ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-26 17:59:47    
ທາງ​ລົດ​ໄຟ​ຊິງ​ຫາຍ​ຕິ​ເບດ​ສ້າງ​ສຳ​ເລັດ​ຈະ​ມີ​ຫວັງ​ພາ​ໃຫ້​ກຳ​ເນີດ​ເສັ້ນ​ທາງ​ທ່ອງ​ທ່ຽວ​ທອງ​ຄຳ​ເສັ້ນ​ໃໝ່​ຢູ່​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ

cri
ຕາມ​ຂ່າວສານ​ຊິນ​ຮວາ,ທາງ​ລົດ​ໄຟ​ຊິງ​ຫາຍ​ຕິ​ເບ​ດຈະ​ທົດ​ລອງ​ແລ່ນ​ລົດ​ຕະ​ຫຼອດ​ສາຍ​ໃນ​ວັນ​ທີ1​ກໍລະກົດ​ປີ​ນີ້,​ເຊິ່ງຈະ​ພາ​ໃຫ້​ກຳ​ເນີ​ດ​ເສັ້ນທາງທ່ອງ​ທ່ຽວ​ທອງ​ຄຳ​ເສັ້ນ​ໃໝ່​ຢູ່​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ.

ທາງ​ລົດ​ໄຟ​ຊິງ​ຫາຍ​ຕິ​ເບ​ດ​ເລີ່​ມຈາກ​ນະຄອນ​ຊີ່​ນິງ ​ແຂວງ​ຊິງ​ຫາຍ​ໄປ​ຫາ​ນະ​ຄອນ​ລາ​ຊາ​ເຂດ​ຕິ​ເບ​ດປົກຄອງ​ຕົນ​ເອງ,ຍາວ​ທັງ​ໝົດ​​ເກືອບ2000​ກິ​ໂລ​ແມັດ.​ ​ໄດ້​ເນັ່ງ​ຜ່ານ​ເຂດ​ທິວ​ທັດ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ​ຈົນ​ກະທັ້ງຂອງ​ໂລກ​​ເຊັ່ນ​ໜອງ​ຊິງ​ຫາຍ,ທົ່ງ​ຫຍ້າ​ຕິ​ເບ​ດ​ເໜືອ,​ວັງ​ບຸດ​ດາລາ​ເປັນ​ຕົ້ນ,​ເປັນ​ສາຍ​ທິວ​ທັດ​ການ​ທ່ອງ​ທ່ຽວທີ່​ເຕັມ​ໄປ​ດ້ວຍ​ຄວາມ​​ເລິກ​ລັບ​ອັດ​ສະ​ຈັນ.

ການ​ສຳ​ຫຼວດລາຍ​ໜຶ່ງ​ຄາດ​ຄະ​ເນ​ວ່າ,ພາຍຫຼັງ​ທາງ​ລົດ​ໄຟ​ຊິງ​ຫາຍ​ຕິ​ເບດ​ສ້າງ​ສຳ​ເລັດ​ແລະ​ແລ່ນ​ລົດ​ແລ້ວ,​ຈະ​ເຮັ​ດ​ໃຫ້​ນັກ​ທ່ອງ​ທ່ຽວ​ມີ​ໂອກາດ​ເລືອກ​ເອົາ​ຮູບ​ການ​ຄົມ​ມະ​ນາ​ຄົມ​ທີ່​ລາ​ຄາ​ຕ່ຳ,​ປະ​ຢັດ​ຕົ້ນ​ທຶນ​ໃນ​​ໄປ​ທ່ຽວຕິ​ເບ​ດ,​ແລະ​ຈະ​ສ້າງ​ຜົນ​ສະ​ທ້ອນ​ອັນ​​ເລິກ​ເຊິ່ງ​ຍາວ​ໄກ​ໃນ​ດ້ານ​ຮູບ​ການ​ຈັດ​ຕັ້ງ​ການ​ທ່ອງ​ທ່ຽວ​ຂອງ​ຕິ​ເບ​ດ​​ແລະ​ປະ​ລິ​ມານ​ນັກ​ທ່ອງ​ທ່ຽວ​ທີ່​ໄປ​ທ່ຽວຕິ​ເບ​ດ​ເປັນ​ຕົ້ນ.