີດ​ເຜີຍ​ວ່າ,​ນອກ​ຈາກ​ໂຮງງານ​​ເກັບ​ຄືນ​ແລະ​ປຸງ​ແຕ່ງ​ແລ້ວ,ຈີນ​ຍັງ​ມີ​ວິ​ສາ​ຫະກິດ​ເກັບ​ຄືນ​ຊັບ​ພະ​ຍາ​ກອນ​ເກີດ​ໃໝ່​ໄດ້5000​ກວ່າ​ແຫ່ງ,ບ່ອນ​ເກັບ​ຄືນ1​ແສນ6​ໝື່ນ​ແຫ່ງ,ຜູ້​ປະກອບ​ອາຊີບ​ຫຼາຍກວ່າ10​ລ້ານ​ຄົນ;​ແຕ່​ຍັງ​ມີ​ບັນຫາ​ທີ່​ການຈັດ​ວາງບ່ອນ​ເກັບ​ຄືນບໍ່​ສົມ​ເຫດ​ສົມ​ຜົນ,ການ​ທຸລະ​ກິດ​ບໍ່​​ເປັນ​ແບບ​ສະບັບ,​ເຕັກນິກ​ເກັບ​ຄືນ​​ຫຼ້າຫຼັງ​ໂດຍ​ທຽບ​ຖານ​ເປັນຕົ້ນ.

ຍ້ອນ​ເຫດ​ນີ້,ກ່ອນ​ອື່ນ,ກະຊວງ​ການ​ຄ້າ​ຈີນ​ຈະ​ດຳ​ເນີນ​ວຽກ​ງານ​ທົດ​ລອງ​ການ​ສ້າງສາ​ລະ ບົບ​ເກັບ​ຄືນ​ຊັບພະຍາກອນ​ເກີດ​ໃໝ່​ໄດ້​ຢູ່24​ຕົວ​ເມືອງສຳຄັນ ​ເຊັ່ນ​ປັກ​ກິ່ງ​ແລະ​ຊຽງ​ໄຮ້​ເປັນ​ຕົ້ນ,​ຍາດ​ແຍ່ງ​ໃຊ້​ເວລາ​ປະມານ​ຫ້າ​ປີ,​ເຮັດ​ໃຫ້ຜູ້​ເກັບ​ຄືນ​​ໃນ​ຕົວ​ເມືອງ​ທົດ​ລອງ​ໄດ້ຮັບ​ການ​ຄຸ້ມ​ຄອງ​ເປັນ​ແບບ​ສະບັບ,ສ້າງ​ບ່ອນ​ເກັບ​ຄືນ​ເປັນ​ແບບ​ສະບັບ​ຢູ່​ຄຸ້ມ​ເຮືອນ​ຢູ່​,​ແລະ​ເຮັດ​ໃຫ້​ການ​ເກັບ​ຄືນ​ຊັບພະຍາກອນ​ເກີດ​ໃໝ່​ໄດ້​ຫັນ​ເປັນ​ແບບ​ອຸດສາຫະກຳ.